ຫລາຍວິທີເບິ່ງແຍງມົດລູກໃຫ້ແຂງແຮງ

ຫລາຍວິທີເບິ່ງແຍງມົດລູກໃຫ້ແຂງແຮງ - 012002 2019 - ຫລາຍວິທີເບິ່ງແຍງມົດລູກໃຫ້ແຂງແຮງ
ຫລາຍວິທີເບິ່ງແຍງມົດລູກໃຫ້ແຂງແຮງ - kitchen vibe - ຫລາຍວິທີເບິ່ງແຍງມົດລູກໃຫ້ແຂງແຮງ

    – ເບິ່ງແຍງສຸຂະພາບຮ່າງກາຍໃຫ້ແຂງແຮງ : ມົດລູກແມ່ນອະໄວຍະວະສ່ວນໜຶ່ງຂອງຮ່າງກາຍ ຫາກຮ່າງກາຍແຂງແຮງ  ເລືອດຈະໄຫລວຽນໄປລ້ຽງໄດ້ເຕັມທີ່ ເຮັດໃຫ້ມົດລູກແຂງແຮງ ເຊິ່ງການເບິ່ງແຍງສຸຂະພາບຮ່າງກາຍໃຫ້ແຂງແຮງ ເຊັ່ນ : ການ ຮັກສານຳ້ໜັກໂຕໃຫ້ຢູ່ໃນເກນມາດຕະຖານ, ບໍ່ຈ່ອຍ ຫລື ຕຸ້ຍຈົນເກີນໄປ, ການນອນຫລັບພັກຜ່ອນໃຫ້ພຽງພໍ, ການກິນອາຫານໃຫ້ຄົບ 5 ໝວດ ໂດຍສະເພາະຜັກ ແລະ ໝາກໄມ້, ດື່ມນຳ້ຫລາຍໆ ແລະ ງົດການດື່ມເຫລົ້າ – ສູບຢາ.

     – ເບິ່ງແຍງສຸຂະພາບໃຈໃຫ້ແຂງແຮງ : ຄວາມເຄັ່ງຄຽດເຮັດໃຫ້ມົດລູກບໍ່ປົກກະຕິໄດ້ ຍ້ອນລະບົບຮໍໂມນຜິດປົກກະຕິປະຈຳ ເດືອນຈຶ່ງມາບໍ່ປົກກະຕິ ການຫລຸດຄວາມເຄັ່ງຄຽດມີຫລາຍວິທີ ບໍ່ວ່າຈະເປັນຮູ້ຈັກປ່ອຍວົງ, ເບິ່ງໂລກໃນແງ່ບວກ, ຍິ້ມຫົວທຸກມື້, ໃຊ້ຊີວິດພໍພຽງ, ປະຢັດ, ພໍໃຈໃນສິ່ງທີ່ຕົນເອງມີຢູ່, ໃຫ້ອະໄພຜູ້ອື່ນ, ມີຈຸດມຸ່ງໝາຍໃນຊີວິດ.

ຫລາຍວິທີເບິ່ງແຍງມົດລູກໃຫ້ແຂງແຮງ - Visit Laos Visit SALANA BOUTIQUE HOTEL - ຫລາຍວິທີເບິ່ງແຍງມົດລູກໃຫ້ແຂງແຮງ

     – ອອກກຳລັງກາຍສະໝໍ່າສະເໝີ : ເຮັດໃຫ້ພູມຕ້ານທານດີ, ກ້າມຊີ້ນຫົວໃຈ ແລະ ປອດແຂງແຮງ, ຟອກເລືອດໄປລ້ຽງພາກ ສ່ວນຕ່າງໆຂອງຮ່າງກາຍໄດ້ດີ, ຊ່ວຍປ້ອງກັນມົດລູກອັກເສບ ແລະ ມົດລູກຕໍ່າ, ຄວນອອກກຳລັງກາຍເປັນປະຈຳ ເຊັ່ນ : ຂີ່ລົບຖີບ, ລອຍນຳ້, ແລ່ນ, ເຕັ້ນແອໂຣບິກ, ໂຢຄະ ເປັນຕົ້ນ ຢ່າງໜ້ອຍອາທິດລະ 4 ມື້ ເທື່ອລະປະມານ 30 ນາທີເປັນຢ່າງໜ້ອຍ.

     – ລະວັງການຕິດເຊື້ອພະຍາດຕິດຕໍ່ທາງເພດສຳພັນ : ພະຍາດຕິດຕໍ່ທາງເພດສຳພັນເຮັດໃຫ້ເກີດອາການລົງຂາວ, ເຈັບທ້ອງນ້ອຍ, ມີໄຂ້, ມົດລູກອັກເສບ ເຖິງວ່າຈະປິ່ນປົວເຊົາກໍຍັງມີອາການປວດມົດລູກ, ປວດປະຈຳເດືອນ, ມີລົງຂາວຊຳ້ເຮື້້ອ, ໄຂ້ໃສ່່ປະຈຳເດືອນ, ບໍ່ຖືພາ ຫລື ຖືພານອກມົດລູກ. ການຫລີກເວັ້ນການຕິດເຊື້ອພະຍາດຕິດຕໍ່ທາງເພດສຳພັນຈຶ່ງເປັນສິ່ງສຳຄັນຂໍ້ໜຶ່ງທີ່ເຮັດໃຫ້ມົດລູກດີ ດັ່ງນັ້ນຄວນໃສ່ຖົງຢາງອະນາໄມທຸກເທື່ອກັບຄົນທີ່ບໍ່ຮູຈັກບໍ່ຮູ້ໃຈຫລື ບໍ່ແນ່ໃຈ.

