ຕວກກີເດີນໜ້າຊື້ລູກສອນໄຟຣັດເຊຍ
ປະທານາທິບໍດີ ເຣເຊບ ເທຍຍິບ ເອີດວນ ກ່າວຢູ່ສະຖານີໂທລະພາບ NTV ຂອງຕວກກີ ໃນວັນທີ 16 ກຸມພາວ່າ: ລັດຖະບານອັງກາຣາຈະເດີນໜ້າການຈັດຊື້ ເອສ-400 ຈາກຣັດເຊຍຕໍ່ໄປ ເນື່ອງຈາກລັດຖະບານໄດ້ເຊັນຂໍ້ຕົກລົງ ເອສ-400 ກັບຣັດເຊຍແລ້ວ ຈຶ່ງເປັນໄປບໍ່ໄດ້ທີ່ຈະປ່ຽນໃຈຕອນນີ້ ທຸກຢ່າງສຳເລັດຮຽບຮ້ອຍແລ້ວ.
ທ່ານ ເອີດວນ ກ່າວວ່າ: ຕວກກີ ຍັງເປີດໂອກາດສຳລັບການຊື້ລະບົບແພທຣິອອດຈາກອາເມລິກາ, ຕາບໃດທີ່ຂໍ້ຕົກລົງດັ່ງກ່າວເປັນຜົນປະໂຫຍດຕໍ່ຕວກກີ, ແຕ່ກ່າວອີກວ່າ: ມີບັນຫາເລື່ອງການຈັດສົ່ງ ແລະ ການຜະລິດທີ່ຍັງຢູ່ລະຫວ່າງການຫາລືກັບວໍຊິງຕັນ.
ຕວກກີ ເຊິ່ງເປັນສະມາຊິກຂອງອົງການສົນທິສັນຍາປ້ອງກັນອັດລັງຕິກເໜືອ (ນາໂຕ) ເນັ້ນຫລາຍເທື່ອວ່າ: ປະເທດມີຂໍ້ຜູກມັດຕໍ່ການຊື້ລະບົບປ້ອງກັນລູກສອນໄຟຂອງຣັດເຊຍ, ເຖິງວ່າຈະຖືກກຸ່ມພັນທະມິດທີ່ນຳໂດຍອາເມລິກາເຕືອນວ່າ: ເອສ-400 ບໍ່ສາມາດໃຊ້ຮ່ວມກັບລະບົບປ້ອງກັນທາງອາກາດຂອງນາໂຕໄດ້.
ທາງການອາເມລິກາກຳນົດເສັ້ນຕາຍບໍ່ເປັນທາງການໄວ້ໃນວັນທີ 15 ກຸມພາ ເພື່ອໃຫ້ລັດຖະບານອັງກາຣາຕອບສະໜອງຕໍ່ຂໍ້ສະເໜີຂອງລັດຖະບານວໍຊິງຕັນ ແລະ ລະບຸວ່າ: ຖ້າຕວກກີຍັງດຳເນີນການຈັດຊື້ ເອສ-400, ວໍຊິງຕັນຈະຍົກເລີກຂໍ້ສະເໜີທີ່ຈະຂາຍລູກສອນໄຟ ເຣທີອອນ ໂດ ແພທຣິອອດ ມູນຄ່າ 3.500 ລ້ານໂດລາ.
ນອກຈາກນັ້ນ, ເຈົ້າໜ້າທີ່ວໍຊິງຕັນ ລະບຸອີກວ່າ: ການເດີນໜ້າຊື້ລະບົບລູກສອນໄຟຈາກຣັດເຊຍອາດສົ່ງຜົນກະທົບຕໍ່ການຈັດຊື້ເຮືອບິນຂັບໄລ່ ເອັຟ-35 ທີ່ຜະລິດໂດຍລ໊ອດຮີດ ມາຣຕິນ ຄອບ ຂອງຕວກກີ ແລະ ອາດນຳໄປສູ່ການທີ່ອາເມລິກາບັງຄັບໃຊ້ມາດຕະການຂວ້ຳບາດ.