ຕ້ອນຮັບນັກກິລາຣັກບີ້ທີມຊາດ ປະເທດອົດສະຕາລີ
ໃນວັນທີ 4 ກຸມພານີ້, ສະຖານທູດອົດສະຕຣາລີ ປະຈໍາລາວ ຮ່ວມກັບ ໂຄງການ ໄຊຟັນພາດອິດແບັກ (ChildFund Pass It Back) ແລະ ສະຫະພັນກິລາຣັກບີ້ແຫ່ງຊາດລາວ ໄດ້ຈັດພິທີຕ້ອນຮັບຂອງນັກກິລາຣັກບີ້ທີມຊາດອົດສະຕຣາລີ 2 ຄົນທີ່ມາຢ້ຽມຢາມລາວ ໂດຍມີປະທານສະຫະພັນກິລາຣັກບີ້ແຫ່ງຊາດ ແລະ ທູຕານຸທູດ ພ້ອມດ້ວຍນັກກິລາເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນນໍາດ້ວຍ.
ທ່ານປະທານສະຫະພັນກິລາຣັກບີ້ແຫ່ງຊາດລາວ ໃຫ້ຮູ້ວ່າ: ການມາຢ້ຽມຢາມຄັ້ງນີ້ ນັກກິລາທັງສອງຈະໄດ້ໄປຊົມກິດຈະກໍາຂອງກິລາຣັກບີ້ລາວ ChildFund Pass It Back ຢູ່ແຂວງຊຽງຂວາງ ແລະ ຝຶກສອນທັກສະຄວາມຮູ້ໃຫ້ແກ່ນັກກິລາລາວໄດ້ມີໂອກາດພັດທະນາດີຂຶ້ນເລື້ອຍໆ ເຊິ່ງໂຄງການChildFund Pass It Back ແມ່ນແນໃສ່ພັດທະນານັກກິລາມີຄວາມເຂັ້ມແຂງເພື່ອເປັນຕົວແທນຂອງທ້ອງຖິ່ນ ແລະ ຂອງຊາດເຂົ້າຮ່ວມແຂ່ງຂັນລາຍການຕ່າງໆທີ່ຈະຈັດຂຶ້ນໃນຕໍ່ໜ້າ.