ຈັດທຣຳ ຜ່ານສູ່ຮອບ 8 ຄົນສຸດທ້າຍ ສະນຸກເກີ The Masters 2019
ການແຂ່ງຂັນກິລາສະນຸກເກີ ລາຍການ The Masters 2019 ໃນນະຄອນຫລວງລອນດອນ ປະເທດອັງກິດ, ຄັດເອົານັກສະນຸກເກີອັນດັບ 1-16 ຂອງໂລກ ຊີງເງິນລາງວັນລວມ 600.000 ປອນ ແຂ່ງຂັນລະຫວ່າງວັນທີ 13-20 ມັງກອນ 2019.
ການແຂ່ງຂັນຮອບທີ 1 ຈັດທຣຳ ມື 6 ຂອງລາຍການ ຈາກເຈົ້າພາບ ຊະນະ ຄີເຣັນ ວິວສັນ ມື 10 ຂອງລາຍການເພື່ອຮ່ວມຊາດ ຮອງແຊ້ມປີຜ່ານມາ 6-2 ເຟຣມ ເຂົ້າຮອບ 2 ຫລື ຮອບ 8 ຄົນສຸດທ້າຍພົບກັບ ມາກ ເຊວບີ້ ມື 3 ຂອງລາຍການ ແຊ້ມ 3 ສະໄໝ ອີກໜຶ່ງນັກກິລາຈາກເຈົ້າພາບອັງກິດ ທີ່ຊະນະ ສະຕີເຟັ້ນ ແມັກໄກວ ມື 14 ຂອງລາຍການຈາກສະກັອດແລນ 6-2 ເຟຣມ.
ຮອບ 8 ຄົນສຸດທ້າຍຄູ່ອື່ນ ນຽວ ໂຣເບີດສັນ ມື 9 ຂອງລາຍການຈາກອົດສະຕຣາລີ ອະດີດແຊ້ມໂລກປີ 2010 ແຊ້ມລາຍການນີ້ປີ 2012 ພົບກັບ ແບຣີ ຮໍກິ້ນ ມື 7 ຂອງລາຍການ ຮອງແຊ້ມປີ 2016 ຈາກເຈົ້າພາບອັງກິດ; ລູກ້າ ເບຣເຊລ ຈາກແບນຊິກ ມື 14 ຂອງໂລກ ພົບກັບ ຕິງ ຈຸນຫຸ່ຍ ແຊ້ມປີ 2011 ຈາກ ສປ ຈີນ ມື 8 ຂອງໂລກ; ຣອນນີ້ ໂອຊຸນລີແວນ ແຊ້ມໂລກ 5 ສະໄໝ ເປັນແຊ້ມລາຍການນີ້ສູງສຸດ 7 ສະໄໝ ຈາກເຈົ້າພາບອັງກິດ ມື 3 ຂອງໂລກ ພົບກັບ ໄຮອັ້ນ ເດ ຈາກເວວ ມື 13 ຂອງໂລກ.