ເປີດຕົວ Android Go ລະບົບທີ່ເອື້ອອຳນວຍຕໍ່ອຸປະກອນລາຄາຖືກ

- android go - ເປີດຕົວ Android Go ລະບົບທີ່ເອື້ອອຳນວຍຕໍ່ອຸປະກອນລາຄາຖືກ
- kitchen vibe - ເປີດຕົວ Android Go ລະບົບທີ່ເອື້ອອຳນວຍຕໍ່ອຸປະກອນລາຄາຖືກ

ອີກໜຶ່ງເຫດການໃນງານ Google I/O 2017 ເປັນການເປີດຕົວ Android Go ລະບົບປະຕິບັດການສໍາລັບອຸປະກອນລາຄາຖືກ ເພື່ອເຮັດໃຫ້ການໃຊ້ໄດ້ຢ່າງສະບາຍ ແລະ ມີປະສິດທິພາບ.
Android Go ຖືເປັນສ່ວນໜຶ່ງຂອງ Android O ເປັນການຍົກລະດັບປະຕິບັດການທີ່ສາມາດເຮັດວຽກຮ່ວມກັບອຸປະກອນທີ່ມີລາຄາຖືກໄດ້ຢ່າງມີປະສິດທິພາບ ຫຼື ມີແຣມແຕ່ 512 MB ເຖິງ 1 GB ເຊິ່ງແອັບພຣິເຄຊັ່ນຕ່າງໆຈະໄດ້ຮັບການອອກແບບ ເພື່ອ Android Go ໂດຍສະເພາະ ເປັນການຕົບແຕ່ງໃຫ້ເກີດຄວາມເໝາະສົມ ແລະ ເຮັດວຽກຮ່ວມກັບຮາດແວໄດ້ຢ່າງມີປະສິດທິພາບ, ໃຊ້ພື້ນທີ່ໜ້ອຍລົງ ແລະ ໃຊ້ປະລິມານອິນເຕີເນັດໄດ້ຢ່າງປະຢັດ ລວມທັງສາມາດດາວໂຫຼດໄດ້ຜ່ານທາງ Play Store.


ສໍາລັບເປົ້າໝາຍຂອງການປ່ອຍ Android Go ຢ່າງເປັນທາງການຈະເລີ່ມຂຶ້ນໃນປີ 2018, ສ່ວນປະເທດທີ່ຄາດວ່າຈະໄດ້ໃຊ້ເປັນແຫ່ງທໍາອິດຄືອິນເດຍ ແລະ ອາດຈະລວມໄປເຖິງປະເທດກໍາລັງພັດທະນາອື່ນໆນໍາອີກ.

- 4 - ເປີດຕົວ Android Go ລະບົບທີ່ເອື້ອອຳນວຍຕໍ່ອຸປະກອນລາຄາຖືກ
- 3 - ເປີດຕົວ Android Go ລະບົບທີ່ເອື້ອອຳນວຍຕໍ່ອຸປະກອນລາຄາຖືກ
- 5 - ເປີດຕົວ Android Go ລະບົບທີ່ເອື້ອອຳນວຍຕໍ່ອຸປະກອນລາຄາຖືກ