ຜູ້ນຳ ສປປ ເກົາຫລີ ຈະເດີນທາງ ໄປຫວຽດນາມໂດຍລົດໄຟ

ຜູ້ນຳ ສປປ ເກົາຫລີ ຈະເດີນທາງ ໄປຫວຽດນາມໂດຍລົດໄຟ - 1550659946671 960x0 - ຜູ້ນຳ ສປປ ເກົາຫລີ ຈະເດີນທາງ ໄປຫວຽດນາມໂດຍລົດໄຟ
ຜູ້ນຳ ສປປ ເກົາຫລີ ຈະເດີນທາງ ໄປຫວຽດນາມໂດຍລົດໄຟ - kitchen vibe - ຜູ້ນຳ ສປປ ເກົາຫລີ ຈະເດີນທາງ ໄປຫວຽດນາມໂດຍລົດໄຟ

     ​ແຫ​ລ່ງຂ່າວດ້ານ​ຄວາມ​ໝັ້ນຄົງ ​ແລະ ການ​ກຽມ​ກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ ອາ​ເມ​ລິ​ກາ ​ແລະ ສປປ ​ເກົາຫລີ ​ເປີດ​ເຜີຍ​ໃນ​ວັນ​ທີ 20 ກຸມພາ​ນີ້​ວ່າ: ຫວຽດນາມ ກຳລັງ​ກຽມ​ການ​ຕ້ອນຮັບ​ທ່ານ ກິມ ຈ໋ອງອຸນ ຜູ້ນຳ ສປປ ​ເກົາຫລີ ທີ່​ຈະ​ເດີນທາງ​ໂດຍ​ລົດ​ໄຟ​ມານະ​ຄອນ​ຫລວງ​ຮ່າ​ໂນ້ຍ ​ເພື່ອ​​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງທີ 2 ກັບ​ປະທານາທິບໍດີ ​ໂດ​ນັລ ທຣຳ ຂອງ​ອາ​ເມ​ລິ​ກາ.

      ລາຍ​ງານ​ລະບຸ​ວ່າ: ທ່ານ ກິມ ຈ໋ອງອຸນ ຕ້ອງ​ໃຊ້​ເວລາ​ໃນ​ການ​ເດີນທາງ​ຢ່າງ​ໜ້ອຍ 2 ມື້​ເຄິ່ງ ຈາກ​ນະຄອນຫລວງ​ພຽງ​ຢາງ ຜ່ານ​ປະ​ເທດ​ຈີນ​ມາ​ຫວຽດນາມ ​ເຊິ​່ງໝາຍ​ຄວາມ​ວ່າ: ທ່ານ​ຈະ​ຕ້ອງ​ອອກ​ເດີນທາງ​ໃນ​ອາທິດ​ນີ້ ​ເພື່ອ​ໃຫ້​ຮອດ​ຫວຽດນາມ​ທັນ​ເວລາ​ສຳລັບ​ກຳນົດ​ການ​ເດີນທາງ​​ໃນ​ວັນ​ທີ 25 ກຸມພາ. ​ແຫ​ລ່ງຂ່າວ​ລະບຸ​ວ່າ: ລົດ​ໄຟ​ຂະ​ບວນທີ່​ທ່ານ ກິມ ຈ໋ອງອຸນ ​ເດີນທາງ​ມານັ້ນຈະ​ຢຸດ​ຢູ່​ສະຖານີ​ດົງ​ດ່າງ ຊາຍ​ແດນ​ຫວຽດນາມ ​ເຊິ່ງທ່ານ​ຈະ​ເດີນທາງ​ຕໍ່​ໂດຍ​ລົດ​ອີກ 170 ກິ​ໂລ​ແມັດ​ໄປ​ນະຄອນຫລວງ​ຮ່າ​ໂນ້ຍ. ທ່ານ ກິມ ຈ໋ອງອຸນ ​ແລະ ທ່ານ ທຣຳ ມີ​ກຳນົດ​ຈະ​ພົບ​ກັນ​ຢູ່​ນະຄອນຫລວງ​ຮ່າ​ໂນ້ຍ ​ໃນ​ວັນ​ທີ 27-28 ກຸມພາ ຫລັງ​ຈາກ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງທຳ​ອິດ​ໃນ​ເດືອນ​ມິຖຸນາ​ປີຜ່ານມາ ຢູ່​ສິງກະ​ໂປ ​ເຊິ່ງຖື​ເປັນ​ການ​ພົບ​ກັນ​ຄັ້ງປະຫວັດສາດ. ຂະນະ​ດຽວ​ກັນ ມີ​ແຫ​ລ່ງຂ່າວ​ກ່າວ​ວ່າ: ສະຖານ​ທີ່​ຈັດ​ກອງ​ປະຊຸມ​ນັ້ນຄາດ​ວ່າ​ຈະ​ເປັນ​ເຮືອນ​ພັກ​ຂອງ​ລັດຖະບານ ​ເຊິ່ງ​ເປັນ​ອາຄານ​ໃນ​ຍຸກ​ອານາ​ນິຄົມ ຕັ້ງຢູ່​ໃຈກາງ​ນະຄອນຫລວງ​ຮ່າ​ໂນ້ຍ, ​ແຕ່​ແຫ​ລ່ງຂ່າວ​ທັງຫລາຍ​ກ່າວວ່າ: ​ແຜນການ​ເຫລົ່າ​ນີ້​ມີ​ໂອກາດ​ຈະ​ປ່ຽນ​ແປງ​ໄດ້​ຕະຫລອດ​ເວລາ ​ເນື່ອງ​ຈາກ​ບັນຫາ​ທາງ​ດ້ານ​ຄວາມ​ປອດ​ໄພ.

ຜູ້ນຳ ສປປ ເກົາຫລີ ຈະເດີນທາງ ໄປຫວຽດນາມໂດຍລົດໄຟ - Visit Laos Visit SALANA BOUTIQUE HOTEL - ຜູ້ນຳ ສປປ ເກົາຫລີ ຈະເດີນທາງ ໄປຫວຽດນາມໂດຍລົດໄຟ
ຜູ້ນຳ ສປປ ເກົາຫລີ ຈະເດີນທາງ ໄປຫວຽດນາມໂດຍລົດໄຟ - Visit Laos Visit SALANA BOUTIQUE HOTEL - ຜູ້ນຳ ສປປ ເກົາຫລີ ຈະເດີນທາງ ໄປຫວຽດນາມໂດຍລົດໄຟ
ຜູ້ນຳ ສປປ ເກົາຫລີ ຈະເດີນທາງ ໄປຫວຽດນາມໂດຍລົດໄຟ - 5 - ຜູ້ນຳ ສປປ ເກົາຫລີ ຈະເດີນທາງ ໄປຫວຽດນາມໂດຍລົດໄຟ
ຜູ້ນຳ ສປປ ເກົາຫລີ ຈະເດີນທາງ ໄປຫວຽດນາມໂດຍລົດໄຟ - 3 - ຜູ້ນຳ ສປປ ເກົາຫລີ ຈະເດີນທາງ ໄປຫວຽດນາມໂດຍລົດໄຟ
ຜູ້ນຳ ສປປ ເກົາຫລີ ຈະເດີນທາງ ໄປຫວຽດນາມໂດຍລົດໄຟ - 4 - ຜູ້ນຳ ສປປ ເກົາຫລີ ຈະເດີນທາງ ໄປຫວຽດນາມໂດຍລົດໄຟ