8 ປີ ຕະຫຼາດຫຼັກຊັບລາວຍັງຄືບໜ້າ
ໃນວັນທີ 15 ມັງກອນນີ້ ທ່ານວັນຄຳວໍຣະວົງ ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ ( ຕລຊລ ) ໄດ້ຖະແຫຼງຕໍ່ສື່ມວນຊົນລາວ ກ່ຽວກັບຜົນຄືບໜ້າຂອງ ຕລຊລ ຕະຫຼອດໄລຍະ 8 ປີຜ່ານມາວ່າ: ນັບຕັ້ງແຕ່ວັນທີ 10 ຕຸລາ 2010ເປັນຕົ້ນມາຕລຊລໄດ້ເຮັດໜ້າທີ່ບໍລິການໃຫ້ແກ່ບັນດາວິສາຫະກິດທັງພາກລັດ ແລະ ເອກະຊົນ ທີ່ຕ້ອງການລະດົມທຶນເພື່ອຂະຫຍາຍທຸລະກິດໃຫ້ເຂົ້າມາຈົດທະບຽນໃນ ຕລຊລ, ເປັນສູນກາງໃຫ້ບໍລິການແລກປ່ຽນຊື້-ຂາຍຫຼັກຊັບ, ຊໍາລະ-ສະສາງທຸລະກໍາຫຼັກຊັບ ແລະ ຮັບຝາກຫຼັກຊັບໂດຍມີການເປີດຊື້-ຂາຍຄັ້ງທໍາອິດໃນວັນທີ 11 ມັງກອນ 2011.
ໃນຕະຫຼອດໄລຍະ 8ປີ ທີ່ຜ່ານມາ ຕລຊລໄດ້ສືບຕໍ່ສຶກສາຄົ້ນຄວ້າພັດທະນາລະບົບຕ່າງໆຢ່າງບໍ່ຢຸດຢັ້ງ ແລະ ໄດ້ມີຜົນສໍາເລັດດ້ານເຊັ່ນ: ຕລຊລ ມີບົດບາດເປັນແຫຼ່ງລະດົມທຶນຂະໜາດໃຫຍ່ໄລຍະຍາວໃຫ້ແກ່ນັກລົງທຶນທີ່ຕ້ອງການລະດົມທຶນ ແລະເປັນບ່ອນແລກປ່ຽນຊື້ຂາຍໃຫ້ແກ່ບັນດານັກລົງທຶນ ສາມາດສໍາເລັດການນໍາເອົາບໍລິສັດເຂົ້າມາຈົດທະບຽນໄດ້ທັງໝົດ9 ບໍລິສັດ ໂດຍມີມູນຄ່າຕະຫຼາດທັງໝົດ 10,344ຕື້ກີບສາມາດລະດົມທຶນໄດ້ສູງເຖິງ 6,400 ກວ່າຕື້ກີບ ແລະ ມີມູນຄ່າຊື້ຂາຍ ຫຼາຍກວ່າ344 ຕື້ກີບ. ນອກນີ້ ກໍໄດ້ມີການສໍາເລັດການນຳເອົາຜະລິດຕະພັນໃໝ່ກໍຄື ພັນທະບັດລັດຖະບານ ເຂົ້າມາຈົດທະບຽນຊື້-ຂາຍ ຜ່ານ ຕະຫຼາດຫຼັກຊັບລາວ ໃນວັນທີ 25 ທັນວາ 2018 ທີ່ຜ່ານມາຊຶ່ງຈໍານວນບັນຊີຫຼັກຊັບກໍມີທ່າອ່ຽງເພີ່ມຂຶ້ນເລື້ອຍໆໂດຍປະຈຸບັນມີຈຳນວນຫຼາຍກວ່າ14ພັນກວ່າບັນຊີ.
ເພື່ອເປັນການສືບຕໍ່ພັດທະນາ ຕລຊລ ກໍຄືຕະຫຼາດທຶນລາວ ໃຫ້ເຂັ້ມແຂງຂຶ້ນກວ່າເກົ່າ ທັງເປັນການເສີມສ້າງສະພາບຄ່ອງ, ສ້າງສະພາບແວດລ້ອມໃນການລົງທຶນທີ່ມີຄວາມສະດວກວ່ອງໄວ ແລະ ເນື່ອງໃນໂອກາດການສະເຫຼີມສະຫຼອງຄົບຮອບ 8 ປີ ມື້ເປີດການ ຊື້-ຂາຍ ຄັ້ງທໍາອິດຂອງ ຕລຊລ ໃນນາມຜູ້ອຳນວຍການໃຫຍທຕລຊລຂໍປະກາດແຈ້ງໃຫ້ມວນຊົນໄດ້ຮັບຮູ້ເຖິງການຍົກລະດັບ ແລະ ນໍາໃຊ້ລະບົບກົນໄກການແລກປ່ຽນ ຊື້-ຂາຍຮຸ້ນໃໝ່ໄດ້ແກ່ການຂະຫຍາຍເວລາການແລກປ່ຽນຊື້-ຂາຍຮຸ້ນ, ການເພີ່ມປະເພດຄຳສັ່ງໃໝ່, ການຊື້-ຂາຍຮຸ້ນຈຳນວນຫຼາຍ ແລະ ການປັບຫົວໜ່ວຍລາຄາໃໝ່ຢ່າງເປັນທາງການໂດຍໄດ້ມີການເລີ່ມຈັດຕັ້ງປະຕິບັດນັບຕັ້ງແຕ່ ວັນທີ 11 ມັງກອນ 2019 ເປັນຕົ້ນມາ.
