ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ ລາວ-ຈີນ​ ຄືບ​ໜ້າ​ກວ່າ 50%

ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ ລາວ-ຈີນ​ ຄືບ​ໜ້າ​ກວ່າ 50% - railway - ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ ລາວ-ຈີນ​ ຄືບ​ໜ້າ​ກວ່າ 50%
ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ ລາວ-ຈີນ​ ຄືບ​ໜ້າ​ກວ່າ 50% - kitchen vibe - ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ ລາວ-ຈີນ​ ຄືບ​ໜ້າ​ກວ່າ 50%

     ທ່ານ ລັດຕະນະມະນີ ຄູນ​ນີວົງ ຮອງ​ລັດຖະມົນຕີ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໃຫ້​ຮູ້​ວ່າ: ພາຍຫລັງ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ ​ແຕ່​ຊາຍ​ແດນ ລາວ-ຈີນ ຫາ​ນະຄອນຫລວງ​ວຽງ​ຈັນ ມີ​ໄລຍະ​ທາງ​ຍາວ 417 ກິ​ໂລ​ແມັດ ​ມາ​ຮອດ​ປັດຈຸບັນ​ມີ​ຄວາມ​ຄືບ​ໜ້າ​ຫລາຍ​ກວ່າ 50% ​ເຊິ່ງ​ຕົ້ນຕໍແມ່ນໄດ້​ສຳ​ເລັດ​ການ​ເຈາະ​ອຸ​ໂມງ 69 ຈຸດ​ຂອງ​ຈຳນວນ 200 ຈຸດ, ກໍ່ສ້າງ​ຂົວ​ສຳ​ເລັດ 143 ​ແຫ່ງ. ສ່ວນ​ວຽກ​ງານ​ປິ່ນ​ອ້ອມ​ອື່ນໆ ​ເປັນຕົ້ນການ​ສ້າງ​ເສັ້ນທາງ ແລະ ຂົວ​ເຂົ້າຫາ​ເຂດ​ກໍ່ສ້າງ, ຕິດຕັ້ງ​ໄຟຟ້າ-ນ້ຳປະປາ​ແມ່ນ​ສຳ​ເລັດ​ແລ້ວ​ເປັນ​ສ່ວນ​ໃຫຍ່. ສຳລັບ​ການ​ຊົດ​ເຊີຍ​ຜົນ​ກະທົບ​ຕ່າງໆ ມາ​ຮອດ​ປັດຈຸບັນ​ໄດ້​ຈ່າຍ​ຄ່າ​ຊົດ​ເຊີຍ​ແລ້ວ 7 ງວດ ຕົກ​ເປັນ​ເງິນ​ຫລາຍ​ກວ່າ 850 ຕື້ກີບ.

      ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ກ່າວ​ວ່າ: ​ໂດຍ​ລວມ​ເຫັນ​ວ່າການ​ກໍ່ສ້າງ​ແມ່ນ​ດຳ​ເນີນ​ໄປ​ຕາມ​ແຜນການ ​ແລະ ຈະ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ປີ 2021 ​ແນ່ນອນ. ສ່ວນ​ວຽກ​ຮີບ​ດ່ວນ​ຈະ​ສືບ​ຕໍ່​ປະຕິບັດ​ໃນ​ຕໍ່ໜ້າ​ນີ້​​ແມ່ນ​ແກ້​ໄຂ​ສິ່ງ​ກີດຂວາງ​ຕ່າງໆ, ​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ​ການ​ນຳ​ເຂົ້ານ້ຳມັນ​ເຊື້ອ​ໄຟ, ວັດ​ສະ​ດຸ​ກໍ່ສ້າງ, ຍານພາຫະນະ ​ແລະ ກົນ​ຈັກ​ອື່ນໆ ​ເພື່ອ​ຮັບປະກັນ​ໃຫ້​ເສຍ​ພາສີ​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ.

ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ ລາວ-ຈີນ​ ຄືບ​ໜ້າ​ກວ່າ 50% - Visit Laos Visit SALANA BOUTIQUE HOTEL - ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ ລາວ-ຈີນ​ ຄືບ​ໜ້າ​ກວ່າ 50%
ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ ລາວ-ຈີນ​ ຄືບ​ໜ້າ​ກວ່າ 50% - 5 - ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ ລາວ-ຈີນ​ ຄືບ​ໜ້າ​ກວ່າ 50%
ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ ລາວ-ຈີນ​ ຄືບ​ໜ້າ​ກວ່າ 50% - 3 - ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ ລາວ-ຈີນ​ ຄືບ​ໜ້າ​ກວ່າ 50%
ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ ລາວ-ຈີນ​ ຄືບ​ໜ້າ​ກວ່າ 50% - 4 - ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ ລາວ-ຈີນ​ ຄືບ​ໜ້າ​ກວ່າ 50%