ຄົນລວຍທີ່ສຸດ 26 ຄົນມີຊັບສິນ ເທົ່າຄົນທຸກເຄິ່ງໂລກລວມກັນ
ອອກແຟມ ອົງກອນການກຸສົນອັງກິດ ເປີດເຜີຍວ່າ: ຄົນລວຍທີ່ສຸດໃນໂລກ 26 ຄົນ ມີຊັບສິນເທົ່າກັບຄົນທຸກເຄິ່ງໂລກມີລວມກັນ ຂໍໃຫ້ລັດຖະບານປະເທດຕ່າງໆເລັ່ງຂຶ້ນພາສີຄົນລວນ ເພື່ອແກ້ໄຂບັນຫາຄວາມເຫລື້ອມລ້ຳທີ່ເພີ່ມຂຶ້ນ.
ອອກແຟມ ເຜີຍແຜ່ລາຍງານສະບັບໃໝ່ກ່ອນຈະມີກອງປະຊຸມເສດຖະກິດໂລກ ຫລື ເວິລອີໂຄໂນມິກຟໍຣຳ ຢູ່ເມືອງດາວອສ ຂອງສະວິດ ລະຫວ່າງວັນທີ 22-25 ມັງກອນນີ້ວ່າ: ປີຜ່ານມາ ມະຫາເສດຖີຂອງໂລກມີຊັບສິນເພີ່ມຂຶ້ນວັນລະ 2.500 ລ້ານໂດລາສະຫະລັດ ສະເພາະທ່ານ ເຈ ເບຊອສ ປະທານກຳມະການບໍລິຫານ (CEO) ອາເມຊອນ ມະຫາເສດຖີອັນດັບໜຶ່ງຂອງໂລກ ປີຜ່ານມາມີຊັບສິນເພີ່ມຂຶ້ນ 112.000 ລ້ານໂດລາສະຫະລັດ, ສວນທາງກັບຜູ້ມີລາຍຮັບໜ້ອຍເຄິ່ງໜຶ່ງຂອງໂລກ ຫລື ປະມານ 3.800 ລ້ານຄົນທີ່ມີຊັບສິນຫລຸດລົງ 11%.
ຊ່ອງຫວ່າງລະຫວ່າງຄົນລວນກັບຄົນທຸກທີ່ເພີ່ມຂຶ້ນ ບັນທອນການແກ້ໄຂບັນຫາຄວາມທຸກຍາກ, ທຳລາຍເສດຖະກິດ ແລະ ເພີ່ມກະແສບໍ່ພໍໃຈຂອງຄົນໃນສັງຄົມ. ຕົວເລກປີ 1980-2016 ຊີ້ວ່າ: ຄົນທຸກເຄິ່ງໂລກໄດ້ສ່ວນແບ່ງພຽງ 12 ເຊນ ຂອງລາຍຮັບໂລກທີ່ເພີ່ມຂຶ້ນທຸກ 1 ໂດລາສະຫະລັດ. ຂະນະທີ່ຄົນລວນທີ່ສຸດ 1% ຂອງໂລກໄດ້ສ່ວນແບ່ງນີ້ເຖິງ 27 ເຊນ. ອອກແຟມໂທດລັດຖະບານປະເທດຕ່າງໆວ່າ: ເລັ່ງຊ່ອງຫວ່າງໃຫ້ກວ້າງຂຶ້ນ ເພາະບໍ່ລົງທຶນບໍລິການສາທາລະນະເຊັ່ນ: ການສຶກສາ ແລະ ສາທາລະນະສຸກ, ແຕ່ພັດເກັບພາສີຄົນລວຍຕໍ່າກວ່າທີ່ຄວນ, ຖ້າເກັບພາສີຄົນລວນເພີ່ມຂຶ້ນ 0,5% ຈະມີເງິນໃຫ້ເດັກນ້ອຍໄດ້ຮຽນໜັງສືສູງເຖິງ 262 ລ້ານຄົນ ແລະ ໃຫ້ບໍລິການສາທາລະນະສຸກຊ່ວຍຊີວິດຄົນໄດ້ສູງເຖິງ 3,3 ລ້ານຄົນ.