ການຂະຫຍາຍເວລາການແລກປ່ຽນຊື້-ຂາຍຮຸ້ນແມ່ນຈະມີການຂະຫຍາຍຈາກ 8:30 ໂມງ– 11:30ໂມງ ມາເປັນ 8:30ໂມງ-15:00ໂມງໂດຍບໍ່ມີຊ່ວງເວລາພັກການຊື້-ຂາຍທັງນີ້ກໍ່ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຈາກນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນການເປີດຊ່ອງທາງໃຫ້ນັກລົງທຶນຈາກປະເທດທີ່ມີເຂດເວລາຕ່າງກັບປະເທດລາວໃຫ້ມີຄວາມສາມາດເຂົ້າເຖິງການລົງທຶນໃນຕລຊລໄດ້ສະດວກຍິ່ງກວ່າເກົ່າ ຊຶ່ງຄາດວ່າການຂະຫຍາຍຊົ່ວໂມງການແລກປ່ຽນຊື້-ຂາຍຮຸ້ນ ຈະສາມາດເພີ່ມສະພາບຄ່ອງໃຫ້ ຕະຫຼາດຫຼັກຊັບລາວໄດ້ສູງເຖິງ 40%. ຄຽງຄູ່ກັນນັ້ນ ນອກຈາກ ຄໍາສັ່ງຈໍາກັດLimit Orderຕລຊລ ໄດ້ມີການເພີ່ມປະເພດຄໍາສັ່ງ ຊື້-ຂາຍຮຸ້ນຄື: ຄໍາສັ່ງຈໍາກັດLimit Order, ຄໍາສັ່ງຕາມລາຄາຕະຫຼາດMarket Order,ເງື່ອນໄຂຂອງຄຳສັ່ງConditional Orderແລະ ຄໍາສັ່ງຈອງລ່ວງໜ້າPreliminary Reserve Order.
ນອກນີ້, ຕລຊລ ຍັງໄດ້ເພີ່ມ ການຊື້-ຂາຍຮຸ້ນຈຳນວນຫຼາຍ (Block Trade)(ປະລິມານສະເໜີລາຄາ 1000 ເທົ່າຂອງຫົວໜ່ວຍຊື້-ຂາຍ ປົກກະຕິ ຫຼື ມີມູນຄ່າການສະເໜີລາຄາ 200 ລ້ານກີບ ເປັນຢ່າງຕໍ່າ) ເພື່ອອຳນວຍຄວາມສະດວກໃຫ້ແກ່ການຊື້-ຂາຍ ຂະໜາດໃຫຍ່ ແລະ ປັບຫົວໜ່ວຍລາຄາໃໝ່ (Tick Size).ທັງໝົດນີ້ກໍມີຈຸດປະສົງເພື່ອສ້າງທາງເລືອກຫຼາກຫຼາຍ ແລະ ຄວາມສະດວກສະບາຍໃຫ້ແກ່ບັນດານັກລົງທຶນທີ່ອາດຈະຕ້ອງການຊື້-ຂາຍແບບທັນທີທັນໃດ, ຊື້-ຂາຍ ໃນປະລິມານຫຼາຍ, ຫຼຸດຜ່ອນຕົ້ນທຶນໃຫ້ແກ່ນັກລົງທຶນ, ຫຼຸດຜ່ອນຊ່ອງວ່າງລະຫວ່າງລາຄາໃຫ້ນ້ອຍລົງເພື່ອໃຫ້ນັກລົງທຶນຊື້-ຂາຍປ່ຽນມືໄດ້ງ່າຍຂຶ້ນ ແລະ ກໍ່ໃຫ້ເກີດສະພາບຄ່ອງ ທັງເປັນການປົກປ້ອງລາຄາຮຸ້ນຂອງ ບັນດາ ບໍລິສັດ ຈົດທະບຽນ ໃຫ້ມີຄວາມເໝາະສົມຕາມລາຄາຕະຫຼາດຢ່າງແທ້ຈິງ.
# ຂ່າວ-ພາບ: ຣັດສະໝີດວງສັດຈະ