ຈີນຫລຸດຕົວເລກ GDP ປີ 2017 ແລະ ມີທ່າອ່ຽງຫລຸດປີ 2018
ສຳນັກງານສະຖິຕິແຫ່ງຊາດຈີນ ລາຍງານໃນວັນທີ 18 ມັງກອນນີ້ ຫລຸດຕົວເລກການເຕີບໃຫຍ່ທາງເສດຖະກິດຂອງຈີນປີ 2017 ຈາກ 6,9% ເປັນ 6,8% ແລະ ມີທ່າອ່ຽງຜົນປະກອບການຫລຸດລົງໃນປີ 2018.
ລາຍງານທາງເວັບໄຊຂອງສຳນັກງານສະຖິຕິຈີນ ລະບຸວ່າ: ຕົວເລກລວມຍອດຜະລິດຕະພັນພາຍໃນ (GDP) ຂອງຈີນ ປະເທດທີ່ມີເສດຖະກິດຂະໜາດໃຫຍ່ອັນດັບສອງຂອງໂລກຫລຸດລົງຈາກ 82,7 ຕື້ຢວນ ມາຢູ່ 82,1 ຕື້ຢວນ. ສຳນັກງານສະຖິຕິຈີນຊີ້ແຈງວ່າ: ຕົວເລກ GDP ປະຈຳປີຈະມີການຄິດໄລ່ສອງເທື່ອໃນເດືອນມັງກອນຂອງປີຕໍ່ໄປ ແລະ ຄິດໄລ່ສະຫລຸບອີກໃນອີກປີຕໍ່ມາ ໂດຍຈະຮວບຮວມຜົນເພີ່ມຕື່ມຕາມຂໍ້ມູນຕ່າງໆ. ເຈົ້າໜ້າທີ່ລັດຖະບານຈີນ ກ່າວວ່າ: ຈີນຄາດວ່າຈະບັນລຸເປົ້າໝາຍການເຕີບໃຫຍ່ທາງເສດຖະກິດປະມານ 6,5% ໃນປີຜ່ານມາ. ທາງການຈີນຈະເປີດເຜີຍຕົວເລກການເຕີບໃຫຍ່ຂອງ GDP ປີ 2018 ໃນວັນທີ 21 ມັງກອນນີ້.