ທພລ-ສຄອຊ ກຽມເປີດໂຕະບໍລິການແຫຼ່ງທຶນ SMEs
ໃນວັນທີ 13 ກຸມພານີ້ ທີ່ນະຄອນຫລວງວຽງຈັນ, ທະນາຄານພັດທະນາລາວ (ທພລ) ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໄດ້ຕົກລົງກັນຢ່າງເປັນທາງການແລ້ວ ເພື່ອເປີດໂຕະບໍລິການແຫລ່ງທຶນໃຫ້ແກ່ຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ກາງ (SMEs) ເພື່ອຄວາມສະດວກ, ງ່າຍດາຍ ແລະ ວ່ອງໄວຂຶ້ນກວ່າເກົ່າຕາມນະໂຍບາຍຂອງລັດຖະບານວາງອອກ ເພື່ອແນໃສ່ເຮັດໃຫ້ຜູ້ປະກອບການ SMEs ສາມາດເຂົ້າເຖິງແຫຼ່ງທຶນໄດ້ທົ່ວເຖິງ.
ການພົບລະຫວ່າງ 2 ພາກສ່ວນດັ່ງກ່າວແມ່ນປະຕິບັດຕາມບົດບັນທຶກຊ່ວຍຈຳ (MOU) ທີ່ທັງສອງຝ່າຍໄດ້ຮ່ວມລົງນາມໃນເດືອນພຶດສະພາ 2018 ຜ່ານມາເຊັ່ນ: ການຈັດສຳມະນາໃນຫົວຂໍ້: “ການເຂົ້າຫາແຫຼ່ງທຶນ” ແລະ ການເປີດໂຕະໃຫ້ຄໍາປຶກສາແກ່ຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ກາງ (SMEs) ທັງໃນນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ຈະຂະຫຍາຍໄປສະຫວັນນະເຂດ, ຈໍາປາສັກ ແລະ ແຂວງອື່ນໆຕື່ມອີກ ເພື່ອອຳນວຍຄວາມສະດວກໃຫ້ແກ່ບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ສາມາດເຂົ້າເຖິງແຫລ່ງທຶນໄດ້ສະດວກດີຂຶ້ນ.
ການເປີດໂຕະໃຫ້ຄຳປຶກສາດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດທົດລອງມາ 3 ຄັ້ງແລ້ວຄື: ເດືອນກັນຍາ, ຕຸລາ, ພະຈິກ 2018 ລວມມີ 13 ຫົວໜ່ວຍທຸລະກິດເຂົ້າຮ່ວມ ແລະ ປັດຈຸບັນ ທພລ ໄດ້ອະນຸມັດເງິນກູ້ຢືມໃຫ້ລູກຄ້າແລ້ວ 1 ລາຍ ສ່ວນທີ່ເຫຼືອກໍຍັງຢູ່ໃນຂັ້ນຕອນພິຈາລະນາ. ສໍາລັບການເປີດໂຕະໃຫ້ຄຳປຶກສາແກ່ຜູ້ປະກອບການດັ່ງກ່າວ ກໍເພື່ອເປີດໂອກາດໃຫ້ຜູ້ປະກອບການທຸລະກິດ SMEs ສາມາດເຂົ້າຫາແຫລ່ງທຶນແລ້ວຍັງສາມາດປຶກສາຫາລືດ້ານການຕະຫຼາດ, ການຄ້າອື່ນໆອີກ.
ໂຄງການຮ່ວມມືດັ່ງກ່າວແມ່ນໜື່ງໃນໂຄງການພາຍໃຕ້ການຮ່ວມມືຂອງອົງການໄຈກ້າ (JICA) ໃນການຊຸກຍູ້ສົ່ງເສີມຂະແໜງການທຸລະກິດລະກິດ SMEs ໃນລາວ ແລະ ທັງເປັນການສ້າງຄວາມເຂັ້ມ ແຂງໃຫ້ຜູ້ປະກອບການທຸລະກິດໄດ້ມີທຶນເຂົ້າໃນການຜະລິດ ແລະ ທຸລະກິດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດມີປະສິດທິຜົນດີຂຶ້ນ.
# ຂ່າວ: ຣັດສະໝີ ດວງສັດຈະ