ປ້ອງກັນອາການທ້ອງລາຍແຕ່ຫົວທີ

- 011705 - ປ້ອງກັນອາການທ້ອງລາຍແຕ່ຫົວທີ
- kitchen vibe - ປ້ອງກັນອາການທ້ອງລາຍແຕ່ຫົວທີ

ມີໂຕເລກຢັ້ງຢືນວ່າ 90% ຂອງແມ່ຍິງຈະເກີດຮອຍແຕກ – ຮອຍລາຍໃນເວລາຖືພາ ເນື່ອງຈາກການຖືພານຳ້ໜັກໂຕຂອງ ແມ່ຈະເພີ່ມຂຶ້ນຫລາຍ ແລະ ໄວ ສົ່ງຜົນໃຫ້ເກີດການຂະຫຍາຍໂຕຂອງຜິວໜັງ ບວກກັບກ້າມຊີ້ນຊັ້ນຜິວໜັງຍັງບໍ່ພ້ອມເຕັມທີ່ຕໍ່ການຂະຫຍາຍຂະໜາດຂອງມົດລູກທີ່ເພີ່ມຂຶ້ນ ເຮັດໃຫ້ເກີດການແຕກແຍກ  ເກີດອາການທ້ອງລາຍໄດ້ງ່າຍ ແລະ ເມື່ອເກີດອາການທ້ອງລາຍແລ້ວ ເປັນເລື່ອງຍາກຫລາຍທີ່ຈະໃຊ້ຄຣີມໃດໆມາແກ້ໄຂໃຫ້ເຊົາໄດ້ ແລະ ມັກໃຊ້ບໍ່ໄດ້ຜົນ ເພາະຮອຍແຕກລາຍຈະຢູ່ເລິກພາຍໃຕ້ຊັ້ນຜິວໜັງ. ດັ່ງນັ້ນ, ຄວນເອົາໃຈໃສ່ປ້ອງກັນບໍ່ໃຫ້ເກີດຂຶ້ນຈະດີກວ່າ.

 

- Visit Laos Visit SALANA BOUTIQUE HOTEL - ປ້ອງກັນອາການທ້ອງລາຍແຕ່ຫົວທີ

ຈົ່ງໃຫ້ຄວາມສຳຄັນກັບການກວດຮ່າງກາຍກ່ອນຖືພາ

ມົນລະພິດໃນອາກາດທຳລາຍສະໝອງລູກ

 

ແພດສ່ວນຫລາຍແນະນຳວ່າຄວນທາຄຣີມບຳລຸງຜິວຊະນິດທີ່ມີສ່ວນປະສົມມາຈາກທຳມະຊາດ  ແລະ ພັດທະນາມາເພື່ອຜູ້ທີ່ຖືພາໂດຍສະເພາະ ໃຊ້ແລ້ວບໍ່ເກີດອາການລະຄາຍເຄືອງ ໂດຍໃຫ້ເລີ່ມໃຊ້ນັບແຕ່ເລີ່ມຖືພາ ຢ່າລໍຖ້າໃຫ້ເກີດການແຕກລາຍກ່ອນ ບໍ່ດັ່ງນັ້ນອາດສວາຍເກີນໄປ. ສຳລັບໄລຍະເວລາທີ່ເໝາະສົມໃນການທາຄຣີມບຳລຸງຜິວກໍແມ່ນຫລັງອາບນຳ້ແລ້ວໃໝ່ໆ ໃຫ້ແມ່ເຊັດໂຕພໍໝາດໆ ແລ້ວທາຄຣີມໃຫ້ທົ່ວບໍລິເວນທ້ອງ ຄວນທາຄຣີມ ແລະ ນວດຄ່ອຍໆເພື່ອໃຫ້ຜິວເກີດການຫົດຢືດ ໄລຍະຫລັງອາບນຳ້ຈະເປັນໄລຍະທີ່ຜິວໜັງສາມາດດູດຊຶມຄຣີມໄດ້ດີ ແລະ ໃນຕອນກາງເວັນຍັງສາມາດທາຄຣີມເພື່ອເພີ່ມຄວາມຊຸ່ມຊື່ນໃຫ້ແກ່ຜິວໄດ້ນຳ.

 

- big - ປ້ອງກັນອາການທ້ອງລາຍແຕ່ຫົວທີ

 

ຄຣີມທີ່ເຮັດມາຈາກສ່ວນປະສົມຂອງໂກໂກ້ບັດເຕີທຳມະຊາດ  Cocoa Butter ກໍເປັນທາງເລືອກໜຶ່ງ ເພາະເປັນຜະລິດຕະ ພັນທີ່ແມ່ຍິງຖືພາທົ່ວໂລກສ່ວນ ຫລາຍນິຍົມໃຊ້ໄປຈົນເຖິງໂຮງໝໍຫລາຍໆແຫ່ງ ເພາະເປັນມອຍເຈີໄຣເຊີທີ່ດີຈາກທຳມະຊາດ, ຊຸ່ມ ຊື່ນຫລາຍກ່ວາມອຍເຈີໄຣເຊີທາຜິວທົ່ວໆໄປ ສິ່ງສຳຄັນໃຊ້ແລ້ວໄດ້ຜົນແທ້ ໂດຍໄດ້ຮັບການຢັ້ງຢືນມາຈາກແມ່ຍິງຖືພາໄດ້ດີ. ນອກຈາກນີ້, ຍັງມີສ່ວນປະສົມມາຈາກທຳມະຊາດ ຈຶ່ງໝັ້ນໃຈໄດ້ໃນຄວາມປອດໄພນຳອີກ.

- 3 - ປ້ອງກັນອາການທ້ອງລາຍແຕ່ຫົວທີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!