ຊາຣຣີ ອາດຕົກຕຳແໜ່ງ ຫລັງນຳ ເຊລຊີ ປະລາໄຊຄາບ້ານໃຫ້ ແມນຢູ

ເຕະບານເອັຟເອຄັບ ອັງກິດ ຮອບ 16 ທີມສຸດທ້າຍ ໃນວັນທີ 18 ກຸມພາຜ່ານມາ ເຊລຊີ ພາຍໃຕ້ການຄຸມທີມຂອງ ເມົາຣິຊິໂອ ຊາຣຣີ ຊາວອີຕາລີ ທີ່ກຳລັງນຳທີມຜົນງານບໍ່ສະໝໍ່າສະເໝີ ເປີດບ້ານດວນກັບ ແມນເຊັສເຕີ ຢູໄນເຕັດ ຂອງ ໂອເລ່ ກຸນນາ ໂຊລຊາ ທີ່ຫາກໍເສຍນັດທຳອິດຈາກ 12 ນັດຫລັງສຸດ ໃນກາງອາທິດຜ່ານມາ, ນັດນີ້ ເຖິງວ່າ ເຊລຊີ ຈະໄດ້ປຽບໃນນາມເປັນເຈົ້າບ້ານ ແຕ່ພາດທ່າເສຍຄາຖິ່ນ 0-2 ໂດຍ ແມນຢູ ໄດ້ສອງປະຕູຈາກ ອັນເດຣ ເອີເຣຣາ ນາທີ 31 ແລະ ປອລ ປ໊ອກບາ ນາທີ 45.
ເກມນີ້ ເຊລຊີ ມີໂອກາດຍິງຊື່ປະຕູພຽງສອງຄັ້ງ ເຖິງວ່າຈະຄອງບານຫລາຍກວ່າ 67% ກາຍເປັນນັດທີສອງຈາກ 51 ນັດ ທີ່ຍິງປະຕູໄດ້ໃນບ້ານຕົນເອງສະເພາະບານຂັນ ບໍ່ນັບບານລີກ.
ຂະນະທີ່ ແມນຢູ ຊະນະ ອາເຊນອລ ແລະ ເຊລຊີ ໃນລະດູການດຽວກັນຂອງເອັຟເອຄັບ ເປັນຄັ້ງທີສອງຕໍ່ຈາກລະດູການ 1998-99, ສ່ວນ ປ໊ອກບາ ມີສ່ວນກັບ 15 ປະຕູ ຈາກ 12 ນັດຂອງ ແມນຢູ ໃນນີ້ຍິງ 9 ສົ່ງ 6 ນັບແຕ່ ໂຊລຊາ ເຂົ້າມາຄຸມ ດີກວ່າຍຸກ ໂຈເຊ້ ມູຣິນໂຢ 20 ນັດ ປ໊ອກບາ ຍິງໄດ້ພຽງ 5 ປະຕູ ສົ່ງໃຫ້ເພື່ອນຍິງ 4 ປະຕູ.
ໂຊລຊາ ພາທີມຊະນະເປັນນັດທີ 11 ຈາກ 13 ນັດ ທີ່ເຫລືອ ສະເໝີ 1 ເສຍ 1, ແຕກຕ່າງຈາກ ມູຣິນໂຢ 24 ນັດ ຊະນະພຽງ 10 ນັດ. ແມນຢູ ບຸກຊະນະ ເຊລຊີ ຄັ້ງທຳອິດຈາກ 11 ນັດຫລັງສຸດທີ່ພົບກັນ.