ທ່ານ ທຣຳ ຂູ່ກອງທັບເວເນຊູເອລາ ໃຫ້ສະໜັບສະໜູນຜູ້ນຳຝ່າຍຄ້ານ


ປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາ ເຕືອນກອງທັບເວເນຊູເອລາ ໃຫ້ຍອມຮັບຂໍ້ສະເໜີນິລະໂທດສະກຳຂອງທ່ານ ຮວນ ກຸຍໂດ ຜູ້ນຳຝ່າຍຄ້ານທີ່ປະກາດເປັນປະທານາທິບໍດີຮັກສາການ ບໍ່ສະນັ້ນອາດບໍ່ເຫລືອຫຍັງເລີຍ.
ປະທານາທິບໍດີ ທຣຳ ກ່າວຕໍ່ຜູ້ສະໜັບສະໜູນ ແລະ ຊຸມຊົນຊາວເວເນຊູເອລາ ຢູ່ເມືອງໄມແອມີ ລັດຟໍຣິດາວ່າ: ຢາກສົ່ງສານເຖິງເຈົ້າໜ້າທີ່ເວເນຊູເອລາທີ່ຍັງຊ່ວຍໃຫ້ທ່ານ ນິໂກລັສ ມາດູໂຣ ຢູ່ໃນຕຳແໜ່ງປະທານາທິບໍດີວ່າ: ສາຍຕາທຸກຄູ່ຂອງຄົນທົ່ວໂລກກຳລັງຈ້ອງເບິ່ງພວກເຂົາຢູ່ທຸກວັນ ບໍ່ມີທາງທີ່ລີ້ຊ້ອນໄດ້, ພວກເຂົາສາມາດເລືອກຈະຮັບຂໍ້ສະເໜີນິລະໂທດສະກຳອັນປານີດຂອງທ່ານ ກຸຍໂດ ເພື່ອໃຊ້ຊີວິດຢ່າງສະຫງົບສຸກກັບຄອບຄົວ ແລະ ເພື່ອນຮ່ວມຊາດ ຫລື ເລືອກຈະສະໜັບສະໜູນທ່ານ ມາດູໂຣ ຕໍ່ໄປ, ແຕ່ຈະບໍ່ມີບ່ອນໃຫ້ລີ້ໄພ, ບໍ່ມີທາງອອກ, ເຖິງທາງຕັນ ແລະ ຈະສູນເສຍທຸກສິ່ງທຸກຢ່າງ.
ຜູ້ນຳອາເມລິກາກ່າວເລື່ອງນີ້ ຫລັງຈາກທ່ານ ກຸຍໂດ ປະທານສະພານິຕິບັນຍັດແຫ່ງຊາດເວເນຊູເອລາ ຂີດເສັ້ນຕາຍໃຫ້ລັດຖະບານເປີດໃຫ້ການຊ່ວຍເຫລືອຕ່າງປະເທດ ເຊິ່ງສ່ວນຫລາຍເປັນຂອງອາເມລິກາເຂົ້າປະເທດພາຍໃນວັນທີ 23 ກຸມພານີ້ ເພາະປັດຈຸບັນຍັງຄ້າງຢູ່ຊາຍແດນເບື້ອງໂກລົມບີ. ທ່ານ ກຸຍໂດ ຊັກຊວນອາສາສະໝັກມາຊ່ວຍລຳລຽງການຊ່ວຍເຫລືອ ຕັ້ງເປົ້າໃຫ້ໄດ້ 1 ລ້ານຄົນ, ປັດຈຸບັນມີຄົນລົງຊື່ແລ້ວ 600.000 ຄົນ. ສ່ວນປະທານາທິບໍດີ ມາດູໂຣ ເຊິ່ງສັ່ງທະຫານປະຈຳການຢູ່ຊາຍແດນເບື້ອງໂກລົມບີຍາວ 2.200 ກິໂລແມັດ ອ້າງວ່າ: ການຊ່ວຍເຫລືອຈາກຣັດເຊຍຈຳນວນ 300 ໂຕນ ເຊິ່ງມີຢາລາຄາແພງລວມຢູ່ນຳຈະມາເຖິງເວເນຊູເອລາພາຍໃນວັນທີ 20 ກຸມພານີ້ ຕາມເວລາທ້ອງຖິ່ນ, ສ່ວນການຊ່ວຍເຫລືອຈາກອາເມລິກາມີແຕ່ອາຫານບູດເໜົ່າ ແລະ ປົນເປື້ອນ, ພ້ອມໂທດມາດຕະການຂວ້ຳບາດຂອງອາເມລິກາວ່າເຮັດໃຫ້ເວເນຊູເອລາເກີດສະພາບຂາດເຂີນອາຫານ ແລະ ຢາປິ່ນປົວ.