ຄືນດຽວມີຜູ້ເສຍຊີວິດ 2 ຄົນ ຈາກອຸປະຕິເຫດ
ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 6 ກຸມພາ ນີ້, ມີອຸປະຕິເຫດເກີດຂຶ້ນກ່ວາ 5 ກໍລະນີ, ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນຄື: ເວລາທ່ຽງຄືນໄດ້ເກີດອຸປະຕິເຫດ ຢູ່ ເຂດບ້ານ ດົງໂພສີ ເມືອງ ຫາດຊາຍຟອງ ນະຄອນຫລວງວຽງຈັນ, ລົດຈັກຮອນດາເວບ, ໝາຍເລກທະບຽນ ກນ 0261 ຂັບຂີ່ໂດຍຊາຍອາຍຸປະມານ 40 ປີ, ມາແຕ່ ບ້ານ ສາລະຄຳ ມຸ້ງໜ້າ ໄປທາງທ່າເດື່ອ ພໍມາຮອດຈຸດເກີດ ລົດຈັກຄັນດັ່ງກ່າວໄດ້ຕຳກົ້ນລົດພວງຢ່າງຮຸນແຮງ ເຮັດໃຫ້ເສຍຊີວິດຄາທີ່ ແລະ ເວລາປະມານ 1 ໂມງ, ໄດ້ເກີດອຸປະຕິເຫດລົດ ຈິບ ແລນໂລເວີ ສີຂາວ ຕຳກັບ ລົດຈັກຮອນດາເວບ 100 ຢູ່ເສັ້ນທາງເຂດບ້ານ ດົງຄໍາຊ້າງ ເມືອງ ໄຊເສດຖາ ນະຄອນຫລວງວຽງຈັນ ເຮັດໃຫ້ຜູ້ຂັບຂີ່ລົດຈັກ ເສຍຊີວິດຄາທີ່.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນເດືອນ ມັງກອນ ຜ່ານມາ ຢູ່ ນະຄອນຫລວງວຽງຈັນ ມີອຸປະຕິເຫດເກີດຂຶ້ນ 147 ກໍລະນີ, ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 19 ຄົນ, ໃນນັ້ນສ່ວໃນໃຫຍ່ແມ່ນດື່ມສິ່ງມືນເມົາ ແລະ ຂັບລົດ.