ສານປະຊາຊົນ ແຂວງຈຳປາສັກ ລົງໂທດປະຫານຊີວິດຜູ້ຄ້າຂາຍຢາເສບຕິດລາຍໃຫຍ່ 3 ຄົນ

ສານປະຊາຊົນ ແຂວງຈຳປາສັກ ລົງໂທດປະຫານຊີວິດຜູ້ຄ້າຂາຍຢາເສບຕິດລາຍໃຫຍ່  3 ຄົນ - 7987566 - ສານປະຊາຊົນ ແຂວງຈຳປາສັກ ລົງໂທດປະຫານຊີວິດຜູ້ຄ້າຂາຍຢາເສບຕິດລາຍໃຫຍ່  3 ຄົນ
ສານປະຊາຊົນ ແຂວງຈຳປາສັກ ລົງໂທດປະຫານຊີວິດຜູ້ຄ້າຂາຍຢາເສບຕິດລາຍໃຫຍ່  3 ຄົນ - kitchen vibe - ສານປະຊາຊົນ ແຂວງຈຳປາສັກ ລົງໂທດປະຫານຊີວິດຜູ້ຄ້າຂາຍຢາເສບຕິດລາຍໃຫຍ່  3 ຄົນ

ເມື່ອບໍ່ດົນມານີ້, ສານປະ ຊາຊົນ ແຂວງ ຈຳປາສັກ ໄດ້ ຕັດສິນລົງໂທດປະຫານຊີວິດ ນາງ ຊາຍ ອາຍຸ 31 ປີ, ສັນ ຊາດລາວ ອາຊີບເຮັດນາ, ຢູ່ ບ້ານຫຽງ ເມືອງສຸຂຸມາ ແຂວງຈໍາປາສັກ,  ທ້າວ ໄຊ ວິໄລ, ອາຍຸ 50 ປີ ສັນຊາດລາວ ອາຊີບຄ້າຂາຍ ຢູ່ບ້ານ ສາຍນໍ້າເງິນ ເມືອງໄຊທານີ ນະຄອນຫລວງວຽງຈັນ ມີຄວາມຜິດທາງອາຍາໃນ ສະຖານຄ້າ-ຂາຍ ຢາເສບຕິດ (ປະເພດຢາໄອ໌) ແລະ ມີ ອາວຸດເສິກໄວ້ໃນຄອບຄອງ ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລົງໂທດປະຫານຊີວິດ ນາງ ສຸກມະນີ ອາຍຸ 30 ປີ, ສັນຊາດລາວ ອາຊີບເຮັດນາ, ຢູ່ບ້ານສິງສໍາພັນ ເມືອງຊະນະສົມບູນ ແຂວງຈໍາປາສັກ ໃນຂໍ້ຫາຄ້າຂາຍຢາເສບຕິດ, ເຊິ່ງຖືກເຈົ້າໜ້າທີ່ ປກສ ແຂວງ ຈຳປາສັກ ຈັບຕົວມາດຳເນີນ ຄະດີໄດ້ໃນປີ 2017, ພ້ອມຂອງກາງຢາໄອ໌ ຫລາຍກວ່າ 8 ກິໂລປືນ CZ75 ໜຶ່ງກະບອກພ້ອມດ້ວຍລູກປືນ 24 ລູກ.

ນອກຈາກນີ້, ສານປະຊາຊົນ ແຂວງ ຈຳປາສັກ ຍັງໄດ້ລົງໂທດຕັດອິດສະ ຫລະພາບ, ທ້າວ ຈັນທະລາ ອາຍຸ 23 ປີ, ສັນຊາດລາວ ອາຊີບເຮັດນາ, ຢູ່ບ້ານໜອງສາ ເມືອງ ແລະ ຈໍາປາສັກ ຈຳຄຸກຕະຫລອດຊີວິດພ້ອມ ປັບໄໝເປັນເງິນຈໍານວນ 10 ລ້ານກີບ, ທ້າວ ໝີ ອາຍຸ 45 ປີ, ສັນຊາດລາວ ອາຊີບເຮັດນາ, ບ້ານບຸ່ນນ້ອຍ ເມືອງໂຂງ ແຂວງຈໍາປາສັກ, ລົງໂທດຕັດອິດສະຫລະພາບຕະຫລອດຊີວິດ, ປັບໄໝ 500 ລ້ານກີບ.

