ສຶກສາຄວາມເປັນໄປໄດ້ເພື່ອສ້າງແຫລ່ງທ່ອງທ່ຽວທຳມະຊາດຢູ່ເມືອງຈອມເພັດ
ສະຖານີຂົນສົ່ງໂດຍສານທາງໄກ ສາຍໃຕ້-ສາຍຕ່າງປະເທດ ນະຄອນຫລວງວຽງຈັນ ຈຳກັດຜູ້ດຽວ ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ກັບພະແນກແຜນການ ແລະ ການລົງທຶນແຂວງ ຫລວງພະບາງ ເພື່ອສຳຫລວດ ແລະ ສຶກສາຄວາມເປັນໄປໄດ້ໃນການສຳປະທານເນື້ອທີ່ດິນຂອງລັດ ເຂດປາກຫ້ວຍອ່າງ ບ້ານຈ່ານໃຕ້ ເມືອງຈອມເພັດ ແຂວງຫລວງພະບາງ ເພື່ອພັດທະນາເປັນແຫລ່ງທ່ອງທ່ຽວທຳມະຊາດຂຶ້ນໃນວັນທີ 16 ມັງກອນນີ້ ທີ່ແຂວງຫລວງພະບາງ ລະຫວ່າງ ທ່ານ ນາງ ສີລິພອນ ສຸພັນທອງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຫລວງພະບາງ ແລະ ທ່ານ ວັນເພັນ ສີສຸກ ຜູ້ອຳນວຍການສະຖານີຂົນສົ່ງໂດຍສານດັ່ງກ່າວ ໂດຍມີທ່ານ ສິງຕັນ ໄຊລືຊົງ ຮອງປະທານສະພາປະຊາຊົນແຂວງຫລວງພະບາງ, ທ່ານ ຈັນ ວັນນະສີ ເຈົ້າເມືອງຈອມເພັດ ເຂົ້າຮ່ວມເປັນສັກຂີພິຍານນຳດ້ວຍ.
ບໍລິສັດດັ່ງກ່າວ ຈະໃຊ້ເວລາ 12 ເດືອນ ເພື່ອດໍາເນີນການສໍາຫລວດ ແລະ ສຶກສາຄວາມເປັນໄປໄດ້ຂອງໂຄງການ ນັບແຕ່ມື້ເຊັນບົດບັນທຶກນີ້ເປັນຕົ້ນໄປ ໂດຍສະເພາະແມ່ນສຶກສາຜົນກະທົບທາງດ້ານສິ່ງແວດລ້ອມ, ສັງຄົມ ແລະ ເຕັກນິກຢູ່ພາຍໃນໂຄງການ ແລະ ອ້ອມຂ້າງ ເພື່ອພັດທະນາເຂດນີ້ໃຫ້ເປັນແຫລ່ງທ່ອງທ່ຽວທຳມະຊາດແບບຄົບວົງຈອນ ຊຶ່ງປະກອບມີຮ້ານອາຫານ, ເຮືອນພັກຊົງລາວ, ຮ້ານບັນເທີງ, ຮົມຢາ, ນວດແຜນບູຮານ, ສ້າງຈຸດຊົມວິວ, ສ້າງສວນດອກໄມ້, ບ່ອນຕາກແດດ, ຂີ່ກົງເບັງ, ຂີ່ເຮືອຕາມລໍາແມ່ນໍ້າຂອງຊົມທໍາມະຊາດ ແລະ ສໍາຜັດກັບວິຖີຊີວິດຂອງປະຊາຊົນ ແລະ ອຳນວຍຄວາມສະດວກອື່ນໆອີກ.
ທ່ານ ວັນເພັນ ສີສຸກ ກ່າວວ່າ: ຖ້າຫາກໂຄງການສ້າງແຫລ່ງທ່ອງທ່ຽວແຫ່ງນີ້ເກີດຂຶ້ນ ຈະເຮັດໃຫ້ພື້ນທີ່ດິນຂອງປະຊາຊົນເຂດອ້ອມຂ້າງໂຄງການມີລາຄາສູງຂຶ້ນ, ປະຊາຊົນຈະມີວຽກເຮັດງານທໍາ ແລະ ມີລາຍຮັບເພີ່ມຂຶ້ນ.