ຂ່ຳນັບຊົມເຊີຍວັນທີ 20 ມັງກອນ

ຂ່ຳນັບຊົມເຊີຍວັນທີ 20 ມັງກອນ - 554244 - ຂ່ຳນັບຊົມເຊີຍວັນທີ 20 ມັງກອນ
ຂ່ຳນັບຊົມເຊີຍວັນທີ 20 ມັງກອນ - kitchen vibe - ຂ່ຳນັບຊົມເຊີຍວັນທີ 20 ມັງກອນ

ໂດຍ: ທິດກ່ຳ

ດັ່ງທີ່ຮູ້ນຳກັນໃນທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງ  ຊົນບັນດາເຜົ່າວ່າວັນທີ 20 ເດືອນມັງກອນເປັນວັນສ້າງ ຕັ້ງກອງທັບປະຊາຊົນລາວ. ປີນີ້ຖືວ່າຄົບຮອບ 70 ປີ ເຕັມ (20/1/1949-20/1/ 2019).

ຂ່ຳນັບຊົມເຊີຍວັນທີ 20 ມັງກອນ - Visit Laos Visit SALANA BOUTIQUE HOTEL - ຂ່ຳນັບຊົມເຊີຍວັນທີ 20 ມັງກອນ
ຂ່ຳນັບຊົມເຊີຍວັນທີ 20 ມັງກອນ - Visit Laos Visit SALANA BOUTIQUE HOTEL - ຂ່ຳນັບຊົມເຊີຍວັນທີ 20 ມັງກອນ

ໃນໂອກາດການສະ ເຫລີມສະຫລອງວັນປະຫວັດສາດສຳຄັນນີ້, ພັກ ແລະ ລັດ ຖະບານໄດ້ອະນຸມັດໃຫ້ມີການຈັດຕັ້ງ ແລະ ສະເຫລີມສະຫລອງຄັ້ງຍິ່ງໃຫຍ່ທີ່ບໍ່ເຄີຍ ມີມາໃນປະຫວັດສາດຂອງ ກອງທັບ, ຂອງຊາດ ແລະ ຂອງປະຊາຊົນລາວເຮົາຍ້ອນວ່າເພື່ອເປັນການແຈ້ງເກີດ ໃໝ່ໃນຍຸກພັດທະນາ, ທັງ ສະແດງໃຫ້ເຫັນເຖິງສັກກະ ຍະພາບຂອງກອງທັບເຮົາ ນັບແຕ່ມື້ກຳເນີດມາຮອດປັດ ຈຸບັນຈົນມີອາຍຸ 70 ປີ ໄດ້ ພັດທະນາກ້າວໄກໄປໄດ້ສ່ຳ ໃດແລ້ວ.

ຕະຫລອດໄລຍະຫລາຍທົດສະວັດຜ່ານມາ, ຂະບວນ ການຕໍ່ສູ້ເພື່ອເອກະລາດຂອງ ປະຊາຊົນລາວບັນດາ ເຜົ່າໄດ້ດຳເນີນ ແລະ ຜ່ານພົ້ນ ກັບກະແສຟອງທີ່ສະຫລັບສັບຊ້ອນມາຫລາຍເຊັ່ນຄົນ; ແຕ່ປະຊາຊົນລາວພວກເຮົາບໍ່ເຄີຍທໍ້ແທ້, ຫຍໍ້ທໍ້ ແລະ ທໍ້ ຖອຍໃນການຕໍ່ສູ້ປະຕິວັດ.

ໃນປະເທດຊາດ ຫລືວ່າ ຢູ່ຜືນແຜ່ນດິນຂອງປະເທດ ລ້ານຊ້າງແຫ່ງນີ້ຍັງມີຜູ້ຮັກຊາດ ແລະ ຜູ້ນຳທີ່ແສນຮັກ ແລະ ຫວງແຫນເຂດນ້ຳ ແດນດິນໄດ້ນຳພາຕໍ່ສູ້ຈົນ  ໄດ້ຮັບໄຊຊະນະຂັ້ນສຸດທ້າຍ ດັ່ງທີ່ພວກເຮົາໄດ້ເຫັນໃນ ປັດຈຸບັນຄືປະເທດຊາດມີ ເອກະລາດ, ມີດິນດອນຕອນ ຫຍ້າອັນຄົບຖ້ວນທີ່ເປັນ ຂອງຕົນເອງ  ແລະ ອັນສຳຄັນທີ່ສຸດໃນຍຸກສະໄໝນີ້ປະເທດຊາດຂອງພວກເຮົາໄດ້ ຍືນຍົງຄົງຕົວ ແລະ ມີການພັດທະນາໄປເໝືອນດັ່ງນາໆ ອະລິຍະປະເທດ. ບັນດາຜົນ ສຳເລັດ  ແລະ ໄຊຊະນະທີ່ຍາດໄດ້ມານີ້, ກໍຍ້ອນວ່າ ພວກ ເຮົາໄດ້ພ້ອມກັນຕໍ່ສູ້ຢ່າງທໍລະຫົດອົດທົນລະອິດລະອ້ຽວ ແລະ ຍືດເຍື້ອຍາວນານ.

