ລັດຖະບານໂອຕຣິດປະດັບຫລຽນໃຫ້ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ
ແຫລ່ງຂ່າວຈາກ ຂປລ ລາຍງານວ່າ: ໃນວັນທີ 8 ກຸມພານີ້, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ໄດ້ມີພິທີປະດັບຫລຽນ Grand Tyrolian Eagle Award ໃຫ້ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທັງປະທານກິດຕິມະສັກຄະນະກໍາມະການບ້ານຊ່ວຍເຫລືອເດັກນ້ອຍ ເອັສໂອເອັສ (SOS) ລາວ, ໂດຍແມ່ນທ່ານ ກັນເທີ ປລັດເຕີ (Gunther Platter) ເຈົ້າແຂວງທີໂຣນ ໄດ້ຕາງໜ້າລັດຖະບານໂອຕຣິດເປັນຜູ້ປະດັບຫລຽນດັ່ງກ່າວ, ເຊິ່ງເປັນຫລຽນສູງສຸດທີ່ລັດຖະບານໂອຕຣິດມອບໃຫ້ຕ່າງປະເທດ.
ການປະດັບຫລຽນດັ່ງກ່າວ ເພື່ອເປັນການຍ້ອງຍໍສັນລະເສີນຄຸນງາມຄວາມດີໃນການປະກອບສ່ວນຊ່ວຍເຫລືອບ້ານຊ່ວຍເຫລືອເດັກນ້ອຍ ເອັສໂອເອັສ ລາວ, ເຊິ່ງທ່ານ ທອງລຸນ ສີສຸລິດ ເປັນໜຶ່ງໃນຜູ້ທີ່ກໍ່ຕັ້ງໂຄງການບ້ານຊ່ວຍເຫລືອເດັກນ້ອຍເອັສໂອເອັສລາວ ແຕ່ປີ 1993 ແລະ ຕະຫລອດໄລຍະ 25 ປີຜ່ານມາ, ຍາມໃດທ່ານ ທອງລຸນ ສີສຸລິດ ກໍໄດ້ໃຫ້ຄວາມໃກ້ຊິດຕິດແທດຊີ້ນໍາ-ນໍາພາເອົາໃຈໃສ່ພິເສດ ຕໍ່ໂຄງການບ້ານຊ່ວຍເຫລືອເດັກເອັສໂອເອັສລາວໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເປັນສະຖານທີ່ເບີ່ງແຍງລ້ຽງດູເດັກກໍາພ້າ-ກໍາພອຍທີ່ດ້ອຍໂອກາດໃຫ້ມີຊີວິດທີ່ດີໃນສັງຄົມ. ປັດຈຸບັນຢູ່ລາວມີບ້ານຊ່ວຍເຫລືອເດັກນ້ອຍເອັສໂອເອັສລາວ 6 ແຫ່ງໃນທົ່ວປະເທດ.
ໃນໂອກາດດຽວກັນ, ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານຄະນະກໍາມະການບ້ານຊ່ວຍເຫລືອເດັກນ້ອຍເອັສໂອເອັສລາວ ໄດ້ຕາງໜ້າລັດຖະບານລາວ ໄດ້ປະດັບຫລຽນໄຊພັດທະນາຊັ້ນ III ໃຫ້ແກ່ທ່ານ ກັນເທີ ປລັດເຕີ ເຈົ້າແຂວງທີໂຣນ ປະເທດໂອຕຣິດ, ເຊິ່ງເປັນສະມາຊິກຂອງອົງການ SOS ສາກົນ ແລະ ໄດ້ປະກອບສ່ວນ ແລະ ໃຫ້ການສະໜັບສະໜູນດ້ານວັດຖຸ ແລະ ງົບປະມານ ໃຫ້ແກ່ອົງການ SOS ສາກົນ ເປັນຈໍານວນຫລວງຫລາຍ, ລວມທັງໂຄງການບ້ານຊ່ວຍເຫລືອເດັກນ້ອຍເອັສໂອເອັສລາວ.
ລັດຖະບານລາວ ຖືວ່າໂຄງການບ້ານຊ່ວຍເຫລືອເດັກເອັສໂອເອັສລາວເປັນຂອງຂວັນອັນລໍ້າຄ່າທີ່ອົງການ SOS ສາກົນ ມອບໃຫ້ລັດຖະບານລາວ ເພື່ອເປັນບ່ອນຢູ່ອາໃສສໍາລັບເດັກກໍາພ້າ-ກໍາພອຍ, ດ້ອຍໂອກາດຂາດທີ່ເພີ່ງພາອາໃສ, ຂາດຜູ້ເບີ່ງແຍງລ້ຽງດູ ເທົ່າທີ່ພວກເຂົາຄວນຈະໄດ້ຮັບ, ບ້ານຊ່ວຍເຫລືອເດັກນ້ອຍເອັສໂອເອັສລາວ ໄດ້ໃຫ້ການດູແລເບິ່ງແຍງໃຫ້ຄວາມຮັກ, ຄວາມອົບອຸ່ນຕາມຫລັກການຂອງອົງການ SOS ສາກົນ ແລະ ສອດຄ່ອງກັບຮີດຄອງປະເພນີອັນດີງາມຂອງລາວ ຄື: ເປັນແມ່ລູກກັນ, ເປັນອ້າຍເອື້ອຍນ້ອງກັນ, ເປັນຄອບຄົວດຽວກັນ ແລະ ເປັນບ້ານດຽວກັນ, ຊ່ວຍໃຫ້ເດັກໄດ້ຮັບການລ້ຽງດູເບີ່ງແຍງຊີວິດການເປັນຢູ່, ສຸຂະພາບ, ໄດ້ຮັບການສຶກສາ ແລະ ມີອາຊີບ.
ມາຮອດປັດຈຸບັນ, ເດັກນ້ອຍຜູ້ດ້ອຍໂອກາດຫລາຍກ່ວາ 600 ຄົນ ໄດ້ຮັບການຊ່ວຍເຫລືອ ແລະ ຮຽນຈົບຈາກບ້ານຊ່ວຍເຫລືອເດັກ SOS ແລະ ຫລາຍກ່ວາພັນຄົນກໍາລັງໄດ້ຮັບການເບິ່ງແຍງດູແລໃນປັດຈຸບັນ.