ໄຊຍະບູລີພວມສຸມໃສ່ຝຶກຊ້ອມກ້ອນກຳລັງກຽມສະຫລອງບຸນຊ້າງ
ໂດຍ: ຄຳພຸດ ເທບພະນົມ
ຫົວໜ້າພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊຍະບູລີໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 18-22 ກຸມພານີ້ ທາງຄະນະຮັບຜິດຊອບຈັດງານບຸນຊ້າງຈະໄດ້ສຸມໃສ່ຝຶກ ຊ້ອມກ້ອນກຳລັງຂອງແຕ່ລະຊົນເຜົ່າ, ແຕ່ລະເມືອງ ແລະກິດຈະກຳການສະແດງຂອງຊ້າງ ທີ່ຈະສະແດງໃນ ມື້ບຸນຊ້າງວັນທີ 23 ກຸມພາ ທີ່ຈະມາເຖິງນີ້ ໃຫ້ມີຄວາມງົດງາມ ແລະ ຟົດຟື້ນ.
ຊ້າງເປັນສັດທີ່ມີບຸນຄຸນຫລາຍຕໍ່ພາລະກິດການ ດຳລົງຊີວິດຂອງຄົນເຮົານັບ ແຕ່ການໃຊ້ເປັນແຮງງານລາກແກ່, ລຳລຽງຂົນສົ່ງ ແລະ ໃນເມື່ອກ່ອນຄົນລາວ ເຮົາຍັງໄດ້ນຳໃຊ້ຊ້າງເຂົ້າເປັນ ກຳລັງຕໍ່ສູ້ຕ້ານຈັກກະພັດຮຸກຮານຢ່າງມີຄຸນປະໂຫຍດ ຫລາກຫລາຍພາຍມາກ ແລະ ມາຮອດປັດຈຸບັນຊ້າງໄດ້ຈັດ ເຂົ້າເປັນໝວດປະເພດສັດ ໃກ້ຈະສູນພັນ. ດັ່ງນັ້ນ, ການ ອະນຸລັກຮັກສາຊ້າງຈຶ່ງເປັນ ວຽກສຳຄັນຍິ່ງຂອງລາວກໍຄືຊາວໂລກກໍດັ່ງການຈັດງານບຸນຊ້າວນີ້ຂຶ້ນ ກໍເພື່ອສົ່ງເສີມ ໃຫ້ຮຸ່ນລູກຫລານຜູ້ເກີດໃໝ່ ໃຫຍ່ລຸນ ແລະ ຜູ້ມາທ່ຽວຊົມ ໄດ້ຮູ້ຈັກຮັກຫອມ ແລະ ໄດ້ຮ່ວມແຮງຮ່ວມໃຈກັນປົກປັກ ຮັກສາໃຫ້ຊ້າງໄດ້ຍືນຍົງຄົງ ຕົວຢູ່ງຄຽງຄູ່ກັບຄົນລາວຕະຫລອດໄປ.
ລາຍການຝຶກຊ້ອມ ເພື່ອກຽມໃສ່ການສະເຫລີມສະຫລອງບຸນຊ້າງປີນີ້ ປະກອບ ມີ: ຊ້ອມຟ້ອນ ແລະ ຂະບວນແຫ່ຂອງ 8 ຊົນເຜົ່າ, ຂະບວນແຫ່ເອກະລັກຂອງແຕ່ລະເມືອງ ແລະ ກິດຈະກຳເພື່ອ ກຽມຄວາມພ້ອມສະແດງ ຂອງຊ້າງຄຳຮູ້ເຊັ່ນ: ຊ້າງຈັບປ້າຍຄຳຂວັນ, ຊ້າງແຕ້ມຮູບ, ຊ້າງມອບຊໍ່ດອກໄມ້, ຊ້າງດຶງເຊືອກ, ຊ້າງຍົກ ສອງຂາຊ້າງຟ້ອນລຳວົງລາວ ແລະ ກິດຈະກຳອື່ນໆ ອີກຢ່າງຫລວງຫລາຍ ເຊິ່ງຈະໃຫ້ຜູ້ເຂົ້າມາທ່ຽວຊົມມີ ຄວາມປະທັບໃຈ ແລະ ສ້າງໃຫ້ງານບຸນສຳຄັນນີ້ ໄດ້ຕິດ ພັນກັບການດຶງດູດການທ່ອງທ່ຽວຂອງທ້ອງຖິ່ນໃຫ້ນັບ ມື້ອຸດົມສົມບູນ ແລະ ຈັບອົກຈັບໃຈ./.