ໂຣເຈີ ເຟເດີເຣີ ເສຍໃຫ້ມື 14 ຈາກເກຣັກ ຕົກຮອບແກຣນສະແລມທຳອິດຂອງປີ
ໂຣເຈີ ເຟເດີເຣີ ໝົດສິດປ້ອງກັນແຊ້ມເທັນນິສ ອັອສເຕຣລ້ຽນ ໂອເພັນ ແກຣນສະແລມທຳອິດຂອງປີ ຫລັງເສຍໃຫ້ມື 14 ຈາກເກຣັກ.
ເທັນນິສ ອັອສເຕຣລ້ຽນ ໂອເພັນ ແກຣນສະແລມທຳອິດຂອງປີ ຢູ່ນະຄອນເມລເບິນ ປະເທດອົດສະຕຣາລີ ປະເພດຊາຍດ່ຽວ ຮອບ 4 ໂຣເຈີ ເຟເດີເຣີ ເຊິ່ງເປັນແຊ້ມເກົ່າ ແລະ ມື 3 ຂອງລາຍການຈາກສະວິດເຊີແລນ ໝົດສິດປ້ອງກັນແຊ້ມ ຫລັງເສຍໃຫ້ ສະເຕຟານອລ ຊິດຊິປາສ ມື 14 ຈາກເກຣັກ ທີ່ໂຊຟອມ ສາມາດເຊັບ 12 ເບຣກພອຍຂອງ ເຟເດີເຣີ ໄວ້ໄດ້ 1 ຕໍ່ 3 ເຊັດ 7-6 ໄທເບຣກ 13 ຕໍ່ 11, 6-7 ໄທເບຣກ 3 ຕໍ່ 7, 5-7, 6-7 ໄທເບຣກ 5 ຕໍ່ 7 ໂດຍ ຊິດຊິປາສ ຜ່ານເຂົ້າຮອບໄປພົບກັບ ໂຣແບໂຕ ເບົາຕິສຕາ ອາກຸດ ຈາກສະເປນ.
ຫລັງເສຍໄຊ ໂຣເຈີ ເຟເດີເຣີ ເປີດເຜີຍວ່າ: ຕົນມີແຜນຈະກັບມາລົງແຂ່ງຂັນໃນຊ່ວງເຄຍຄໍຊີຊັນອີກ ຫລັງຈາກເວັ້ນວັກບໍ່ລົງຫລິ້ນໃນຄອດດິນມາ 2 ປີຕິດຕໍ່ກັນ ຫລື ນັບແຕ່ລົງຫລິ້ນໃນ ອີຕາລຽນ ໂອເພັນ ປີ 2016 ເປັນຕົ້ນມາ ເຊິ່ງຕອນນີ້ຮູ້ສຶກຢາກຫລິ້ນ ແລະ ບໍ່ຈຳເປັນຈະຕ້ອງຢຸດພັກຍາວໆອີກແລ້ວ.