ປະຊາຊົນ ສະເຫນີຫລາຍບັນຫາ ໃຫ້ ສສຊ ປະຈຳເຂດ I ຊ່ວຍແກ້ໄຂ
ໃນໂອກາດທີ່ ສະມາຊິກ ສະຊິກສະພາແຫ່ງຊາດ ຊຸດທີ VIII ປະຈຳເຂດເລືອກຕັ້ງທີ I, ລົງພົບປະ ປະຊາຊົນ ຢູ່ ນະຄອນຫລວງວຽງຈັນ ເມື່ອບໍ່ດົນມານີ້, ຊຶ່ງປະຊາຊົນໄດ້ສະເຫນີຫລາຍບັນຫາເພື່ອໃຫ້ ສະມາຊິກສະພາແຫ່ງຊາດ ຊ່ວຍນຳສະເຫນີພາກສ່ວນກ່ຽວຂ້ອງແກ້ໄຂ, ເປັນຕົ້ນແມ່ນປະຊາຊົນເຂດກຸ່ມເວີນຄຳ ເມືອງ ໄຊທານີ ໄດ້ສະເຫນີກ່ຽວກັບບັນຫາທີ່ດິນ ຈຳນວນຫລາຍ ທີ່ລັດໄດ້ມີແຜນຈະສ້າງໂຄງການກະສິກຳສະອາດ, ແຕ່ຕົວຈິງມີການແບ່ງດິນດັ່ງກ່າວເປັນລ໋ອກແລ້ວສ້າງເຮືອນໃສ່, ເຊິ່ງດິນດັ່ງກ່າວ, ເນື່ອງຈາກເປັນດິນຂອງປະຊາຊົນທີ່ເຄີຍທຳການຜະລິດມາກ່ອນແຕ່ປັດຈຸບັນ ບໍ່ສາມາດເຮັດໄດ້ແລ້ວ, ຊຶ່ງບັນຫານີ້ ທາງບ້ານກໍໄດ້ສະເຫນີພາກສ່ວນກ່ຽວຂ້ອງແກ້ໄຂ ແຕ່ກໍຍັງບໍ່ໄດ້ຮັບຄຳຕອບ, ປະຊາຊົນ ຈຶ່ງໄດ້ມີການສະເຫນີຕໍ່ສະມາຊິກສະພາແຫ່ງຊາດ ແລະ ອີກຫລາຍບັນຫາທີ່ປະຊາຊົນສະເຫນີຄື: ບັນຫາຢາເສບຕິດທີ່ແຜ່ຫລາຍໃນສັງຄົມ, ໂດຍສະເພາະແມ່ນໄວລຸ້ນຊາວໜຸ່ມ ມົ້ວສຸມຢູ່ຮ້ານເກມ ແລະ ຮ້ານສະຫນຸກເກີ້, ບັນຫາເສັ້ນທາງເປ່ເພໜັກຢູ່ ນະຄອນຫລວງວຽງຈັນ, ການສໍ້ລາດບັງຫລວງ, ການເກັບຄ່າທຳນຽມບ້ານ, ບັນຫານ້ຳປະປາບໍ່ພຽງພໍ ແລະ ອື່ນໆ. ສຳລັບ ປະຊາຊົນເຂດ ເມືອງ ຈັນທະບູລີ ໄດ້ສະເຫນີ ກ່ຽວກັບການປະຕິບັດຄຳຕັດສິນຂອງສານທີ່ມີຄວາມຊັກຊ້າ ແລະ ສະເຫນີກວດກາການຊື້-ຂາຍທີ່ດິນຂອງຄົນລາວທີ່ຂາຍໃຫ້ກັບຕ່າງປະເທດ, ການເປີດສຽງດັງຂອງຮ້ານກິນດື່ມ ແລະ ອື່ນໆ.
ໃນໂອກາດດຽວກັນ ທ່ານ ບົວເກດ ພົມມະຈັນ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ປະຈຳເຂດ I ນະຄອນຫລວງວຽງຈັນ ກໍໄດ້ຮັບປາກຈະນຳເອົາຄຳສະເຫນີດັ່ງກ່າວໄປຊັກຖາມພາກສ່ວນກ່ຽວຂ້ອງ ແລະ ຈະຕິດຕາມກວດກາ ເພື່ອຜົນປະໂຫຍດຂອງປະຊາຊົນ.