ຮ້ານອາຫານຫວຽດນາມຍິນດີບໍລິການ ເຝີໃຫ້ຜູ້ນຳອາເມລິກາ ແລະ ສປປ ເກົາຫລີ

ຮ້ານອາຫານຫວຽດນາມຍິນດີບໍລິການ ເຝີໃຫ້ຜູ້ນຳອາເມລິກາ ແລະ ສປປ ເກົາຫລີ - 1550820090064 - ຮ້ານອາຫານຫວຽດນາມຍິນດີບໍລິການ ເຝີໃຫ້ຜູ້ນຳອາເມລິກາ ແລະ ສປປ ເກົາຫລີ
ຮ້ານອາຫານຫວຽດນາມຍິນດີບໍລິການ ເຝີໃຫ້ຜູ້ນຳອາເມລິກາ ແລະ ສປປ ເກົາຫລີ - kitchen vibe - ຮ້ານອາຫານຫວຽດນາມຍິນດີບໍລິການ ເຝີໃຫ້ຜູ້ນຳອາເມລິກາ ແລະ ສປປ ເກົາຫລີ

      ​ເຈົ້າຂອງ​ຮ້ານ​ເຝີ​ເມ​ນູນິຍົມ​ຂອງ​ຊາວ​ຫວຽດນາມ ກ່າວ​ວ່າ: ລາວ​ຍິນ​ດີ​ບໍລິການ​ອາຫານ​ຫວຽດນາມ​ໃຫ້​ປະທານາທິບໍດີ ​ໂດ​ນັລ ທຣຳ ຂອງ​ອາ​ເມ​ລິ​ກາ ​ແລະ ທ່ານ ກິມ ຈ໋ອງອຸນ ຜູ້ນຳ ສປປ ​ເກົາຫລີ ລະຫວ່າງ​ມາ​ປະຊຸມ​ສຸດ​ຍອດ​ຢູ່​ນະຄອນຫລວງ​ຮ່າ​ໂນ້ຍ ​ໃນ​ອາທິດ​ນີ້.

       ​ເຝີ​ ຖ​ື​ເປັນ​ໜຶ່ງ​ໃນ​ເມ​ນູຂຶ້ນຊື່​ຂອງ​ຫວຽດນາມ ລວມທັງ​ບຸ່ນ​ຈ່າ ​ເຊິ່ງ​ເປັນ​ອາຫານ​​ເສັ້ນທີ່​ນິຍົມ​ເຊັ່ນ​ກັນ, ພາຍ​ຫລັງ​ອະດີດ​ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ຂອງ​ອາ​ເມ​ລິ​ກາ ​ເຄີຍ​ມາ​ຮ້ານ​ບຸ່ນ​ຈ່າ​ຊື່​ດັງ​ມາ​ແລ້ວລະຫວ່າງ​ມາ​ຢ້ຽມຢາມ​ຫວຽດນາມ​ເປັນຄັ້ງທຳ​ອິດ ​ໂດຍ​ຮ້ານ​ບຸ່ນ​ຈ່າ​ໄດ້​ປິດ​ປັບປຸງ​ໃໝ່​ໃນ​ໄລຍະ​ນັ້ນ. ສຳລັບ​ທ່ານ ທຣຳ ​ແລະ ທ່ານ ກິມ ຈ໋ອງອຸນ ຈະ​ພົບ​ປະ​ຫາລື​ທະວີ​ພາຄີ​ກັນ​ຢູ່​ນະຄອນຫລວງ​ຮ່າ​ໂນ້ຍ ສສ ຫວຽດນາມ ລະຫວ່າງ​ວັນ​ທີ 27-28 ກຸມພາ​ນີ້ ຫລັງ​ຈາກ​ປະຊຸມ​ສຸດ​ຍອດ​ກັນ​ຄັ້ງທຳ​ອິດ​ຢູ່​ສິງກະ​ໂປ ​ເມື່ອ 8 ​ເດືອນ​ກ່ອນ ​ໂດຍ​ສັນຍາ​ວ່າ​ຈະ​ຮ່ວມ​ມື​ກັນ ​ເພື່ອ​ປົດ​ສະ​ນວນ​ອາວຸດ​ນິວ​ເຄຼຍທັງ​ໝົດ​ຢູ່​ແຫລມ​ເກົາຫລີ.

