ປາກຽວ ຊົກຄົບຍົກ-ປ້ອງກັນແຊ້ມສາຍແອວໂລກໄດ້
ແມນນີ ປາກຽວ ຍອດນັກມວຍຊາວຟີລິບປິນ ພິສູດໃຫ້ເຫັນແລ້ວວ່າອາຍຸເປັນພຽງຕົວເລກ ແລະ ບໍ່ເປັນອຸປະສັກຕໍ່ການເອົາຊະນະ ເອຣຽນ ໂບຣເນີ ຜູ້ທ້າຊີງຊາວອາເມລິກາ ສາມາດປ້ອງກັນສາຍແອວແຊ້ມເວລເຕີເວດໄດ້ສຳເລັດ.
ປາກຽວ ອາໄສຄວາມຊຳນານເກມ ແລະ ໂຊຄວາມເໜືອຊັ້ນກວ່າໄລ່ຕ້ອນນັກມວຍຊາວອາເມລິກາໄວ 29 ປີ ດ້ວຍພະລັງມັດ ແລະ ຄວາມໄວຈົນເກືອບນັອກ ໂບຣເນີ ລົງເຖິງສອງຄັ້ງໃນຍົກທີ 7 ແລະ ຍົກທີ 9 ຈົນຊະນະຄະແນນເປັນເອກະສັນ 117-111, 116-112 ແລະ 116-112 ປ້ອງກັນແຊ້ມເອົາໄວ້ໄດ້ຢ່າງງົດງາມ ໃນການຊົກຄົບ 12 ຍົກ ປ້ອງກັນແຊ້ມມວຍສາກົນຊີງແຊ້ມໂລກເວລເຕີເວດ ຮຸ່ນນ້ຳໜັກບໍ່ເກີນ 67 ກິໂລ ສະມາຄົມມວຍໂລກ (WBA) ໃນສັງວຽນເອັມຈີເອັມ ແກຣນ ລາສເວກັສ ໃນຄືນວັນທີ 19 ມັງກອນ ຢູ່ເວລາອາເມລິກາ ຫລື ເຊົ້າວັນທີ 20 ມັງກອນ ຢູ່ລາວ. ໄຊຊະນະ ແລະ ພະລັງທີ່ເຫລືອເຟືອຂອງຍອດນັກມວຍຟີລິບປິນ ເຮັດໃຫ້ເຫັນວ່າລາວສາມາດຢູ່ໃນສັງວຽນໄດ້ ເຖິງວ່າອາຍຸຮອດ 40 ປີໃນເດືອນຜ່ານມາ ຫລັງສຳເລັດການຊົກ ປາກຽວ ປະກາດທ້າ ຟລອຍ ເມດເວດເທີ ຍອມນັກມວຍອາເມລິກາ ກັບມາພົບກັນໃນນັດລ້າງຕາອີກ.