4 ຂັ້ນຕອນສ້າງຄວາມປ່ຽນແປງທີ່ດີຂຶ້ນໃຫ້ແກ່ຊີວິດ
1. ເລືອກວ່າອັນໃດຄວນເຮັດແລະອັນໃດບໍ່ຄວນເຮັດ : ຂັ້ນຕອນທຳອິດທີ່ຖືກເວົ້າເຖິງສະເໝີ ແມ່ນການໃຫ້ເຮົາສຳຫລວດໂຕ ເອງກ່ອນວ່າທຸກມື້ນີ້ເຮົາໃຊ້ເວລາກັບຫຍັງໄປແດ່, ອັນໃດທີ່ເຮົາໃຊ້ເວລາຫລາຍໄປກັບມັນ, ອັນໃດທີ່ກິນເວລາເຮົາໄປໃນແຕ່ລະມື້ ລວມທັງໃຫ້ຄະແນນຄວາມສຳຄັນຂອງມັນນຳວ່າຫລາຍໜ້ອຍປານໃດ, ສຳພັນກັບເວລາ ແລະ ພະລັງທີ່ໃຊ້ກັບມັນໄປຫລືບໍ່, ຂັ້ນຕອນນີ້ສຳຄັນບ່ອນວ່າມັນເຮັດໃຫ້ເຮົາໄດ້ເຫັນວ່າຄວາມຈິງແລ້ວເຮົາມີຫຍັງທີ່ເຮັດຫລາຍກ່ວາຈຳເປັນຫລືບໍ່, ເຮັດຫຍັງທີ່ໄດ້ປະໂຫຍດກັບໂຕເຮົາແທ້ໆເທົ່າໃດ.
2. ກ້າຕັດສິ່ງທີ່ບໍ່ຈຳເປັນອອກໄປ : ເຖິງວ່າຈະຜ່ານຂັ້ນຕອນທຳອິດມາແລ້ວ ແຕ່ຫລາຍໆເທື່ອເຮົາກໍຍັງເລືອກຈະເຮັດບາງສິ່ງທີ່ບໍ່ໄດ້ປະໂຫຍດ ຫລື ບໍ່ໄດ້ຈຳເປັນຕໍ່ໄປເຫດຜົນຕ່າງໆນາໆ (ເຊິ່ງຫລາຍເທື່ອກໍເປັນຄືຂ້ໍອ້າງໃຫ້ກັບໂຕເອງ ເຊັ່ນ: ຢາກພັກຜ່ອນ, ຢາກສະບາຍໃຈ ແລະອື່ນໆ) ແລະ ນັ້ນເຮັດໃຫ້ເຮົາຕ້ອງມາເຖິງຈຸດທີ່ຕ້ອງກ້າຕັດ ຫລື ຫລຸດບາງຢ່າງທີ່ເຮົາເຫັນແລ້ວວ່າບໍ່ໄດ້ຈຳເປັນອອກໄປ ຢ່າລືມວ່າການຕ້ອງແບກສິ່ງຂອງຫລາຍໆໄປກໍຈະກາຍເປັນພາລະໃຫ້ເຮົາ, ວຽກຫລາຍຢ່າງທີ່ເຮັດກໍຈະກາຍເປັນການດຶງຂອບເຂດ ແລະ ພະລັງໄປນຳຄືກັນ ເຊິ່ງນັ້ນມັນບໍ່ໄດ້ໄປກັບຄວາມຈິງທີ່ວ່າເຮົາມີເວລາຈຳກັດ ແລະ ຄວນໃຊ້ຢ່າງກຸ້ມຄ່າທີ່ສຸດ.
3. ຈັດລຽງລຳດັບສິ່ງທີ່ມີ : ຫລັງຈາກຕັດສິ່ງທີ່ບໍ່ຈຳເປັນອອກໄປແລ້ວ ແນ່ນອນວ່າສຸດທ້າຍເຮົາກໍຈະບໍ່ໄດ້ເລືອກວຽກທີ່ຕ້ອງຈື່ອັນດຽວ ແລະ ເມື່ອເຖິງຈຸດນີ້ເຮົາກໍຕ້ອງມານັ່ງເບິ່ງວ່າຈະຈັດລຽງລຳດັບຄວາມສຳຄັນກ່ອນຫລັງຈາກສິ່ງຕ່າງໆທີ່ຢູ່ຕໍ່ໜ້າແນວໃດ ຈະໃຫ້ຫຍັງຂຶ້ນກ່ອນ, ຈະໃຫ້ຫຍັງສາມາດຖອຍ ຫລື ລໍເວລາໄວ້ກ່ອນໄດ້ ສິ່ງທີ່ຈຳເປັນໃນຂັ້ນຕອນນີ້ກໍຄື ການເບິ່ງໃຫ້ອອກວ່າອັນໃດເປັນສິ່ງສຳຄັນ ແລະ ສາມາດສ້າງຄວາມແຕກຕ່າງໄດ້ກຸ້ມຄ່າ ແລະມີຄວາມຮີບດ່ວນຫລາຍກ່ວາສິ່ງອື່ນໆ.
4. ຈຳກັດຂອບເຂດ : ເມື່ອທ່ານໄດ້ເຮັດລາຍການສິ່ງທີ່ທ່ານເລືອກຈະເຮັດແລ້ວ ສິ່ງຕໍ່ໄປກໍຄືທ່ານຕ້ອງເຮັດມັນໃຫ້ສຳເລັດ ຫລື ເຮັດໃຫ້ເກີດຂຶ້ນແທ້ໆ ຖ້າທ່ານຄິດວ່າທ່ານຕ້ອງຂຽນໜັງສືໃຫ້ໄດ້ ທ່ານກໍຕ້ອງຟ້າວທຸ້ມເທເພື່ອຂຽນມັນໃຫ້ແລ້ວແທ້ໆ ໂດຍຢ່າໃຫ້ໂຕເອງຖືກຫັນຄວາມສົນໃຈໄປຫາຢ່າງອື່ນ ການຈຳກັດຂອບເຂດ ແລະ ທຸ້ມເທກັບວຽກທີ່ເລືອກແມ່ນຂັ້ນຕອນຂອງການລົງມືເຮັດແທ້ ແລະ ພະຍາຍາມຢ່າໃຫ້ສິ່ງອື່ນມາລົບກວນ ຫລື ດຶງຄວາມສົນໃຈຂອງທ່ານໄປ ຢ່າລືມວ່າຖ້າຍິ່ງເຮັດໃຫ້ສຳເລັດໄວເທົ່າໃດ ທ່ານກໍຈະສ້າງການປ່ຽນແປງໃຫ້ກັບໂຕທ່ານໄດ້ໄວຫລາຍຂຶ້ນເທົ່ານັ້ນ.