ປາກິດສະຖານຮຽກທູດກັບ ທ່າມກາງຄວາມເຄັ່ງຕຶງກັບອິນເດຍ
February 18, 2019 - 5:51 PM
ໂຄສົກກະຊວງການຕ່າງປະເທດປາກິດສະຖານ ເປີດເຜີຍໃນວັນທີ 18 ກຸມພາວ່າ: ທາງການປາກິດສະຖານຮຽກເອກອັກຄະລັດຖະທູດປະຈຳນະຄອນຫລວງນິວເດລີກັບປະເທດ ທ່າມກາງຄວາມເຄັ່ງຕຶງກັບອິນເດຍ.
ໂຄສົກກະຊວງການຕ່າງປະເທດປາກິດສະຖານ ເປີດເຜີຍຜ່ານທະວິດເຕີວ່າ: ທູດປາກິດສະຖານເດີນທາງອອກຈາກນະຄອນຫລວງນິວເດລີແລ້ວໃນວັນທີ 18 ກຸມພານີ້. ກ່ອນໜ້ານີ້ ອິນເດຍໄດ້ຮຽກເອກອັກຄະລັດຖະທູດປະຈຳປາກິດສະຖານກັບປະເທດເຊັ່ນ ເພື່ອຫາລືກ່ຽວກັບການພົວພັນກັບປາກິດສະຖານ ຫລັງເກີດເຫດລະເບີດຂ້າຕົວຕາຍໃນແຄສເມຍ ເຮັດໃຫ້ຕຳຫລວດໜ່ວຍພິເສດຂອງອິນເດຍເສຍຊີວິດ 44 ຄົນ ໂດຍອິນເດຍກ່າວຫາວ່າ: ປາກິດສະຖານຢູ່ເບື້ອງຫລັງເຫດການໂຈມຕີດັ່ງກ່າວ, ແຕ່ປາກິດສະຖານປະຕິເສດ.