UN ເຜີຍຍອດ FDI ຈີນຂະຫຍາຍຕົວສວນທາງທົ່ວໂລກ
ກອງປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ເປີດເຜີຍວ່າ: ຍອດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຂອງທົ່ວໂລກຂະຫຍາຍຕົວຊ້າລົງໃນປີ 2018, ແຕ່ FDI ຂອງຈີນພັດເປັນໄປໃນທິດທາງກົງກັນຂ້າມ ແລະ ເປັນປະເທດທີ່ມີເມັດເງິນ FDI ເຂົ້າປະເທດຫລາຍທີ່ສຸດໃນໂລກ.
ສຳນັກຂ່າວຊິນຮົວລາຍງານວ່າ: UNCTAD ໄດ້ເປີດເຜີຍລາຍງານຈັບຕາທ່າອ່ຽງການລົງທຶນປີ 2019 (2019 Investment Trends Monitor) ເຊິ່ງລະບຸວ່າ: FDI ທົ່ວໂລກຄວນປັບຕົວຂຶ້ນໃນປີ 2019, ແຕ່ທ່າອ່ຽງໃນປັດຈຸບັນຍັງຢູ່ໃນລະດັບທີ່ອ່ອນແອ.
ສ່ວນຍອດ FDI ທົ່ວໂລກໃນປີ 2018 ປັບຫລຸດລົງ 19% ສູ່ລະດັບ 1,2 ຕື້ໂດລາ ຈາກລະດັບ 1,47 ຕື້ໂດລາ ໃນປີ 2017.
ທ່ານ ເຈມ ຈານ ຜູ້ອຳນວຍການຝ່າຍການລົງທຶນ ແລະ ບໍລິສັດຂອງ UNCTAD ກ່າວວ່າ: ຍອດ FDI ທົ່ວໂລກຫລຸດລົງຕິດຕໍ່ກັນເປັນປີທີ 3 ສົ່ງຜົນໃຫ້ຍອດລວມຫລຸດລົງມາຢູ່ລະດັບຕໍ່າສຸດນັບແຕ່ຫລັງເກີດວິກິດການເງິນໂລກ, ແຕ່ສຳລັບຈີນນັ້ນ ໃນໄລຍະເຄິ່ງປີທຳອິດ ຈີນເປັນປະເທດທີ່ມີຍອດ FDI ຫລາຍທີ່ສຸດໃນໂລກ.
ທ່ານ ຈານ ກ່າວວ່າ: ປັດໄຈທີ່ເຮັດໃຫ້ເມັດເງິນ FDI ໄຫລເຂົ້າສູ່ຈີນຈຳນວນຫລາຍນັ້ນ ມາຈາກຫລາຍປັດໄຈ ເຊິ່ງລວມທັງການທີ່ຈີນເປີດເສລີຢ່າງຕໍ່ເນື່ອງ ໂດຍສະເພາະໃນຂະແໜງບໍລິການ ແລະ ການເງິນ. ນອກຈາກນີ້ ຈີນຍັງເພີ່ມຄວາມພະຍາຍາມໃນການສະໜັບສະໜູນການລົງທຶນໃນອຸດສາຫະກຳໄຮເທັກ.