ເກືອບ 60% ຂອງກາເຟໃນໂລກສ່ຽງສູນພັນ
ຜູ້ຊ່ຽວຊານເຕືອນວ່າ: ເກືອບ 60% ຂອງສາຍພັນກາເຟໃນໂລກຜະເຊີນຄວາມສ່ຽງຂອງການສູນພັນ ເພາະການປ່ຽນແປງຂອງສະພາບອາກາດໂລກ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ການວິໄຈໂດຍຄະນະຜູ້ຊ່ຽວຊານປະຈຳສວນພຶກສາຫລວງເມືອງຄິວ ຕັ້ງຢູ່ທາງຕາເວັນຕົກສຽງໃຕ້ຂອງນະຄອນຫລວງລອນດອນ ເຜີຍແຜ່ໃນກາງອາທິດແລ້ວນີ້ ມີເນື້ອໃນສຳຄັນວ່າ: ຈາກສາຍພັນກາເຟທີ່ມີການຄົ້ນພົບ ແລະ ຢືນຢັນຢ່າງເປັນທາງການໃນໂລກ 124 ສາຍພັນນັ້ນ ມີຢ່າງໜ້ອຍ 75 ສາຍພັນສ່ຽງຕໍ່ການສູນພັນ, 13 ສາຍພັນຢູ່ໃນລະດັບ “ອັນຕະລາຍຫລາຍຕໍ່ການສູນພັນ”, 40 ສາຍພັນຢູ່ໃນກຸ່ມ “ອັນຕະລາຍ” ລວມທັງກາເຟອາຣາບິກ້າ ເຊິ່ງເປັນໜຶ່ງໃນສາຍພັນຮູ້ຈັກຫລາຍທີ່ສຸດ ແລະ 22 ສາຍພັນຈັດຢູ່ໃນ “ກຸ່ມສ່ຽງທີ່ຈະສູນພັນ”.
ທັງນີ້, ທ່ານ ແອຣອນ ເດວິສ ຫົວໜ້າທີມວິໄຈເລື່ອງສາຍພັນກາເຟແຫ່ງສວນຄິວ ສະຫລຸບວ່າ: ພາບລວມແລ້ວຖືວ່າສາຍພັນກາເຟເກືອບ 60% ໃນໂລກ ກຳລັງຜະເຊີນຄວາມສ່ຽງຂອງການສູນພັນ ເຊິ່ງຖືເປັນສະຖານະການໜ້າເປັນຫ່ວງທີ່ສຸດ ເນື່ອງຈາກບົ່ງບອກເຖິງຄວາມເຊື່ອມໂຊມຂອງລະບົບນິເວດໃນໂລກ ໂດຍທ່ານ ເດວິສ ກ່າວວ່າ: ການທີ່ມະນຸດມີກາເຟບໍລິໂພກຈົນເຖິງປັດຈຸບັນ ຕ້ອງຂອບໃຈກິດຈະກຳຂອງ “ສັດປ່າຫລາຍຊະນິດ” ທີ່ສາມາດຊ່ວຍໃຫ້ການຈະເລີນເຕີບໃຫຍ່ ແລະ ຂະຫຍາຍພັນຂອງກາເຟ “ເປັນໄປໄດ້ຢ່າງຍືນຍົງ” ຕາມທຳມະຊາດ.
ເຖິງວ່າກາເຟສ່ວນຫລາຍທີ່ມະນຸດດື່ມ ແລະ ນຳໄປໃຊ້ເປັນສ່ວນປະກອບຂອງອາຫານຊະນິດອື່ນມາຈາກສາຍພັນອາຣາບິກ້າ ແລະ ໂຣບັສຕ້າເປັນສ່ວນຫລາຍ, ແຕ່ກາເຟອີກຫລາຍກວ່າ 100 ສາຍພັນໃນໂລກ ແລະ ສ່ວນໃຫຍ່ຢູ່ໃນປ່າເລິກ ອີກທັງລົດຊາດອາດບໍ່ແຊບທຽບເທົ່າອາຣາບິກ້າ ແລະ ໂຣບັສຕ້າ ອາດມີລັກສະນະສະເພາະທາງພັນທຸກຳບາງຢ່າງ ເຊິ່ງສາມາດນຳມາປະຍຸກໃຊ້ກັບການປູກຝັງ ແລະ ຂະຫຍາຍພັນກາເຟອີກຫລາຍສາຍພັນ ລວມທັງກາເຟຊື່ດັງທັງສອງສາຍພັນໄດ້ ແລະ ເພີ່ມຄວາມແຂງແຮງໃຫ້ແກ່ສາຍພັນກາເຟໃນການຕໍ່ສູ້ກັບສະພາບໂລກຮ້ອນນຳອີກ.
ປັດຈຸບັນແຫລ່ງປູກກາເຟຄຸນນະພາບດີຢູ່ໃນທະວີບອາຟຣິກາ ແລະ ອາເມລິກາໃຕ້ ໂດຍສະເພາະເອທິໂອປີ, ເກນຢາ, ເບຣຊິນ ແລະ ໂກລົມບີ, ສ່ວນຢູ່ອາຊີຖືວ່າອິນໂດເນເຊຍ ແລະ ຫວຽດນາມເປັນແຫລ່ງປູກກາເຟຊັ້ນດີເຊັ່ນກັນ.