ເຈີເກັນ ຄັອບ ຖືກປັບໄໝ 45.000 ປອນ ຂໍ້ຫາໃຊ້ຄຳເວົ້າບໍ່ເໝາະສົມ ຕຳໜິຜູ້ຕັດສິນ
February 25, 2019 - 4:57 PM
ສະມາຄົມບານເຕະອັງກິດ ຫລື FA ປັບໄໝ ເຈີເກັນ ຄັອບ ຜູ້ຈັດການທີມລິເວີພູລ 45.000 ປອນ ຈາກຂໍ້ຫາໃຊ້ຄຳເວົ້າບໍ່ເໝາະສົມຕຳໜິຜູ້ຕັດສິນ ເຄວິນ ເຟຣນ ນັດທີ່ ລິເວີພູລ ບຸກສະເໝີ ເວັສແຮມ ຢູໄນເຕັດ 1-1 ໃນວັນທີ 4 ກຸມພາຜ່ານມາ.
ເຈີເກັນ ຄັອບ ໃຊ້ຄຳເວົ້າລັກສະນະໝິ່ນປະໝາດຜູ້ຕັດສິນ ຈາກການໃຫ້ສຳພາດຫລັງເກມ ໂດຍກ່າວວ່າ: ເຂົ້າຂ້າງເວັສແຮມ ! ຄຳເວົ້າແບບນີ້ຜູ້ຈັດການທີມຫລາຍຄົນຖືກຕັກເຕືອນມາແລ້ວ ເປັນຕົ້ນ ໂຈເຊ່ ໂມຣິນໂຢ, ອາແຊນ ເວັນເກີ ລວມທັງ ເປັບ ກວາດິໂອລ່າ.