ຮ້ານອາຫານຫວຽດນາມຍິນດີບໍລິການ ເຝີໃຫ້ຜູ້ນຳອາເມລິກາ ແລະ ສປປ ເກົາຫລີ - Visit Laos Visit SALANA BOUTIQUE HOTEL - ຮ້ານອາຫານຫວຽດນາມຍິນດີບໍລິການ ເຝີໃຫ້ຜູ້ນຳອາເມລິກາ ແລະ ສປປ ເກົາຫລີ
ຮ້ານອາຫານຫວຽດນາມຍິນດີບໍລິການ ເຝີໃຫ້ຜູ້ນຳອາເມລິກາ ແລະ ສປປ ເກົາຫລີ - Visit Laos Visit SALANA BOUTIQUE HOTEL - ຮ້ານອາຫານຫວຽດນາມຍິນດີບໍລິການ ເຝີໃຫ້ຜູ້ນຳອາເມລິກາ ແລະ ສປປ ເກົາຫລີ

      ​ຂ່າວ​ໃຫ້​ຮູ້​ອີກ​ວ່າ: ​ຕຳຫລວດ​ຫວຽດນາມ​ຢູ່​ນະຄອນຫລວງ​ຮ່າ​ໂນ້ຍຄາດ​ວ່າ​ຈະ​ປິດ​ການ​ຈະລາຈອນ​ຊົ່ວຄາວ​ຢູ່​ຖະໜົນ​ຫລາຍ​​ເສັ້ນທີ່​ເປັນ​ເສັ້ນທາງ​ຜ່ານ​ຂອງ​ຄະນະ​ເຈົ້າໜ້າ​ທີ່​ປະຊຸມ​ສຸດ​ຍອດ. ຄົນ​ຂັບ​ລົດ​ຕັກ​ຊີ​ກ່າວ​ວ່າ: ການ​ເດີນທາງ​ໃນ​ໄລຍະ​ນັ້ນອາດ​ຫຍຸ້ງຍາກ​ເລັກ​ໜ້ອຍ, ​ແຕ່​ຄາດ​ວ່າ​ເຈົ້າໜ້າ​ທີ່​ຈະ​ສາມາດ​ບໍລິຫານ​ຈັດການ​ໄດ້​ດີ ຄື​ກັບ​ຕອນ​ທີ່​ຮ່າ​ໂນ້ຍ​ເຄີຍ​ຈັດ​ງານ​ໃຫຍ່​ໃນ​ໄລຍະ​ຜ່ານ​ມາ. ຄະນະ​ກຳມະການ​ປະຊາຊົນ​ນະຄອນຫລວງ​ຮ່າ​ໂນ້ຍ ລະບຸ​ວ່າ: ລົດຈັກ​ຈຳນວນ​ 5 ລ້ານ​ກວ່າ​ຄັນ ​ແລະ ລົດ​ໃຫຍ່ 5 ​ແສນ​ຄັນ ຈົດ​ທະບຽນ​ໃນ​ນະຄອນຫລວງ​ຮ່າ​ໂນ້ຍ ​ເຊິ່ງຫລາຍ​ກວ່າ 4 ​ເທົ່າ​ທີ່​ເຄືອ​ຂ່າຍ​ເສັ້ນທາງ​ຄົມມະນາຄົມ​ຈະ​ສາມາດ​ຮອງ​ຮັບ​ໄດ້.

ຮ້ານອາຫານຫວຽດນາມຍິນດີບໍລິການ ເຝີໃຫ້ຜູ້ນຳອາເມລິກາ ແລະ ສປປ ເກົາຫລີ - 4 - ຮ້ານອາຫານຫວຽດນາມຍິນດີບໍລິການ ເຝີໃຫ້ຜູ້ນຳອາເມລິກາ ແລະ ສປປ ເກົາຫລີ
ຮ້ານອາຫານຫວຽດນາມຍິນດີບໍລິການ ເຝີໃຫ້ຜູ້ນຳອາເມລິກາ ແລະ ສປປ ເກົາຫລີ - 3 - ຮ້ານອາຫານຫວຽດນາມຍິນດີບໍລິການ ເຝີໃຫ້ຜູ້ນຳອາເມລິກາ ແລະ ສປປ ເກົາຫລີ
ຮ້ານອາຫານຫວຽດນາມຍິນດີບໍລິການ ເຝີໃຫ້ຜູ້ນຳອາເມລິກາ ແລະ ສປປ ເກົາຫລີ - 5 - ຮ້ານອາຫານຫວຽດນາມຍິນດີບໍລິການ ເຝີໃຫ້ຜູ້ນຳອາເມລິກາ ແລະ ສປປ ເກົາຫລີ