ວິທະຍຸແຫ່ງຊາດຈະປັບປຸງຄຸນນະພາບໃຫ້ດີຂຶ້ນ
ໃນວັນທີ 28 ກຸມພານີ້, ໄດ້ຈັດກອງປະຊຸມສະຫລຸບວຽກງານປະຈໍາປີ 2018 ຂອງວິທະຍຸແຫ່ງຊາດລາວ ເຊິ່ງໄດ້ຕີລາຄາວ່າ: ໃນໄລຍະຜ່ານມາອົງການສື່ດັ່ງກ່າວໄດ້ເຮັດສໍາເລັດວຽກງານຫລາຍດ້ານ, ໂດຍສະເພາະເອົາໃຈໃສ່ໂຄສະນາແນວທາງນະໂຍບາຍຂອງພັກ, ລະບຽບກົດຫມາຍຂອງລັດໃຫ້ປະຊາຊົນໄດ້ຮັບຮູ້ຢ່າງກວ້າງຂວາງ, ລວມເຖິງນໍາສະເຫນີເຫດການຕ່າງໆທີ່ເກີດຂຶ້ນໃນສັງຄົມໄດ້ທັນເວລາ. ແນວໃດກໍດີໃນຕໍ່ຫນ້ານີ້,ວິທະຍຸແຫ່ງຊາດຈະສືບຕໍ່ປັບປຸງເນື້ອໃນລາຍການໃຫ້ນັບມື້ອຸດົມສົມບູນຂຶ້ນໄປເລື້ອຍໆແລະ ສູ້ຊົນຜະລິດລະຄອນວິທະຍຸໃຫ້ມີເລື່ອງໃຫມ່ໆອອກອາກາດຢ່າງຫນ້ອຍ 20 ເລື່ອງ ແລະ ພັດທະນາລະບົບສື່ອອນລາຍໃຫ້ມີຄຸນນະພາບດີຂຶ້ນ.
ທ່ານ ວໍລະສັກ ປະວົງວຽງຄໍາ ຮອງຜູ້ອໍານວຍການວິທະຍຸກະຈາຍສຽງແຫ່ງຊາດໃຫ້ຮູ້ວ່າ: ຜ່ານມາວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ກະຈາຍສຽງອອກອາກາດຄື: ລະບົບ AM ແລະ FM ຜະລິດຂ່າວ ແລະ ລາຍການໄດ້ຫລາກຫລາຍ. ນອກນັ້ນ ກໍໄດ້ມີການຮ່ວມມືກັບສໍານັກຂ່າວຕ່າງປະເທດ ໂດຍສະເພາະ: ສສ. ຫວຽດນາມ, ສປ ຈີນ ແລະ ບັນດາປະເທດໃກ້ຄຽງເພື່ອພັດທະນາໃຫ້ມີຄວາມວ່ອງໄວ, ທັນສະໄຫມ, ໂດຍສະເພາະຂ່າວອອນລາຍ. ປັດຈຸບັນການກະຈາຍສຽງອອກອາກາດຂອງວິທະຍຸແຫ່ງຊາດ ສາມາດກວມ90% ຂອງພື້ນທີ່ທົ່ວປະເທດ, ມີ 3 ສະຖານີ ແລະ ກວ່າ 90 ລາຍການ, ໂດຍກະຈາຍສຽງເປັນພາສາລາວ, ພາສາມົ້ງ, ພາສາກຶມມຸ, ຫວຽດນາມ, ຈີນແລະ ອື່ນໆ. ພ້ອມດຽວກັນນັ້ນກໍພັດທະນາຈາກລະບົບອັນນາລ໋ອກ ກ້າວສູ່ ລະບົບດິຈີຕອນໂດຍມີເວບໄຊ www.Lnr.org.la ແລະ ຕິດຕັ້ງລະບົບວິທະຍຸອອນໄລເອັບເອັມຊຶ່ງສາມາດຮັບຟັງໄດ້ທົ່ວໂລກແລ້ວ.