ປີເຕີ ເຊັກ ປະກາດຈະອຳລາອາຊີບ ຫລັງຈົບລະດູການນີ້
ປີເຕີ ເຊັກ ຜູ້ຮັກສາປະຕູປະສົບການສູງ ອາຍຸ 36 ປີ ຊາວສາທາລະນະລັດເຊັກ ຂອງສະໂມສອນ ອາເຊນອລ ປະກາດຜ່ານທະວິດເຕີສ່ວນຕົວ ຈະແຂວນຖົງມືຫລັງຈາກຈົບລະດູການນີ້ 2018-19. ປີເຕີ ເຊັກ ຍຶດອາຊີບມາເປັນລະດູການທີ 20 ແລະ 15 ປີ ກັບການເຝົ້າເສົາໃນພຣີເມຍລີກ ອັງກິດ. ປີເຕີ ເຊັກ ເລີ່ມຕົ້ນອາຊີບກັບສະໂມສອນ ເອັຟເຄ ຊະເມວ ບິວຊານີ ທີມໃນລີກສູງສຸດຂອງສາທາລະນະລັດເຊັກ ເມື່ອລະດູການ 1999-2001 ລົງສະໜາມ 28 ນັດ ກ່ອນຍ້າຍໄປຫລິ້ນໃຫ້ ສະປາຣຕ້າ ປຣາກ ອີກໜຶ່ງທີມດັງໃນລີກສູງສຸດຂອງສາທາລະນະລັດເຊັນ ລະດູການ 2001-02 ລົງສະໜາມ 42 ນັດ.
ຈາກນັ້ນ ຍ້າຍອອກມາຫລິ້ນໃນລີກຕ່າງແດນຄັ້ງທຳອິດຢູ່ກັບສະໂມສອນ ແຣນສ໌ ໃນລີກເອິງຝຣັ່ງ ລະດູການ 2002-04 ລົງສະໜາມ 78 ນັດ ແລະ ຍ້າຍມາຫລິ້ນໃນ ພຣີເມຍລີກ ອັງກິດ ກັບ ເຊລຊີ ລະດູການ 2004-15 ລົງສະໜາມ 494 ນັດ, ສະເພາະພຣີເມຍລີກ 333 ນັດ, ຄວ້າແຊ້ມພຣີເມຍລີກ ອັງກິດ ກັບ ເຊລຊີ 4 ສະໄໝ, ເອັຟເອຄັບ 4 ສະໄໝ, ລີກຄັບ 3 ສະໄໝ, ຄອມມຸນຕິຕີ້ຊິວ 2 ສະໄໝ, ຢູຟາ ແຊມປ້ຽນລີກ 1 ສະໄໝ ແລະ ຢູໂຣປາລີກ 1 ສະໄໝ. ຍ້າຍມາຢູ່ກັບ ອາເຊນອລ ເມື່ອລະດູການ 2015 ເຖິງປັດຈຸບັນລົງສະໜາມໄປແລ້ວ 130 ນັດ, ສະເພາະພຣີເມຍລີກ 110 ນັດ, ຊ່ວຍອາເຊນອລ ຄວ້າແຊ້ມ ເອັຟເອຄັບ 1 ສະໄໝ ແລະ ຄອມມຸນນິຕີ້ຊິວ 1 ສະໄໝ.
ປີເຕີເຊັກ ຮັບໃຊ້ທີມຊາດສາທາລະນະລັດເຊັນ ນັບແຕ່ U15, U16, U17, U18, U20, U21 ລວມທັງໝົດ 56 ນັດ, ຄວ້າແຊ້ມ U21 ຊີງແຊ້ງເອີຣົບປີ 2002 ແລະ ໄດ້ລາງວັນນັກເຕະດີເດັ່ນຄັ້ງນັ້ນຂອງ U21 ເອີຣົບ, ໃນນາມທີມຊາດຊຸດໃຫຍ່ ລົງຫລິ້ນໃຫ້ທີມຊາດຊຸດໃຫຍ່ 124 ນັດ.
ສະຖິຕິທີ່ໜ້າສົນໃຈຂອງ ປີເຕີ ເຊັກ ເປັນຜູ້ຮັກສາປະຕູທີ່ບໍ່ເສຍປະຕູໃນ 1 ລະດູການສູງສຸດໃນພຣີເມຍລີກ ອັງກິດ 24 ນັດ ກັບ ເຊລຊີ ເມື່ອລະດູການ 2004-05, ເປັນຜູ້ຮັກສາປະຕູທີ່ບໍ່ເສຍປະຕູໃນພຣີເມຍລີກ ອັງກິດ ສູງສຸດລວມ 202 ນັດ: ເຊລຊີ 162 ນັດ ແລະ ອາເຊນອລ 40 ນັດ ແລະ ເປັນຜູ້ຮັກສາປະຕູທີ່ບໍເສຍປະຕູໃນພຣີເມຍລີກ ອັງກິດ ເປັນເວລາ 1.025 ນາທີ ແຕ່ວັນທີ 12 ທັນວາ 2004 ຫາວັນທີ 5 ມີນາ 2005.
ເຄີຍຄວ້າລາງວັນຜູ້ຮັກສາປະຕູ ບໍ່ເສຍປະຕູລີກສາທາລະນະລັດເຊັນ (Czech First League Most clean Sheets): 2001-02, ຜູ້ຮັກສາປະຕູດີເດັ່ນລີກເອີງຝຣັ່ງ (Best Goalkeeper of Frenc h League): 2003-04, ຜູ້ຮັກສາປະຕູດີເດັ່ນ ພຣີເມຍລີກ 4 ສະໄໝ (Premier League Golden Glove): 2004-05, 2009-10, 2013-14, 2015-16, ນັກເຕະດີເດັ່ນຂອງສາທາລະນະລັດເຊັກ 9 ສະໄໝ (Czech Footballer of the Year): 2005, 2008, 2009, 2010, 2011, 2012, 2013, 2015, 2016 ລວມທັງເປັນນັກກິລາດີເດັ່ນ ໂກເດິນບອລ ຂອງສາທາລະນະລັດເຊັກ 11 ສະໄໝ (Golden Ball): 2005, 2006, 2007, 2008, 2010, 2011, 2012, 2013, 2014, 2016, 2017. ນອກຈາກນັ້ນ ຍັງເປັນຜູ້ຮັກສາປະຕູດີເດັ່ນຂອງ ສະຫະພັນສະຖິຕິ ແລະ ປະຫວັດສາດບານເຕະສາກົນ ປີ 2005, ເປັນຜູ້ຮັກສາປະຕູດີເດັ່ນຂອງທະວີບເອີຣົບ 3 ສະໄໝ 2005, 2007, 2008, ຜູ້ຮັກສາປະຕູດີເດັ່ນສະໂມສອນຂອງ ຢູຟາ 2005, 2007, 2008, ຜູ້ຮັກສາປະຕູດີເດັ່ນຂອງ ເຊລຊີ 2010-11.