ນາງ ເທເຣຊາ ເມ ຫລຸດພົ້ນຈາກ ການລົງມະຕິບໍ່ໄວ້ວາງໃຈ
ສະມາຊິກສະພາສາມັນຊົນຂອງອັງກິດ ລົງມະຕິດ້ວຍຄະແນນສຽງ 325-306 ສຽງ ໃຫ້ຄວາມໄວ້ວາງໃຈຕໍ່ລັດຖະບານຂອງທ່ານ ນາງ ເທເຣຊາ ເມ ນາຍົກລັດຖະມົນຕີອັງກິດ ໃຫ້ປະຕິບັດໜ້າທີ່ຕໍ່ໄປ ເຊິ່ງຫລັງຈາກນີ້ ທ່ານ ນາງ ເທເຣຊາ ເມ ຈະຕ້ອງນຳສະເໜີແຜນການແຍກຕົວຂອງອັງກິດອອກຈາກສະຫະພາບເອີຣົບສະບັບໃໝ່ຕໍ່ລັດຖະສະພາພາຍໃນວັນທີ 21 ມັງກອນ ຫລັງຈາກວັນທີ 16 ມັງກອນ, ລັດຖະສະພາລົງມະຕິດ້ວຍຄະແນນສຽງ 432 ຕໍ່ 202 ສຽງ ປະຕິເສດຮ່າງຂໍ້ຕົກລົງຖອນອອກຈາກສະຫະພາບເອີຣົບຂອງທ່ານ ນາງ ເທເຣຊາ ເມ.
ເຖິງວ່າຮ່າງຂໍ້ຕົກລົງຖອນອອກຈາກສະຫະພາບເອີຣົບຂອງທ່ານ ນາງ ເທເຣຊາ ເມ ໄດ້ຮັບການຍອມຮັບຈາກຜູ້ນຳສະຫະພາບເອີຣົບ (EU), ແຕ່ໄດ້ສ້າງຄວາມບໍ່ພໍໃຈຕໍ່ສະມາຊິກລັດຖະສະພາອັງກິດ ແລະ ພັກອະນຸລັກນິຍົມຂອງທ່ານເອງ ໂດຍມີບັນຫາທີ່ອ່ອນໄຫວຄື: ການຄວບຄຸມຊາຍແດນລະຫວ່າງສາທາລະນະລັດອຽກລັງ ເຊິ່ງລວມຕົວຢູ່ກັບ EU ໃນປັດຈຸບັນ ແລະ ອຽກລັງເໜືອ ເຊິ່ງເປັນສ່ວນໜຶ່ງຂອງສະຫະລາຊະອານາຈັກ ແລະ ຈະຕ້ອງແຍກຕົວອອກຈາກ EU ຕາມອັງກິດ.
ຖ້າລັດຖະສະພາອັງກິດຍັງບໍ່ອະນຸມັດແຜນຖອນອອກຈາກ EU ສະບັບໃໝ່ຂອງທ່ານ ນາງ ເທເຣຊາ ເມ ມີທ່າອ່ຽງອັງກິດຈະແຍກຕົວອອກຈາກ EU ໃນວັນທີ 29 ມີນາ ໂດຍໄຮ້ຂໍ້ຕົກລົງ.
ທ່ານ ນາງ ແອງເກລາ ແມເຄິລ ນາຍົກລັດຖະມົນຕີເຢຍລະມັນ ສະແດງຄວາມເສຍໃຈຕໍ່ການທີ່ລັດຖະສະພາອັງກິດລົງມະຕິປະຕິເສດຮ່າງຂໍ້ຕົກລົງຖອນອອກຈາກ EU ແລະ ລະບຸວ່າ: ຍັງມີເວລາສຳລັບການເຈລະຈາ.
ທ່ານ ນາງ ແມເຄິລ ມີຄວາມເຫັນວ່າ: ການທີ່ລັດຖະສະພາອັງກິດປະຕິເສດຮ່າງຂໍ້ຕົກລົງຖອນອອກຈາກ EU ຈະສ້າງຄວາມເສຍຫາຍ ບໍ່ວ່າຈະເປັນກໍລະນີໃດໆ, ແຕ່ລັດຖະບານເຢຍລະມັນຈະຄວບຄຸມຄວາມເສຍຫາຍໃຫ້ໜ້ອຍທີ່ສຸດ ໂດຍລັດຖະບານເຢຍລະມັນຈະຍື່ນສະເໜີກົດໝາຍຕໍ່ລັດຖະສະພາ ເຊິ່ງຈະມີການບັງຄັບໃຊ້ ຖ້າອັງກິດແຍກຕົວອອກຈາກສະຫະພາບເອີຣົບໂດຍບໍ່ມີການເຮັດຂໍ້ຕົກລົງໃນວັນທີ 18 ມັງກອນນີ້.