ສະພາຕໍ່າອັງກິດປ່ອນບັດປະຕິເສດ ສັນຍາຖອນອອກຈາກສະຫະພາບເອີຣົບ
ໂດຍຜ່ານການອະພິປາຍເປັນເວລາ 5 ວັນ, ໃນວັນທີ 15 ມັງກອນນີ້, ສະພາຕ່ຳອັງກິດ ໄດ້ປ່ອນບັດປະຕິເສດສັນຍາ ຖອນອອກຈາກສະຫະພາບເອີຣົບ. ຕາມການຕົກລົງໃນເມື່ອ ກ່ອນ, ທ່ານນາງ ເທເຣຊາ ເມ ນາຍົກລັດຖະມົນຕີອັງກິດ ຈະ ສະເໜີແຜນການຖອນອອກ ຈາກສະຫະພາບເອີຣົບສະບັບໃໝ່ກ່ອນວັນທີ 21 ມັງກອນນີ້ ແລະ ຈະຍື່ນໃຫ້ລັດຖະສະພາ ເພື່ອລົງຄະແນນສຽງອີກຄັ້ງ ໜຶ່ງ.

ຫຼັງຈາກເປີດເຜີຍຜົນການ ປ່ອນບັດດັ່ງກ່າວແລ້ວ, ທ່ານ ເຈຣີມີ ໂຄບິນ ຫົວໜ້າພັກແຮງ ງານ ເຊິ່ງເປັນພັກຝ່າຍຄ້ານ ຂອງອັງກິດໄດ້ຍື່ນຂໍ້ສະເໜີຕໍ່ສະ ພາຕ່ຳກ່ຽວກັບການບໍ່ໄວ້ວາງໃຈຕໍ່ລັດຖະບານ. ລັດຖະສະພາ ອັງກິດຈະດຳເນີນການອະພິ ປາຍ ແລະ ການປ່ອນບັດກ່ຽວ ກັບຂໍ້ສະເໜີດັ່ງກ່າວໃນວັນທີ 16 ມັງກອນນີ້. ຖ້າຂໍ້ສະເໜີດັ່ງ ກ່າວຜ່ານການຮັບຮອງ, ລັດ ຖະບານຊຸດໃໝ່ຕ້ອງຈັດຕັ້ງຂຶ້ນພາຍໃນ 14 ວັນ ແລະ ຕ້ອງໄດ້ ຮັບການສະໜັບສະໜູນຈາກສະ ມາຊິກສະພາຕ່ຳຫຼາຍກວ່າເຄິ່ງ ໜຶ່ງ, ຖ້າບໍ່ດັ່ງນັ້ນອັງກິດຈະຕ້ອງ ຈັດການເລືອກຕັ້ງທົ່ວໄປກ່ອນເວລາກຳນົດ.
ສະຫະພາບເອີຣົບໄດ້ສະແດງຄວາມເສຍດາຍຕໍ່ຜົນການ ປ່ອນບັດດັ່ງກ່າວ ແລະ ກ່າວວ່າ ການທີ່ອັງກິດຖອນອອກຈາກສະຫະພາບເອີຣົບເກີດມີສະພາບ ການວຸ້ນວາຍນັ້ນມີຄວາມສ່ຽງ ເພີ່ມຂຶ້ນ.