“ຮອຍພະບາດ” ປະຫວັດສາດ ແລະ ຄວາມເປັນມາ
ໂດຍ: ຄຳພຸດ ເທບພະນົມ
ເຊື່ອແນ່ວ່າຄົນລາວຊາວພຸດທັງຫລາຍ ທີ່ມີຈິດເຫລື້ອມ ໃສສັດທາຕໍ່ພຸດທະສາສະໜາ ຄົງໄດ້ຍິນຄຳເລົ່າຂານກັນເລື່ອງຄວາມສັກສິດ, ອິດທິປາຕິຫານ ແລະ ຕຳນານຂອງ “ຮອຍພະບາດ” ເຊິ່ງຫລາຍທ່ານຫລາຍຄົນເຄີຍໄດ້ໄປສຳຜັດ, ຂາບໄຫວ້ບູຊາດ້ວຍຈິດເຄົາລົບ ຕໍ່ຮອຍພະບາດນັ້ນມາແລ້ວ. ຮອຍພະບາດປາກົດໃຫ້ ເຫັນຢູ່ຕາມສະຖານທີ່ສັກສິດ ແລະວັດວາອາຮາມ ທີ່ເກົ່າແກ່ ເຊັ່ນ: ວັດພະບາດ ພູເຂົາຄວາຍ, ວັດພະບາດ ແອວຂັນ, ວັດພະບາດໂພນສັນ, ວັດພະບາດໂພນຄ້ອງ ແລະ ອື່ນໆອີກຫຼາຍແຫ່ງໃນລາວ.
ຄົນລາວຊາວພຸດຕັ້ງ ແຕ່ບູຮານຈົນເຖິງປັດຈຸບັນ ເຊື່ອຖືກັນວ່າ: ຮອຍພະບາດ ທີ່ປາກົດໃຫ້ເຫັນນັ້ນແມ່ນ ເກີດຈາກຮອຍຕີນຂອງ ພະພຸດທະເຈົ້າທີ່ຢຽບໃສ່ພະ ລານຫີນໄວ້ໃຫ້ກັບເຫລົ່າ ພະຍານາກ ແລະ ພຸດທະສາ ສະນິກກະຊົນໄດ້ເຄົາລົບນົບ ໄຫວ້ ຕັ້ງແຕ່ສະໄໝທີ່ພະພຸດ ທະເຈົ້າໄດ້ເດີນທາງມາບິນ ທະບາດຢູ່ດິນແດນສອງຟາກຝັ່ງແມ່ນໍ້າຂອງ. ຕາມຕຳນານ ອຸລັງຄະນິທານ ຫຼື ອຸລັງ ຄະ ທາດ ໄດ້ກ່າວເຖິງການເດີນ ທາງມາເຜີຍແຜ່ພະທຳຄຳ ສອນຂອງພະພຸດທະເຈົ້າ ສາມາດຈູງຈິດໃຈຄົນລາວທີ່ອາໄສຢູ່ສອງຟາກຝັ່ງແມ່ນໍ້າຂອງໃຫ້ມີສັດທາເຫລື້ອມໃສ ແລະນອກຈາກຄົນແລ້ວຍັງມີບັນດາພະຍານາກທີ່ອາໄສຢູ່ແມ່ນໍ້າຂອງກໍມີຄວາມເຄົາ ລົບສັດທາຕໍ່ພຸດທະອົງ, ກ່ອນ ຈາກລາກັນໄປໃນຄາວນັ້ນ ບັນດາພະຍານາກຈຶ່ງພ້ອມ ກັນສ້າງເນີນພູ ຫລື ພະລານ ຫີນໃຫ້ພະພຸດທະເຈົ້າປະທັບ ຮອຍຕີນໄວ້ຫລາຍແຫ່ງ ເປັນ ສິ່ງລະນຶກເຖິງພະທຳຄຳ ສອນ, ເປັນສັນຍະລັກແທນ ພະອົງ ແລະ ເປັນຫລັກຖານ ສຳຄັນວ່າພະພຸດທະເຈົ້າເຄີຍ ເດີນທາງມາຢ້ຽມຢາມດິນ ແດນສຸວັນນະພູມແຫ່ງນີ້.
ນັກບູຮານຄະດີໄດ້ ມີ ຄວາມເຫັນວ່າ: ໃນຄວາມ ເປັນຈິງແລ້ວຮອຍພະບາດ ທີ່ປາກົດໃຫ້ເຫັນ ບໍ່ໄດ້ໝາຍ ເຖິງຮອຍທີ່ເກີດຈາກການ ຢຽບຂອງພະພຸດທະອົງໂດຍກົງ ແຕ່ເກີດຈາກແຮງສັດ ທາຂອງເຫລົ່າພຸດທະສາ ສະນິກກະຊົນສ້າງຂຶ້ນຕັ້ງ ແຕ່ໃນໄລຍະຕົ້ນໆ ກ່ອນຈະ ມີພະພຸດທະຮູບສັນຍະລັກ ແທນພະອົງ ເຊິ່ງປາກົດໃຫ້ ເຫັນຢູ່ຕາມຜາຫີນຫລາຍ ແຫ່ງໃນຫລາຍປະເທດເຊັ່ນ: ອິນເດຍ, ສີລັງກາ, ຈີນ, ໄທ, ມ້ຽນມາ, ລາວ ແລະ ກຳປູ ເຈຍ. ຮອຍພະບາດສ່ວນ ຫລາຍແມ່ນພະບາດເບື້ອງ ຂວາ (ຮອຍພະບາດຄູ່ມີ ໜ້ອຍ), ມີທາງປາຍສະ ເໝີກັນ ແລະ ມີຮູບທຳມະຈັກ ຢູ່ພື້ນຕາມລັກສະນະມະຫາ ບຸລຸດໃນຄຳພີຂອງອິນເດຍ ບູຮານ.
ເຖິງຢ່າງໃດກໍຕາມ ຈະ ເຊື່ອວ່າຮອຍພະບາດເກີດ ຈາກພະພຸດທະເຈົ້າປະທັບໄວ້ ຫລື ເກີດຈາກແຮງສັດທາຂອງພຸດທະສາສະນິກກະຊົນສ້າງຂຶ້ນສິ່ງ ເຫລົ່ານີ້ລ້ວນແຕ່ແມ່ນສະຖານທີ່ເຕົ້າໂຮມຄວາມຮັກ, ຄວາມສາມັກຄີ ແລະ ສູນ ລວມຈິດໃຈຂອງຊາວພຸດ ໃນການປະຕິບັດຕົນໃຫ້ຢູ່ໃນສິນ, ສະມາທິ ແລະ ປັນຍາຕາມຄວາມມຸງມາດປາຖະໜາຂອງຄຳສອນທາງພະພຸດທະເຈົ້າ ໃຫ້ມີຄວາມຈະ ເລີນ ແລະ ມີຄວາມສະຫງົບສຸກໃນການດຳເນີນຊີວິດ ຂອງຊາວພຸດນັ້ນເອງ.