ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະ ໄໝທີ X ໃນຂົງເຂດເສດຖະກິດ-ການຕ່າງປະເທດ


ກອງປະຊຸມເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X, ໄດ້ຈັດຂຶ້ນໃນວັນທີ 17-18 ມັງກອນນີ້, ຢູ່ສູນຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ໂດຍການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາພະນັກງານການນຳ ແລະ ຄະນະບໍລິຫານງານພັກ, ຂັ້ນຫົວໜ້າກົມຈາກບັນດາກະຊວງ, ອົງການໃນຂົງເຂດເສດຖະ ກິດ-ການຕ່າງປະເທດເຂົ້າຮ່ວມ 230 ທ່ານ.
ໃນກອງປະຊຸມໄດ້ເຊື່ອມຊຶມ 2 ເອກະສານສໍາຄັນ ຄື: (1) ມະຕິ ສະບັບເລກທີ 056/ຄບສພ, ລົງວັນທີ 19 ທັນວາ 2018 ວ່າດ້ວຍ ການເພີ່ມທະວີ ການນໍາພາແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງຂອງການຄຸ້ມຄອງມະຫາພາກ ແນໃສ່ເຊື່ອມຊຶມ ແລະ ເປັນເອກະພາບໃນລະດັບສູງກັບທິດທາງ, ວິທີການ ແລະ ມາດຕະການທີ່ສູນກາງວາງອອກ; ສ້າງຄວາມຕັດສິນໃຈເດັດດ່ຽວ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນຕໍ່ໜ້າ, ພ້ອມທັງຄົ້ນຄວ້າກໍານົດບັນດາມາດຕະການໃຫ້ເເທດກັບຕົວຈິງ ແລະ ມີປະສິດທິຜົນສູງ ເພື່ອແກ້ໄຂສະພາບການດັ່ງກ່າວສ້າງຂະບວນການຈັດຕັ້ງປະຕິບັດຢ່າງແຂງແຮງ, ທົ່ວເຖິງກໍໃຫ້ເກີດການຫັນປ່ຽນຕົວຈິງທີ່ມີລັກສະນະບຸກທະລຸໃນທຸກຂົງເຂດວຽກງານ ເພື່ອຍູ້ແຮງດ້ານການພັດທະນາໃນດ້ານຕ່າງໆ ໃຫ້ບັນລຸຄາດໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກວາງອອກ ແລະ (2) ມະຕິ ສະບັບເລກທີ 056/ຄບສພ, ລົງວັນທີ 19 ທັນວາ 2018 ວ່າດ້ວຍ ການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນ ໃຫ້ເຂັ້ມແຂງ ແລະ ໜັກແໜ້ນ.
ໃນກອງປະຊຸມ ຍັງໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືຢ່າງເລິກເຊິ່ງ ແລະປະກອບຄໍາເຫັນຢ່າງກົງໄປກົງມາເຂົ້າໃສ່ບັນຫາທີ່ສໍາຄັນໃນຂົງເຂດເສດຖະກິດ-ການເງິນ ກໍຄືການກໍ່ສ້າງຮາກຖານການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນ ທີ່ຕິດພັນກັບພຶດຕິກໍາຕົວຈິງຂອງຂະແໜງການຕົນ, ພ້ອມທັງ, ໄດ້ມີການປະກອບຄໍາຄິດຄຳເຫັນ ແລະ ຂໍ້ສະເໜີແນະຕ່າງໆກ່ຽວກັບການປັບປຸງພາຍໃນ, ແກ້ໄຂບັນດາຂໍ້ຄົງຄ້າງ, ຊອກໃຫ້ເຫັນບັນດາສາເຫດທີ່ເປັນພື້ນຖານ ແລະ ຕົ້ນຕໍ ເພື່ອວາງມາດຕະການ, ທິດທາງ, ວິທີການແກ້ໄຂທີ່ຖືກຕ້ອງ, ແທດເໝາະກັບຕົວຈິງ ແລະ ສາມາດປະຕິບັດໄດ້ຢ່າງມີປະສິດທິຜົນໃນການຈັດຕັ້ງປະຕິບັດວຽກງານໃນສະເພາະໜ້າ ແລະ ຍາວນານ.
ໃນໂອກາດນີ້, ປະທານກອງປະຊຸມ ຍັງໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະນໍາແຕ່ລະຂັ້ນ ຈົ່ງເພີ່ມທະວີຄວາມຮັບຜິດຊອບ, ຄວາມເປັນເຈົ້າການໃນການຈັດຕັ້ງເຊື່ອມຊຶມ ເພື່ອກໍາແໜ້ນ ແລະ ນຳໄປຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ X ຢ່າງເປັນຂະບວນຟົດຟື້ນ, ແຂງແຮງ, ແທດເໝາະກັບຕົວຈິງ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍ.