ກຳປູເຈຍ-ມຽນມາ ຮ້ອງຮຽນ EU ກັບມາເກັບພາສີເຂົ້າອີກ
ກຳປູເຈຍ ແລະ ມຽນມາ ຮ້ອງຮຽນຄະນະກຳມາທິການເອີຣົບ ໜ່ວຍງານບໍລິຫານຂອງສະຫະພາບເອີຣົບ (EU) ທີ່ກັບມາເກັບພາສີເຂົ້າຂອງທັງສອງປະເທດອີກ.
EU ເກັບພາສີເຂົ້າຈ້າວນຳເຂົ້າຈາກກຳປູເຈຍ ແລະ ມຽນມາສູງສຸດ ໂຕນລະ 175 ເອີໂຣ ເປັນເວລາສາມປີອີກ ຕາມທີ່ອີຕາລີຮ້ອງຮຽນວ່າເຂົ້ານຳເຂົ້າລາຄາຖືກເຮັດໃຫ້ກະສິກອນອີຕາລີເດືອດຮ້ອນໜັກ. EU ລະບຸວ່າ: ເຂົ້າຈ້າວນຳເຂົ້າຈາກສອງປະເທດນີ້ເພີ່ມຂຶ້ນເຖິງ 89% ໃນ 5 ລະດູການເກັບກ່ຽວຫລ້າສຸດ. ກະຊວງການຄ້າກຳປູເຈຍຂັດແຍ່ງວ່າ: ເປັນຂໍ້ຮ້ອງຮຽນທີ່ອ້າງອີງຈາກຂໍ້ມູນທີ່ບໍ່ຖືກຕ້ອງ, ມາດຕະການຂອງ EU ບໍ່ຕ່າງຈາກອາວຸດທີ່ຈະເຂັ່ນຂ້າຊາວນາ ແລະ ຄອບຄົວທີ່ມີໜີ້ສິນ. ປີຜ່ານມາ ກຳປູເຈຍສົ່ງອອກເຂົ້າເກືອບເຄິ່ງໜຶ່ງຈາກທັງໝົດ 625.000 ໂຕນໄປ EU. ສ່ວນສະຫະພັນເຂົ້າມຽນມາຂໍຮ້ອງ EU ໃຫ້ຍົກເວັ້ນພາສີເຂົ້ານຳເຂົ້າຈາກມຽນມາຕໍ່ໄປ ເພາະມຽນມາຕ້ອງອາໄລລາຍຮັບຈາກການສົ່ງອອກເຂົ້າໄປ EU ປີລະ 100 ລ້ານໂດລາສະຫະລັດ ມາໃຊ້ແກ້ໄຂບັນຫາຫລວງຫລາຍໃນປະເທດ.
ເດືອນພະຈິກປີກ່ອນ, EU ເປີດເຜີຍວ່າ: ກຳລັງພິຈາລະນາເລື່ອງຖອດກຳປູເຈຍ ແລະ ມຽນມາອອກຈາກຂໍ້ຕົກລົງ Everything But Arms (EBA) ທີ່ໃຫ້ປະເທດດ້ອຍພັດທະນາສົ່ງອອກສິນຄ້າທຸກຢ່າງຍົກເວັ້ນອາວຸດ ແລະ ລູກປືນເຂົ້າ EU ໂດຍບໍ່ມີພາສີ ຫລື ໂກຕ້າ ເນື່ອງຈາກທັງສອງປະເທດລະເມີດສິດທິມະນຸດ. ນາຍົກລັດຖະມົນຕີ ຮຸນເຊນ ຂອງກຳປູເຈຍ ຂູ່ໃນອາທິດກ່ອນວ່າ: ຈະຫລິ້ນງານປໍລະປັກທາງການເມືອງຢ່າງໜັກ ຖ້າກຳປູເຈຍຖືກ EU ຖອດອອກຈາກ EBA ເຊິ່ງຈະເຮັດໃຫ້ອຸດສາຫະກຳສົ່ງອອກເຄື່ອງຕັດຫຍິບທີ່ສ້າງລາຍຮັບເຂົ້າປະເທດຖືກກະທົບຫລາຍທີ່ສຸດ.