ທ່ານ ມາດູໂຣ ຫ້າມເຄື່ອງບັນເທົາທຸກ ຈາກອາເມລິກາເຂົ້າເວເນຊູເອລາ
ປະທານາທິບໍດີ ນິໂກລັດ ມາດູໂຣ ບໍ່ອະນຸຍາດໃຫ້ຄາລາວານເຄື່ອງບັນເທົາທຸກຈາກອາເມລິກາຂ້າມຊາຍແດນຈາກໂກລົມບີ ເພາະເຊື່ອວ່າເປັນ “ແຜນບັງໜ້າ” ຂອງການແຊກແຊງທາງທະຫານຕໍ່ເວເນຊູເອລາ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ນິໂກລັດ ມາດູໂຣ ກ່າວໃນວັນທີ 5 ກຸມພາ ກ່ຽວກັບການທີ່ທ່ານ ຮວນ ກຸຍໂດ ຜູ້ນຳຝ່າຍຄ້ານ ແລະ ປະທານສະມັດຊາແຫ່ງຊາດ ເຊິ່ງໃນທ້າຍເດືອນຜ່ານມາ ສະຖາປະນາຕົນເອງເປັນ “ຜູ້ນຳຄູ່ຂະໜານ” ກັບທ່ານ ຕ້ອງການລຳລຽງເຄື່ອງບັນເທົາທຸກຈາກອາເມລິກາເຂົ້າປະເທດວ່າ: ຖ້າລັດຖະບານວໍຊິງຕັນ ແລະ ພັນທະມິດຕ້ອງການ “ຊ່ວຍເຫລືອດ້ານມະນຸດສະທຳ” ແກ່ເວເນຊູເອລາແທ້ ຂໍພຽງແຕ່ຢຸດມາດຕະການຂວ້ຳບາດ ແລະ ມາດຕະການປິດລ້ອມທາງເສດຖະກິດ. ທັງນີ້ ທ່ານ ມາດູໂຣ ເຊື່ອວ່າ: ການຊ່ວຍເຫລືອດ້ານມະນຸດສະທຳເຫລົ່ານັ້ນຄື “ການຊ້ອນແຜນ” ຂອງອາເມລິກາ ເພື່ອການແຊກແຊງທີ່ອາດນຳໄປສູ່ການໃຊ້ “ມາດຕະການຮຸນແຮງ” ລວມເຖິງການໃຊ້ກຳລັງທະຫານ.
ຂະນະທີ່ທ່ານ ກຸຍໂດ ສະແດງຄວາມບໍ່ພໍໃຈ ໂດຍການກ່າວຫາກອງທັບເວເນຊູເອລາ “ລ້ຳເສັ້ນ” ໂດຍການຕັ້ງດ່ານກວດ ແລະ ນຳລົດຫຸ້ມເກາະມາຈອດຂວາງບໍລິເວນຈຸດຜ່ານແດນຢູ່ລັດຕາຊິຣາ ເຊິ່ງມີຊາຍແດນທາງຕາເວັນຕົກຕິດກັບໂກລົມບີ ແລະ ມີເມືອງເອກຄືເມືອງຊັນກຣິສໂຕບັລ ເພື່ອສະກັດກັ້ນເຄື່ອງທີ່ຈຳເປັນສຳລັບການດຳລົງຊີວິດຂອງຊາວເວເນຊູເອລາຫລາຍກວ່າ 300.000 ຄົນ ໂດຍ “ຜູ້ນຳຮັກສາການ” ຂອງເວເນຊູເອລາ ເຊິ່ງໄດ້ຮັບການຮັບຮອງຈາກຢ່າງໜ້ອຍ 20 ປະເທດ ລວມທັງອາເມລິກາ ແລະ ຫລາຍປະເທດໃນເອີຣົບ ກ່າວວ່າ: ຕອນນີ້ເຄື່ອງທັງໝົດຢູ່ເມືອງກູກູຕາ ທາງຕາເວັນອອກສຽງເໜືອຂອງໂກລົມບີ ແລະ ທ່ານກຳລັງຫາທາງໃນການລຳລຽງເຄື່ອງເຫລົ່ານັ້ນເຂົ້າມາໃນປະເທດ.