ແນວໃດກໍຕາມ, ໂອກາດການສະເຫລີມສະຫລອງ ວັນຄົບຮອບ 70 ປີ ແຫ່ງວັນ ສ້າງຕັ້ງກອງທັບປະຊາຊົນລາວ, ໃນຄັ້ງນີ້ມັນມີຄວາມ ໝາຍສຳຄັນທາງດ້ານປະ ຫວັດສາດຂອງຊາດລາວ ແລະ ຂອງກອງທັບປະຊາ ຊົນລາວ. ຍ້ອນວ່າ 70 ປີແຫ່ງ ການຕໍ່ສູ້ ແລະ ປົກປັກຮັກສາ ພັດທະນາປະເທດຊາດກອງທັບປະຊາຊົນລາວໄດ້ເຕີບ ໃຫຍ່ເຂັ້ມແຂງ, ຈົງຮັກພັກດີ ຕໍ່ປະເທດຊາດ.

ເພື່ອປະຊາຊົນ ແລະ ຮັບໃຊ້ປະຊາຊົນສົມກັບຄຳຂວັນທີ່ວ່າ “ບໍລິສຸດຕໍ່ຊາດ,  ຮັບໃຊ້ປະຊາຊົນ, ເສີມຂະຫຍາຍທາດແທ້, ມູນເຊື້ອປະຕິວັດ, ສຳເລັດທຸກໜ້າທີ” ພາຍໃຕ້ການຊີ້ນຳ ແລະ ນຳພາໂດຍກົງຈາກພັກປະຊາຊົນ ປະຕິວັດລາວ, ກອງທັບໄດ້ ເຮັດທຸກສິ່ງທຸກຢ່າງເພື່ອພາ ລະກິດຂອງພັກ ແລະ ຂອງ ຊາດກາຍເປັນກຳລັງອັນ ແໜ້ນແກ່ນທີ່ຈົ່ງຮັກພັກດີ  ຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ.

ໂອກາດວັນຄົບຮອບ 70 ປີ ວັນທີ 20/1/1949-20/1/ 2019 ເປັນໄລຍະປະຫວັດ ສາດແຫ່ງການພິສູດການ ຍືນຍົງຄົງຕົວຂອງຊາດ, ຂອງກອງທັບໃນຍຸກສະໄໝ ໃໝ່ຂອງປະເທດຊາດຄື: ຍຸກ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ກ້າວໄປ ບົນເສັ້ນທາງອັນສະຫງ່າງາມ ຂອງຍຸກສະໄໝ ຂໍຂ່ຳນັບຊົມ ເຊີຍ 20 ມັງກອນ ຄົບຮອບ 70 ປີ ຈົ່ງໝັ້ນຍືນ!./.

ຂ່ຳນັບຊົມເຊີຍວັນທີ 20 ມັງກອນ - 554244 - ຂ່ຳນັບຊົມເຊີຍວັນທີ 20 ມັງກອນ
(ພາບປະກອບ)

ຂ່ຳນັບຊົມເຊີຍວັນທີ 20 ມັງກອນ - 5 - ຂ່ຳນັບຊົມເຊີຍວັນທີ 20 ມັງກອນ
ຂ່ຳນັບຊົມເຊີຍວັນທີ 20 ມັງກອນ - 3 - ຂ່ຳນັບຊົມເຊີຍວັນທີ 20 ມັງກອນ
ຂ່ຳນັບຊົມເຊີຍວັນທີ 20 ມັງກອນ - 4 - ຂ່ຳນັບຊົມເຊີຍວັນທີ 20 ມັງກອນ