ຜູ້ສົ່ງອອກເຂົ້າອາຊີແຂ່ງ ສ້າງຕະຫລາດຍາດສ່ວນແບ່ງ
ຜູ້ສົ່ງອອກເຂົ້າໃນອາຊີແຂ່ງຂັນດຸເດືອດ ເພື່ອຍາດສ່ວນແບ່ງຕະຫລາດເຂົ້າ ເປີດຊ່ອງທາງເກີດສົງຄາມລາຄາ. ຂະນະທີ່ອິນເດຍ, ຫວຽດນາມ ເລັ່ງເພີ່ມປະລິມານສົ່ງອອກເຂົ້າໃນຕະຫລາດໂລກ ເພື່ອສະໜັບສະໜູນກະສິກອນໃນປະ ເທດ ພ້ອມເລັ່ງກະສິກອນປູກເຂົ້າເພີ່ມ.
ປະເທດຜູ້ສົ່ງອອກເຂົ້າໃນອາຊີຫລາຍປະເທດ ກຳລັງແຂ່ງຂັນກັນຢ່າງດຸເດືອດ ເພື່ອຍາດສ່ວນແບ່ງຕະຫລາດເຂົ້າ ໂລກ. ຂະນະອິນເດຍ, ຫວຽດນາມ ເລັ່ງເພີ່ມປະລິມານສົ່ງອອກເຂົ້າໃນຕະຫລາດໂລກ ເພື່ອສະໜັບສະໜູນກະສິກອນໃນ ປະເທດ, ພ້ອມເລັ່ງກະສິກອນປູກເຂົ້າເພີ່ມ, ສ່ວນໄທມີທ່າອ່ຽງວ່າຈະສົ່ງອອກເຂົ້າຫລຸດລົງເມື່ອທຽບໃສ່ຫວຽດນາມ ແລະ ອິນເດຍ.
ປັດຈຸບັນ ໄທ ເຊິ່ງເປັນຜູ້ສົ່ງອອກເຂົ້າລາຍໃຫຍ່ສຸດຂອງໂລກມາກວ່າ 3 ທົດສະວັດ ກຳລັງພົບບັນຫາສົ່ງອອກເຂົ້າໄປຂາຍໃນຕະຫລາດໂລກໄດ້ຫລຸດລົງ ໂດຍກະຊວງການຄ້າຂອງໄທ ລະບຸວ່າ: ຍອດສົ່ງອອກເຂົ້າຂອງໄທໃນປີ 2018 ຫລຸດລົງເຫລືອ 11 ລ້ານໂຕນ ຈາກ 11,6 ລ້ານໂຕນ ໃນປີ 2017 ແລະ ໃນປີນີ້ ມີທ່າອ່ຽງປະລິມານສົ່ງອອກເຂົ້າຂອງໄທຈະຫລຸດລົງເຫລືອ 10 ລ້ານໂຕນ.
ຂະນະທີ່ຂໍ້ມູນການວິເຄາະຂອງກະຊວງກະສິກຳອາເມລິກາ ລະບຸວ່າ: ໃນປີ 2018-2019 ອາເມລິກາ ເຊິ່ງເປັນຕະຫລາດສົ່ງອອກເຂົ້າອັນດັບ 2 ຂອງໄທ ມີທ່າອ່ຽງນຳເຂົ້າເພີ່ມຂຶ້ນຈາກປີກ່ອນໜ້າ ແລະ ໄທຍັງມີຄວາມສ່ຽງຈະຖືກທົດແທນດ້ວຍເຂົ້າຈາກປະເທດຄູ່ແຂ່ງທີ່ມີລາຄາຕໍ່າກວ່າ.
ປັດຈຸບັນ, ອິນເດຍ ແລະ ຫວຽດນາມ ທີ່ຖືເປັນຄູ່ແຂ່ງການສົ່ງອອກເຂົ້າສຳຄັນຂອງໄທໃນຕະຫລາດໂລກ ໄດ້ພັດທະນາປະສິດທິພາບໃນການຜະລິດ ແລະ ພັດທະນາພັນເຂົ້າທີ່ຫລາຍຊະນິດ ແລະ ລາຄາຕໍ່າກວ່າໄທ, ເຖິງວ່າໄທຈະເປັນຜູ້ຜະລິດ ແລະ ສົ່ງອອກເຂົ້າທີ່ມີປະສິດທິພາບ ແລະ ເປັນທີ່ຍອມຮັບໃນຕະຫລາດໂລກ, ແຕ່ໄທຍັງຕ້ອງພັດທະນາສາຍພັນເຂົ້າ ແລະ ຫລຸດຕົ້ນທຶນການຜະລິດ ເພື່ອຮັກສາຄວາມສາມາດໃນການແຂ່ງຂັນ.