ລົດແກ້ວ ຄວ້າອັນດັບ 3 ແລ່ນມາຣາທອນ ທີ່ບາງບອກທ້າຍອາທິດຜ່ານມາ
February 4, 2019 - 4:07 PM
ລົດແກ້ວ ອິນທະກຸມມານ ນັກແລ່ນທົນທີມຊາດລາວ ສ້າງຜົນງານເດັ່ນຂ້າມປີຕໍ່ເນື່ອງ, ຫລ້າສຸດສາມາດຄວ້າອັນດັບ 3 ແລ່ນມາຣາທອນ ລາຍການ ອາເມຊິ້ງ ໄທແລນ (Amazing Thailand Marathon) ທີ່ບາງດອກ ປະເທດໄທ ເຊິ່ງມີນັກກິລາເຂົ້າຮ່ວມຫລາຍກວ່າ 5.000 ຄົນ ຈາກຫລາຍປະເທດໃນທົ່ວໂລກ ແຂ່ງຂັນໃນວັນທີ 3 ກຸມພາຜ່ານມາ. ລົດແກ້ວ ລົງແຂ່ງລາຍການ 10 ກິໂລແມັດຍິງ ເຂົ້າເສັ້ນໄຊດ້ວຍເວລາ 37 ນາທີ 1 ວິນາທີ ຕາມຫລັງອັນດັບ 1 ນັກກິລາຈາກເອທິໂອເປຍພຽງ 50 ວິນາທີ, ທີ 2 ເປັນອີກໜຶ່ງນັກກິລາຈາກເອທິໂອເປຍ, ລົດແກ້ວ ຕາມຫລັງພຽງ 3 ວິນາທີ. ເປັນການເລີ່ມຕົ້ນປີທີ່ດີຂອງ ລົດແກ້ວ. ກ່ອນໜ້ານີ້ ສາມາດຄວ້າ 2 ຫລຽນຄຳ ແລະ 2 ຫລຽນເງິນ ໃນງານກິລາມະຫາວິທະຍາໄລທົ່ວປະເທດໄທ ຄັ້ງທີ 47.