ໂມດຣິດ ເລືອກແລ້ວຢູ່ ຫລື ໄປຈາກ ຣີລ ມາດຣິດ

ມາກ້າ ສື່ຂອງນະຄອນຫລວງມາດຣິດ ລາຍງານວ່າ: ຣີລ ມາດຣິດ ກັບ ລູກ້າ ໂມດຣິດ ບັນລຸຂໍ້ຕົກລົງເລື່ອງການຕໍ່ສັນຍາກັນແລ້ວ ໂດຍຈະຜົນໄປຮອດເດືອນມິຖຸນາ 2021.
ຣີລ ມາດຣິດ ສະໂມສອນຍັກໃຫຍ່ແຫ່ງວົງການ ລາ ລີກາ ສະເປນ ບັນລຸຂໍ້ຕົກລົງໃນການຕໍ່ສັນຍາກັບ ລູກ້າ ໂມດຣິດ ກອງກາງຊາວໂຄຣເອເຊຍແລ້ວ.
ນັບແຕ່ຍ້າຍມາຈາກ ທ໊ອດແນມ ຮ໊ອດສະເປີ ໃນປີ 2012 ໂມດຣິດ ກໍກາຍເປັນກຳລັງສຳຄັນຂອງທີມມາໂດຍຕະຫລອດ ແລະ ລາວກໍສ້າງຜົນງານໄດ້ສຸດຍອດຈົນເຖິງຂັ້ນໄດ້ຮັບລາງວັນຫລາຍລາງວັນເຊັ່ນ: ລາງວັນນັກເຕະຊາຍດີເດັ່ນຂອງສະຫະພັນບານເຕະນາໆຊາດ (ຟີຟາ) ກັບລາງວັນ ບັນລົງ ດໍ ຄັ້ງຫລ້າສຸດ ເປັນຕົ້ນ.
ເຖິງຢ່າງໃດກໍຕາມ ກ່ອນໜ້ານີ້ມີກະແສຂ່າວວ່າ: ອິນເຕີ ມິລານ ສົນໃຈຈະດຶງນັກເຕະໄວ 33 ປີ ໄປຮ່ວມທັບ ຫລັງຈາກລືກັນວ່າ: ໂມດຣິດ ບໍ່ມີຄວາມສຸກກັບການຫລິ້ນໃຫ້ ຣີລ ມາດຣິດ ເທົ່າໃດ ແລະ ການຍ້າຍໄປຢູ່ກັບ ອິນເຕີ ຈະຍັງຊ່ວຍໃຫ້ລາວໄດ້ຫລິ້ນກັບເພ່ືອນຮ່ວມຊາດຄື ອິວານ ເປຣິຊິ, ມາເຊໂລ ໂບຣໂຊວິດ ແລະ ຊິເມ ເວີຊັລໂກ້.
ຫລ້າສຸດ ມາກາ ລະບຸວ່າ ຄວາມຈິງແລ້ວ ໂມດຣິດ ບໍ່ເຄີຍຄິດຈະຍ້າຍທີມພຽງແຕ່ໜ້ອຍດຽວ ແລະ ຫລ້າສຸດທັງສອງຝ່າຍຕົກລົງເລື່ອງສັນຍາສະບັບໃໝ່ກັນໄດ້ແລ້ວ ໂດຍຈະມີຜົນເຖິງວັນທີ 30 ມິຖຸນາ 2021 ໂດຍມິດຟິລຄົນເກັ່ງຫວັງວ່າຈະໄດ້ຢູ່ກັບທີມໄປຈົນຈົບອາຊີບ. ຂະນະທີ່ ຣີລ ມາດຣິດ ກໍຢາກໃຫ້ມັນເປັນແບບນັ້ນເຊັ່ນກັນ.