ທ້າວ ສົມໃຈ ອາຍຸ 41 ປີ, ສັນ ຊາດລາວ ອາຊີບເຮັດນາ, ທ້າວ ສົມປອງ ອາຍຸ 25 ປີ ສັນຊາດ ລາວ, ອາຊີບກໍາມະກອນ, ນາງ ຫຍ໋ອງ (ຫຼ້າ) ອາຍຸ 32 ປີ, ສັນຊາດລາວ, ອາຊີບເຮັດສວນ ໂດຍທັງ ສາມຄົນ ແມ່ນຢູ່ບ້ານສິງ ສໍາພັນ ເມືອງຊະນະສົມບູນ ແຂວງຈໍາປາສັກ ຖືກລົງໂທດ ຕັດອິດສະຫລະພາບຕະ ຫລອດຊີວິດ, ປັບໄໝຄົນລະ 500 ລ້ານກີບ. ສ່ວນທ້າວ ສີສຸກ ອາຍຸ 37 ປີ, ສັນຊາດ ລາວ, ອາຊີບເຮັດສວນ, ບ້ານ ສິງສໍາພັນ ຖືກລົງໂທດຕັດ ອິດສະຫລະພາບ 5 ປີ, ປັບ ໄໝ 10 ລ້ານກີບ ແລະ ທ້າວ ອ້ວນ ອາຍຸ 35 ປີ, ສັນຊາດລາວ, ອາຊີບກໍາມະກອນ, ບ້ານສິງສໍາພັນ ຖືກລົງໂທດຕັດອິດສະຫຼະພາບ 1 ປີກັບ 10 ເດືອນ, ປັບໄໝ 5 ລ້ານກີບ./.

ສານປະຊາຊົນ ແຂວງຈຳປາສັກ ລົງໂທດປະຫານຊີວິດຜູ້ຄ້າຂາຍຢາເສບຕິດລາຍໃຫຍ່  3 ຄົນ - 7987566 - ສານປະຊາຊົນ ແຂວງຈຳປາສັກ ລົງໂທດປະຫານຊີວິດຜູ້ຄ້າຂາຍຢາເສບຕິດລາຍໃຫຍ່  3 ຄົນ

ສານປະຊາຊົນ ແຂວງຈຳປາສັກ ລົງໂທດປະຫານຊີວິດຜູ້ຄ້າຂາຍຢາເສບຕິດລາຍໃຫຍ່  3 ຄົນ - 5 - ສານປະຊາຊົນ ແຂວງຈຳປາສັກ ລົງໂທດປະຫານຊີວິດຜູ້ຄ້າຂາຍຢາເສບຕິດລາຍໃຫຍ່  3 ຄົນ
ສານປະຊາຊົນ ແຂວງຈຳປາສັກ ລົງໂທດປະຫານຊີວິດຜູ້ຄ້າຂາຍຢາເສບຕິດລາຍໃຫຍ່  3 ຄົນ - 3 - ສານປະຊາຊົນ ແຂວງຈຳປາສັກ ລົງໂທດປະຫານຊີວິດຜູ້ຄ້າຂາຍຢາເສບຕິດລາຍໃຫຍ່  3 ຄົນ
ສານປະຊາຊົນ ແຂວງຈຳປາສັກ ລົງໂທດປະຫານຊີວິດຜູ້ຄ້າຂາຍຢາເສບຕິດລາຍໃຫຍ່  3 ຄົນ - 4 - ສານປະຊາຊົນ ແຂວງຈຳປາສັກ ລົງໂທດປະຫານຊີວິດຜູ້ຄ້າຂາຍຢາເສບຕິດລາຍໃຫຍ່  3 ຄົນ