ຣາມອສ ສ້າງສະຖິຕິຖືກໄລ່ອອກຫລາຍສຸດ 5 ລີກໃຫຍ່
ເຊຣຄິໂອ ຣາມອສ ປາການຫລັງ ຣີລ ມາດຣິດ ກາຍເປັນຄົນທີ່ຖືກໂລ່ອອກໃນ 5 ລີກໃຫຍ່ສູງສຸດຕະຫລອດການຄົນດຽວ ໃນຈຳນວນ 20 ຄັ້ງ ໂດຍກ່ອນໜ້ານີ້ ລາວຄອງສະຖິຕິຮ່ວມກັບ ຊິຣິລ ຣູລ.
ເຊຣຄິໂອ ຣາມອສ ກອງຫລັງກັບຕັນທີມ ຣີລ ມາດຣິດ ກາຍເປັນນັກເຕະທີ່ຖືກໄລ່ອອກໃນ 5 ລີກໃຫຍ່ຂອງທະວີບເອີຣົບ (ລາ ລີກາ ສະເປນ, ພຣີເມຍລີກ ອັງກິດ, ກັລໂຊ່ ເຊເຣຍ ອາ ອີຕາລີ, ບຸນເດສລີກາ ເຢຍລະມັນ ແລະ ລີກ ເອິງ ຝຣັ່ງ) ຫລາຍທີ່ສຸດຕະຫລອດການແຕ່ພຽງຜູ້ດຽວແລ້ວ ຈາກຈຳນວນລວມ 20 ຄັ້ງ ຫລັງຈາກຫລ້າສຸດຫາກໍຖືກໄລ່ອອກໃນເກມລີກນັດທີ່ຕົ້ນສັງກັດເສຍ ຄິໂຣນ່າ 1-2 ໃນວັນທີ 17 ກຸມພາຜ່ານມາ.
ໃນນັດຫລ້າສຸດ ຣາມອສ ຖືກໄລ່ອອກຈາກສະໜາມເພາະໄດ້ຮັບໃບເຫລືອງໃບທີສອງໃນນາທີສຸດທ້າຍຂອງເກມ ເຊິ່ງໃນ 20 ຄັ້ງຂອງການຖືກໄລ່ອອກໃນເກມລີກຂອງລາວນັ້ນ ແບ່ງເປັນຈາກການຖືກໃບເຫລືອງ 2 ໃບໃນເກມດຽວກັນ 14 ຄັ້ງ ແລະ ຈາກໃບແດງໂດຍກົງ 6 ຄັ້ງ ແລະ 20 ຄັ້ງຍັງເກີດໃນການຫລິ້ນໃຫ້ ຣີລ ມາດຣິດ ເພາະລາວບໍ່ເຄີຍຖືກໄລ່ອອກໃນລີກຕອນຫລິ້ນກັບ ເຊບີຢາ.
ທັງນີ້ ກ່ອນໜ້ານີ້ຄົນເປັນເຈົ້າຂອງສະຖິຕິການຖືກໄລ່ອອກໃນ 5 ລີກໃຫຍ່ຂອງທະວີບເອີຣົບ ຫລາຍທີ່ສຸດຮ່ວມກັບ ຣາມອສ ໃນຈຳນວນ 19 ຄັ້ງ ໄດ້ແກ່ ຊິຣິລ ຣູລ ອະດີດກອງກາງ ມາກເຊຍ ໂດຍນັບແຕ່ຫລິ້ນໃຫ້ ຣີລ ມາດຣິດ ດາວເຕະຊາວສະເປນຖືກໄລ່ອອກໃນລີກຢ່າງໜ້ອຍ 1 ຄັ້ງເກືອບທຸກລະດູການ ມີພຽງລະດູການ 2014-15 ທີ່ລາວບໍ່ເຄີຍຖືກໄລ່ອອກພຽງແຕ່ເກມດຽວ.
ນອກຈາກນີ້ ຖ້ານັບລວມກັບການຫລິ້ນໃນທຸກລາຍການໃຫ້ ຣີລ ມາດຣິດ ແລ້ວນັ້ນ ຣາມອສ ຖືກໄລ່ອອກເຖິງ 25 ຄັ້ງແລ້ວ.