ລັດຖະບານສຳເລັດການເຈລະຈາກູ້ຢືມເງິນ20 ລ້ານໂດລານໍາທະນາຄານໂລກ
ກະຊວງການເງິນ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ປະສົບຜົນສຳເລັດໃນການເຈລະຈາຂໍກູ້ຢືມເງິນນຳທະນາຄານໂລກ ຈຳນວນ 20 ລ້ານໂດລາສະຫະລັດ, ເພື່ອນຳໃຊ້ເຂົ້າໃນການ ຈັດຕັ້ງປະຕິບັດ ໂຄງການສົ່ງເສີມຄວາມອາດສາມາດ ໃນການຄຸ້ມຄອງການເງິນແຫ່ງລັດ ຜ່ານລະບົບອີເລັກໂຕຣນິກ, ຊຶ່ງເປັນໂຄງການຢູ່ໃນແຜນຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ທະນາຄານໂລກ ໃນໄລຍະ ປີ 2019-2025.
ການເຈລະຈາຂໍກູ້ຢືມເງິນດັ່ງກ່າວ, ໄດ້ມີຂຶ້ນເມື່ອທ້າຍອາທິດຜ່ານມາ, ທີ່ຫ້ອງປະຊຸມຂອງທະນາ ຄານໂລກປະຈຳ ສປປ ລາວ, ໂດຍແມ່ນ ທ່ານ ອັງຄານສະດາ ມ່ວງຄຳ ຮອງຫົວໜ້າກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ ກະຊວງການເງິນ ໄດ້ຕາງໜ້າ ໃຫ້ລັດຖະບານລາວ ແລະ ທ່ານ ນາງ ແຟນນີ່ ໄວເນີ (Fanny Weiner) ເປັນຫົວໜ້າຄະນະ ຕາງໜ້າໃຫ້ກຸ່ມການພັດທະນາສາກົນ, ທະນາຄານໂລກ.
ສຳລັບເງິນກູ້ຢືມດັ່ງກ່າວ ລັດຖະບານລາວຈະນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດ ໂຄງການສົ່ງເສີມຄວາມອາດສາມາດ ໃນການຄຸ້ມຄອງການເງິນແຫ່ງລັດ ຜ່ານລະບົບອີເລັກໂຕຣນິກ (Enhancing PFM through ICT and Skill Project: E-FITS), ຊຶ່ງເປັນໂຄງການຢູ່ໃນແຜນຍຸດທະສາດການຮ່ວມມື ລະຫວ່າງລັດຖະບານສປປ ລາວ ແລະ ທະນາຄານໂລກ ໃນໄລຍະປີ 2019-2025 ແລະ ເປັນການຈັດຕັ້ງປະຕິບັດຍຸດທະສາດການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ ກໍ່ຄື ຈັດຕັ້ງປະຕິບັດວິໄສທັດຮອດປີ 2030 ແລະ ຍຸດທະສາດພັດທະນາການເງິນແຫ່ງລັດ ຮອດປີ 2025 ໂດຍຈະນຳໃຊ້ເຂົ້າໃນ 3 ອົງປະກອບໜ້າວຽກຄື: 1. ລວມມີການຈັດຊື້ ແລະ ການຈັດຕັ້ງປະຕິບັດລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນແຫ່ງລັດ (Financial Management Information system: FMIS), 2. ການຝຶກອົບຮົມສ້າງຄວາມອາດສາມາດທາງດ້ານວິຊາການ ທີ່ຕິດພັນກັບການຄຸ້ມຄອງການເງິນພາກລັດ ແລະ ການຝຶກອົບຮົມ ຜູ້ນຳໃຊ້ລະບົບ FMIS ແລະ 3. ການບໍລິຫານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງ ການໂດຍມີໜ່ວຍງານປະສານງານ (Project Implementation Unit: PIU).