     – ບໍ່ຍົກສິ່ງຂອງໜັກ :ການຍົກສິ່ງຂອງໜັກເຮັດໃຫ້ມົດລູກຕໍ່າ, ພົກຍ່ຽວກະທົບກະເທືອນ ຫາກຈຳເປັນຕ້ອງຍົກຄວນໄປຍ່ຽວກ່ອນ.

     – ຫຸບເກັງເພື່ອບໍລິຫານກ້າມຊີ້ນ : ຫຸບ ຫລື ເກັງກ້າມຊີ້ນບໍລິເວນອະໄວຍະວະເພດ ຫລື ຮູທະວານເປັນປະຈຳ ຄ້າງໄວ້ ນັບ 1 – 5 ແລ້ວປ່ອຍຜ່ອນຄາຍ ເຮັດຕໍ່ເນື່ອງກັນ ຫລື ນັບເປັນເທື່ອ ເທື່ອລະ 20 – 30 ຊຸດກໍໄດ້ ຈະເຮັດໃຫ້ກ້າມຊີ້ນບໍລິເວນດັ່ງກ່າວແຂງແຮງ ແລະ ມົດລູກບໍ່ຕໍ່າ.

     – ກວດຮ່າງກາຍ ແລະ ກວດພາຍໃນເປັນປະຈຳ : ເຖິງວ່າຮ່າງກາຍຈະແຂງແຮງກໍຄວນກວດສຸຂະພາບເປັນປະຈຳ ເພື່ອຄົ້ນຫາພະຍາດໃນໄລຍະເລີ່ມຕົ້ນ ໂດຍໂຣກໄພໄຂ້ເຈັບມີຜົນຕໍ່ມົດລູກບໍ່ຫລາຍກໍໜ້ອຍ ເຊັ່ນ : ເບົາຫວານ ອາດເຮັດໃຫ້ມົດລູກອັກເສບ, ຕິດເຊື້ອ, ເປັນເຊື້ອລາ ແລະ ພະຍາດຊຳ້ເຮື້ອອື່ນໆ ເຊັ່ນ : ຄວາມດັນເລືອດສູງ, ໄທຣອຍ, ພະຍາດຕັບ, ໝາກໄຂ່ຫລັງ ອາດເຮັດໃຫ້ມີອາການຕົກເລືອດ, ປະຈຳເດືອນມາຫລາຍ ຫລື ໜ້ອຍ ລວມໄປເຖິງການກວດພາຍໃນ ໂດຍກວດຫາການອັກເສບຂອງຕິດເຊື້ອໃນຊ່ອງຄອດ, ປາກມົດລູກ ຈົນເຮັດໃຫ້ມົດລູກບໍ່ດີ ທັງຍັງສາມາດກວດຫາຄວາມຜິດປົກກະຕິຂອງມົດລູກໄດ້ແຕ່ຫົວທີ ເຊັ່ນ : ຊີ້ນປົ່ງທຳມະດາໃນຜົ້ງມົດລູກ, ຊີ້ນປົ່ງທຳມະດາຂອງມົດລູກ ແລະ ເນື້ອເຍື່ອມົດລູກຈະເລີນຜິດບ່ອນກ່ອນຈະຕ້ອງລົງທ້າຍດ້ວຍການຜ່າຕັດມົດລູກ.

     – ບໍ່ກິນສະໝຸນໄພ, ຢາສະຕີ ຫລື ອາຫານເສີມທີ່ມີຮໍໂມນເພດຍິງເປັນປະຈຳໂດຍບໍ່ໄດ້ຮັບການປຶກສາຈາກແພດໝໍ ເນື່ອງຈາກ ມົດລູກເປັນອະໄວຍະວະພາຍໃນແມ່ຍິງທີ່ໄວຕໍ່ຮໍໂມນຫລາຍ ການກິນຮໍໂມນເພດຍິງຈຶ່ງເປັນການເພີ່ມການອັກເສບຂອງມົດລູກໄດ້ ເຮັດໃຫ້ມົດລູກໃຫຍ່, ຊີ້ນປົ່ງ, ມົດລູກຂະຫຍາຍຂະໜາດ ແລະ ເກີດມະເຮັງໃນມົດລູກ ເຊິ່ງລ້ວນແຕ່ເປັນສາເຫດຂອງມົດລູກບໍ່ດີ ອາດເຮັດໃຫ້ບໍ່ສາມາດມີລູກໄດ້ ແລະ ອາດຕ້ອງຜ່າຕັດຍົກມົດລູກ.

ຫລາຍວິທີເບິ່ງແຍງມົດລູກໃຫ້ແຂງແຮງ - 3 - ຫລາຍວິທີເບິ່ງແຍງມົດລູກໃຫ້ແຂງແຮງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!