ຕໍາຫລວດເລັ່ງຕິດຕາມມືປຶນຍິງນັກທຸລະກິດ ເສຍຊີວິດຢູ່ບ້ານພະຂາວມາດໍາເນີນຄະດີ

ເຈົ້າໜ້າທີ່ສືບສວນ-ສອບສວນກົມໃຫຍ່ຕຳຫລວດ ກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ໄດ້ຈັດກໍາລັງ ເລັ່ງຕິດຕາມຄົນຮ້າຍທີ່ໃຊ້ປືນຍິງທ້າວ ຈຳລອງ ອາຍຸ 45 ປີນັກທຸລະກິດເສຍຊີວິດຢູ່ໜ້າເຮືອນຜູ້ກ່ຽວ ທີ່ບ້ານ ພະຂາວ ເມືອງໄຊທານີ ນະຄອນຫລວງວຽງຈັນ ເພື່ອນໍາຕົວມາດໍາເນີນຄະດີຕາມລະບຽບກົດໝາຍໂດຍໄວ ໂດຍ ເຫດຄາດຕະກໍາດັ່ງກ່າວເກີດຂຶ້ນເວລາປະມານ 21:00 ໂມງຂອງວັນທີ 17 ພຶດສະພາຜ່ານມາ ເຊິ່ງຜ່ານການເກັບ ກໍາຂໍ້ມູນຈາກກ້ອງວົງຈອນປິດຢູ່ເຮືອນຜູ້ຕາຍພົບວ່າ: ໄດ້ມີຄົນຮ້າຍຄົນໜຶ່ງປິດບັງໃບໜ້າຍ່າງມາທາງດ້ານຂ້າງກຳແພງເຮືອນຜູ້ເສຍຊີວິດແລ້ວໃຊ້ປືນສັ້ນຍິງໜຶ່ງນັດຈາກນອກກຳແພງລອດຊ່ອງກັນຂະໂມຍປ່ອງຢ້ຽມເຂົ້າມາ ໃສ່ຜູ້ຕາຍໃນຂະນະນັ່ງພັກຜ່ອນຢູ່ໜ້າເຮືອນ ໂດຍກະສູນຖືກບໍລິເວນລໍາຄໍເຮັດໃຫ້ເສຍຊີວິດຄາທີ່, ຈາກນັ້ນຄົນ ຮ້າຍໄດ້ເອົາຕົວຫລົບໜີໄປ. ຕໍ່ຄະດີດັ່ງກ່າວ, ເຈົ້າໜ້າທີ່ພວມເລັ່ງເກັບກຳຂໍ້ມູນຫລັກຖານ ແລະ ເປົ້າໝາຍ ເພື່ອ ນຳຈັບຕົວຜູ້ກໍ່ເຫດມາດຳເນີນຄະດີຕາມກົດໝາຍໂດຍໄວ.