ເຈົ້າໜ້າທີ່ເລັ່ງແກ້ບັນຫາການສັນຈອນແອອັດຢູ່ 4 ແຍກໄຟແດງໂຮງກາຍະສິນ

ພາຍຫລັງທີ່ມີປະຊາຊົນສ່ອງແສງມາບັນຫາມາຫາກອງ ບກ ລາວພັດທະ ນາເຮົາວ່າ: ປັດຈຸບັນການສັນຈອນໄປ-ມາໃນເສັ້ນທາງ 4 ແຍກໄຟແດງໂຮງກາຍຍະສິນ ໄປຫາ 3 ແຍກໄຟແດງສະຫວ່າງ-ໂພນຕ້ອງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ໃນຊົ່ວໂມງເລັ່ງດ່ວນຂອງທຸກໆມື້ແມ່ນມີຄວາມແອອັດຫລາຍ ບາງມື້ມີລົດຕິດນັບຫລາຍຊົ່ວໂມງ. ຕໍ່ສະບັບດັ່ງກ່າວນັກຂ່າວລາວພັດທະນາເຮົາກໍໄດ້ລົງໄປສັງເກດຕົວຈິງ.
ເຈົ້າໜ້າທີ່ຕໍາຫລວດຈະລາຈອນເມືອງຈັນທະບູລີໃຫ້ຮູ້ວ່າ: ສາເຫດທີ່ເຮັດໃຫ້ການສັນຈອນໄປ-ມາຢູ່ເຂດໄຟແດງດັ່ງກ່າວແອອັດຍ້ອນວ່າເປັນເຂດຈຸດສຸມ, ມີເສັ້ນທາງທີ່ຄັບແຄບ ແລະ ມີໄຟແດງຕິດຈອດໃກ້ກັນຫລາຍແຫ່ງຈຶ່ງເຮັດໃຫ້ສະພາບແອອັດເກີດຂຶ້ນໃນເວລາເລັ່ງດ່ວນ ເຊິ່ງບັນຫານີ້ທາງເຈົ້າໜ້າທີ່ກໍໄດ້ລະດົມພະນັກງານໄປຊ່ວຍລະບາຍປະຈໍາຢູ່ຈຸດດັ່ງກ່າວ ເພື່ອຫລຸດຜ່ອນການສອນຈອນແອອັດ ແລະ ການໄປມາສະດວກຕື່ມອີກ. ພ້ອມກັນນັ້ນ ຍັງຮຽກຮ້ອງໃຫ້ຜູ້ຂັບຂີ່ຈົ່ງມີສະຕິໃນການຂັບຂີ່ ແລະ ປະຕິບັດກົດລະບຽບຈະລາຈອນວາງອອກໃຫ້ເຂັ້ມງວດ ເພື່ອສະກັດກັ້ນການເກີດອຸບັດເຫດໃຫ້ຫລຸດໜ້ອຍຖອຍລົງ.