ງານສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່

ງານສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ - 50476259 2271389919552171 9181946673557929984 n - ງານສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່
ງານສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ - kitchen vibe - ງານສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່
ງານສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ - DSC 8334 copy - ງານສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່

  ສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ (20 ມັງກອນ 1949-20 ມັງກອນ 2019) ໄດ້ຈັດຂຶ້ນຢ່າງສົມກຽດ ແລະ ຍິ່ງໃຫຍ່ໃນວັນທີ 20 ມັງກອນນີ້ທີ່ວິທະຍາຄານກົມມະດໍາ, ເມືອງໂພນໂຮງແຂວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ມີການນໍາພັກ-ລັດ, ກະຊວງ, ອົງການຈັດຕັ້ງມະຫາຊົນ, ພະນັກງານອາວຸໂສ-ປະຕິວັດ, ເພື່ອມິດຕ່າງປະເທດ ແລະ ບັນດາຕົວແທນເຫລົ່າຮົບ-ກົມກອງ ທົ່ວກໍາລັງປະກອບອາວຸດ,  ນັກຮຽນ-ນັກສຶກສາ,​ ປັນຍາຊົນ ແລະ ປະຊາຊົນບັນດາເຜົ່າເຂົ້າຮ່ວມຢ່າງຫລາຍ.

ງານສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ - 50476259 2271389919552171 9181946673557929984 n - ງານສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່

  ການສະຫລອງວັນປະຫວັດສາດອັນຍິ່ງໃຫຍ່ດ່ັງກ່າວ ໄດ້ເລີ່ມຕົ້ນດ້ວຍການສະແດງສີລະປະຂອງກອງສິລະປະກອນກອງທັບປະຊາຊົນລາວ ປະກອບມີ: ຮ້ອງເພງດຽວຍິງທີ່ມີຊື່ວ່າ: ເມືອງລາວມີພັກນໍາພາ, ເພງດຽວຊາຍຊື່ວ່າ: 20 ມັງກອນ, ຮ້ອງເພງໝູ່ຊາຍ : ທະຫານບໍ່ຢ້ານຕໍ່ອຸປະສັກ,  ເພງໝູ່ຊາຍ-ຍິງ : ກອງທັບລາວກ້າວຂຶ້ນ ແລະ ລາຍການລໍາເດີນ, ລໍາເຕີ້ຍ, ລໍາຊິ້ງ ຕ່າງໆ ອັນໄດ້ສ້າງຄວາມເບີກບານມ່ວນຊື່ນໃຫ້ຜູ້ຊົມຢ່າງຟົດຟື້ນ.

ງານສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ - 50510631 2271387026219127 7035148450798764032 n - ງານສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່

  ຈາກນັ້ນ, ສະຫາຍປະທານປະເທດ ບຸນຍັງ ວໍລະຈິດ ໄດ້ຂຶ້ນກ່າວສູນທອນພົດຕໍ່ພິທີວ່າ: ກ່ອນໜ້ານີ້ 70 ປີ ຄືວັນທີ 20 ມັງກອນ 1949, ກອງທັບລາວອິດສະຫລະ ເຊິ່ງແມ່ນຕົ້ນກໍາເນີດຂອງກອງທັບປົກປ່ອຍ ກໍຄືກອງທັບລາວໃນປັດຈຸບັນ ໄດ້ຮັບການສ້າງຕັ້ງຂຶ້ນຢູ່ເຂດທີ່ໝັ້ນຕາແສງລາວຮຸ່ງ-ພຽງສາ ເມືອງຊຽງຄໍ້ແຂວງຫົວພັນ ໂດຍແມ່ນປະທານໄກສອນ ພົມວິຫານ ເປັນຜູ້ສ້າງຕັ້ງບັນຊາໂດຍກົງ. ກອງທັບເຮົາໄດ້ປະເຊີນໜ້າໂດຍກົງກັບສັດຕູຮ້າຍກາດທີ່ມີກໍາລັງແຮງເໜືອກວ່າຫລາຍເທົ່ານັບທັງດ້ານກໍາລັງພົນ, ອາວຸດ-ຍຸດໂທປະ ກອນ ແລະ ອື່ນໆ, ແຕ່ດ້ວຍນໍ້າໃຈຮັກຊາດອັນສູງສົ່ງ ແລະ ການສືບທອດມູນເຊື້ອຕໍ່ສູ້ອັນພິລະອາດຫານບໍ່ຍອມຈໍານົນຂອງບັນພະບູລຸດ ແລະ ຊົນເຊື້ອຊາດລາວ ໂດຍໄດ້ຮັບການອູ້ມຊູຊ່ວຍເຫລືອຢ່າງໝົດຈິດໝົດໃຈຈາກປະຊາຊົນລາວບັນດາເຜົ່າ ກໍຄືການສະໜັບສະໜູນຊ່ວຍເຫລືອອັນລໍ້າຄ່າຈາກບັນດາປະເທດສັງຄົມນິຍົມອ້າຍນ້ອງ ກອງທັບເຮົາໄດ້ດໍາເນີນການຕໍ່ສູ້ຢ່າງພິລະອາດຫານ ແລະ ຍາດໄດ້ໄຊຊະນະຢ່າງສະຫງ່າງາມເປັນກ້າວໆມາ, ກອງທັບເຮົາໄດ້ສ້າງວິລະກໍາອັນລໍ້າເລີດຫລາຍປະການ, ສ້າງປະຫວັດສາດຍຸກໃຫມ່ ແລະ ມູນເຊື້ອວິລະຊົນຢ່າງສະຫງ່າງາມ. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນໃນວັນທີ 2 ທັນວາ 1975 ກອງທັບປະຊາຊົນລາວໄດ້ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອອັນສະຫງ່າງາມຂອງຕົນ ຍາມໃດກໍເຊີດຊູສະຕິລະວັງຕົວກຽມພ້ອມສູ້ຮົບ, ເປັນກໍາລັງຫລັກແຫລ່ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ເຮັດໜ້າທີ່ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ຮັບປະກັນສະຖຽນລະພາບທາງດ້ານການເມືອງໄດ້ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດບົນເສັ້ນທາງກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.

ງານສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ - 50250811 2271387136219116 4059177194927161344 n - ງານສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່

  ຈາກນັ້ນ, ກໍໄດ້ສະແດງຂອງກອ້ນກໍາລັງຕ່າງໆເຊ່ັນກຳລັງຫັດກາຍມວຍຂອງເຫລົ່າຮົບຕີພິເສດ ແລະ ເຫລົ່າຮົບ​ສືບຂ່າວ, ສະແດງມວຍຕໍ່ສູ້ຊາຍ-ຍິງ, ແລະ ການສວນສະໜາມຂອງກອ້ນກໍາລັງພົນຕ່າງໆ ເຊັ່ນ: ​ຂະ​ບວນ​ພະ​ນັກ​ງານ​ປະ​ຕິ​ວັດ​ອາ​ວຸ​ໂສ, ຈຸ​ທຸງ​ໄຊກອງ​ທັບ​ປະ​ຊາ​ຊົນ​ລາວ, ກ້ອນກອງ​ທັບ​ອິດ​ສະ​ຫລະ, ກ້ອນ​ກຳ​ລັງ​ກອງ​ທັບ​ປົດ​ປ່ອຍ, ກ້ອນ​ກຳ​ລັງ​ເພດ​ຍິງ 369, ​ນາຍ​ທະ​ຫານ​ບົກ, ນາຍ​ທະ​ຫານ​ອາ​ກາດ, ​ນາຍ​ທະ​ຫານ​ຊາຍ​ແດນ, ​ນາຍ​ທະ​ຫານ​ຮາບ, ​ທະ​ຫານ​ຕີ​ພິ​ເສດ, ​​ລົດ​ຕັງ-ຍານ​ເກາະ, ​​ປືນ​ໃຫຍ່​ໜ້າ​ດິນ, ​​ປ້ອງ​ກັນ​ອາ​ກາດ, ​ຊ່າງ​ແສງ, ​​ສື່​ສານ, ​ທະ​ຫານ​ແພດ​ເພດ​ຍິງ, ​ທະ​ຫານ​ທ້ອງ​ຖິ່ນ, ​ກຳ​ລັງ​ກອງ​ຫລອນ ແລະ ​ກຳ​ລັງ​ປ້ອງ​ກັນ​ຕົວ. ນອກນີ້ຍັງມີຂະບວນພາຫານະອາວຸດຈາກເຫລົ່າຮົບຕ່າງໆຄື: ຂະ​ບວນ​ລົດ​ທະ​ຫານ​ຮາບ​ຍານເກາະ, ເຫລົ່າ​ຮົບ​ລົດ​ຕັງ-ຍານ​ເກາະ, ​ເຫລົ່າ​ຮົບ​ປືນ​ໃຫຍ່​ໜ້າ​ດິນ, ​ເຫລົ່າ​ຮົບ​ປ້ອງ​ກັນ​ອາ​ກາດ, ​ເຫລົ່າ​ຮົບຊ່າງ​ແສງ ແລະ ອື່ນໆອີກ ແລະ ໃນຕອນແລງວັນດຽວກັນ ກໍໄດ້ຈັດສະແດງ ຈູດບັ້ງໄຟດອກທີ່ເປັ່ງແສງປະກາຍຮຸ່ງເຮືອງຢ່າງສວຍງາມເປັນຈໍານວນຫລາຍຮ້ອຍດອກ ເພື່ອເຮັດໃຫ້ການສະເຫລີມສະຫລອງວັນປະຫວັດສາດສຳຄັນດັ່ງກ່າວມີບັນຍາກາດຟົດຟື້ນຍິ່ງຂຶ້ນ.

ງານສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ - 3 - ງານສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!