ໂຄງການສົ່ງເສີມຄວາມອາດສາມາດ ໃນການຄຸ້ມຄອງການເງິນແຫ່ງລັດ ຜ່ານລະບົບອີເລັກໂຕຣນິກ (E-FITS) ແມ່ນຄວາມຮັບຜິດຊອບຂອງກະຊວງການເງິນ ເປັນຜູ້ຈັດຕັ້ງປະຕິບັດ. ພ້ອມກັນນັ້ນ, ໜ່ວຍງານຈັດຕັ້ງປະຕິບັດແຜນງານການປະຕິຮູບ ລະບົບຄຸ້ມຄອງການເງິນແຫ່ງລັດ (Project Implementation Unit: PIU) ໄດ້ຮັບການແຕ່ງຕັ້ງ, ໂດຍພາຍໃຕ້ການຊີ້ນຳຂອງກົມນະໂຍບາຍການເງິນ ແລະ ນິຕິກຳ ກະຊວງການເງິນ ໃນນາມກອງເລຂາຄະນະຈັດຕັ້ງປະຕິບັດ ການປະຕິຮູບລະບົບຄຸ້ມຄອງການເງິນແຫ່ງລັດດັ່ງກ່າວ. ພ້ອມດຽວກັນນີ້, ທັງສອງຝ່າຍຍັງໄດ້ຕົກລົງເຫັນດີເປັນເອກະພາບຕໍ່ຮ່າງສັນຍາເງິນກູ້ຢືມຈໍານວນ 20 ລ້ານໂດລາສະຫະລັດ ແລະ ຈະນຳສະເໜີ ລາຍງານຄະນະນຳກະຊວງການເງິນ ເພື່ອຂໍທິດຊີ້ນຳໃນການດຳເນີນຂັ້ນຕອນ ການເຊັນສັນຍາກູ້ຢືມເງິນຈຳນວນດັ່ງກ່າວ.
ກອງປະຊຸມວິຊາການ ໃນຫົວຂໍ້ “ກາລະໂອກາດ ແລະ ສິ່ງທ້າທາຍ ໃນການເຊື່ອມໂຍງພາກພື້ນແມ່ນ້ຳຂອງ ເພື່ອອຳນວຍຄວາມສະດວກການພັດທະນາເສດຖະກິດ ຂອງ ສປປ ລາວ”
ໃນວັນທີ 8-9 ກຸມພານີ້, ກົມເສດຖະກິດ ກະຊວງການຕ່າງປະເທດ ຮ່ວມກັບ ສູນອາຊຽນ-ຍີ່ປຸ່ນ (AJC) ໄດ້ຈັດກອງປະຊຸມວິຊາການ ໃນຫົວຂໍ້“ກາລະໂອກາດ ແລະ ສິ່ງທ້າທາຍ ໃນການເຊື່ອມໂຍງພາກພື້ນແມ່ນ້ຳຂອງ ເພື່ອອຳນວຍຄວາມສະດວກການພັດທະນາເສດຖະກິດ ຂອງ ສປປ ລາວ” ຂຶ້ນທີ່ແຂວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ບຸນສອນ ເພັດລາວັນ ຮອງເຈົ້າແຂວງ ວຽງຈັນ ແລະ ທ່ານ ວິລະສັກ ສົມພົງ ຮັກສາການຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ ໂດຍມີຜູ້ເຂົ້າຮ່ວມຈາກບັນດາພະແນກຂະແໜງການກ່ຽວຂ້ອງຕ່າງໆ ຈໍານວນ 80 ກວ່າທ່ານ.
ກອງປະຊຸມສໍາມະນາຄັ້ງນີ້ ເພື່ອປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນລະຫວ່າງພະນັກງານຫຼັກແຫຼ່ງຂອງສູນກາງ ແລະ ທ້ອງຖິ່ນ ແລະ ລະຫວ່າງພາກລັດ ແລະ ເອກະຊົນຕໍ່ກັບຜົນປະໂຫຍດ, ກາລະໂອກາດ ແລະ ສິ່ງທ້າທາຍໃນວຽກງານ ການເຊື່ອມຈອດ ແລະ ການເຊື່ອມໂຍງເສດຖະກິດ ຂອງ ສປປ ລາວ ກັບສາກົນ ໂດຍສະເພາະ ຢູ່ໃນພາກພື້ນລຸ່ມແມ່ນ້ຳຂອງ. ພ້ອມໄດ້ຮັບຟັງການບັນຍາຍໃນຫຼາຍຫົວຂໍ້ຍ່ອຍທີ່ສຳຄັນເຊັ່ນ: 1). ຂອບການຮ່ວມມື ແມ່ນ້ຳຂອງ-ຍີ່ປຸ່ນ, 2). ສິ່ງທ້າທາຍຂອງ ສປປ ລາວໃນການຈັດຕັ້ງປະຕິບັດວຽກງານການເຊື່ອມຈອດແມ່ນ້ຳຂອງ-ຍີ່ປຸ່ນ, 3). ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025, 4). ທ່າອ່ຽງການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ, 5). ວຽກງານອຳນວນຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ໃນປະຈຸບັນ ແລະ 6). ການພັດທະນາການທ່ອງທ່ຽວຢູ່ແຂວງວຽງຈັນ ແນໃສ່ສ້າງຄວາມເຂົ້າໃຈ ແລະ ຮັບຮູ້ຂອງພະນັກງານກ່ຽວຂ້ອງດັ່ງກ່າວໃຫ້ສູງຂຶ້ນ.