ລະບົບເກື້ອກູນ ແລະ ລະບົບມອບເໝົາ
ໂດຍ: ລູກເມືອງພວນ
ລະບົບເກື້ອກູນ ແລະ ລະບົບມອບເໝົາແຮງງານມີຄວາມແຕກຕ່າງກັນແນວໃດ, ມີທີ່ໄປທີ່ມາແນວໃດ ? ລະບົບມອບເໝົາແຮງງານແມ່ນລະບົບກຳເນີດເກີດຂຶ້ນມາພ້ອມກັບລະບອບທຶນນິຍົມ ເປັນພາຫະນະ ແລະ ເຄື່ອງມືໃນການດຳເນີນທຸລະກິດທີ່ມີປະສິດທິພາບປະສິດທິຜົນສູງ ເຊິ່ງລະບອບທຶນນິຍົມນໍາໃຊ້ມາ ໄດ້ຫຼາຍຮ້ອຍປີແລ້ວ. ສ່ວນລະບົບເກື້ອກູນແມ່ນໄດ້ກຳເນີດເກີດຂຶ້ນມາພ້ອມລະບອບສັງຄົມນິຍົມ ແລະ ກໍຍັງຄົງຕົວຢູ່ກັບພວກເຮົາໃນສູ່ມື້ນີ້.
ເມື່ອສົມທຽບສອງລະບົບນີ້ໃສ່ກັນແລ້ວເຫັນວ່າມີຂໍ້ດີ ແລະ ຂໍ້ເສຍແຕກຕ່າງກັນ. ລະບົບເກື້ອກູນແມ່ນລະບົບສ້າງຂຶ້ນບົນພື້ນຖານຄວາມເຫັນອົກເຫັນໃຈຊຶ່ງກັນ ແລະ ກັນ, ແມ່ນລະບົບຕອບສະໜອງທາງດ້ານຈິດໃຈດ້ວຍການຜ່ອນສັ້ນຜ່ອນຍາວບໍ່ເຂັ້ມງວດຂວດຂັນທາງດ້ານລະບຽບ ແລະ ກົດໝາຍ, ບໍ່ມີການແກ້ງແຍ້ງແຂ່ງຂັນ, ຊີງດີຊີງເດັ່ນ, ບໍ່ເຫັນແກ່ຕົວ, ຊົ່ວ ຫຼື ດີມີໜ້າສະເໝີພາບກັນ, ແມ່ນລະບົບສະເລ່ຍສະເໝີພາບ, ຄຸນນະພາບຂອງການເຮັດວຽກບໍ່ສົມຄູ່ກັບຄ່າຈ້າງລາງວັນ, ຜູ້ເຮັດດີມັກຈະໝົດກໍາລັງໃຈເຮັດວຽກ, ຂາດຄວາມບຸກບືນ, ຂາດຄວາມຮັບຜິດຊອບ, ສ້າງໃຫ້ຄົນເກີດນິໄສຂີ້ຄ້ານມັກງ່າຍ, ເອື່ອຍອີງ, ບໍ່ມີການພັດທະນາຕົນເອງ…. ຈຸດປະສົງຂອງລະບົບນີ້ກໍແມ່ນເພື່ອແນໃສ່ບໍ່ໃຫ້ມີຊົນຊັ້ນວັນນະໃນສັງຄົມທຸກຄົນເທົ່າທຽມກັນ. ສ່ວນລະບົບມອບເໝົາແຮງງານແມ່ນລະບົບລັດທິທຶນນິຍົມນໍາໃຊ້ເຂົ້າໃນການຜະລິດກໍຄືໃນລະບົບລັດຖະການມາໄດ້ຫຼາຍຮ້ອຍປີແລ້ວ. ມັນແມ່ນລະບົບການແກ້ງແຍ້ງແຂ່ງຂັນ, ຊີງດີຊີງເດັ່ນ, ເຫັນແກ່ຕົວແຕ່ຢູ່ໃນຂໍ້ກໍານົດກົດໝາຍຢ່າງເຄັ່ງຄັດ, ກໍາຈັດຄວາມຂີ້ຄ້ານມັກງ່າຍເຮັດພໍແລ້ວຕີນແລ້ວມືຂອງຄົນ. ລະບົບມອບເໝົາ ແຮງງານແມ່ນລະບົບຮັບຈ້າງຕາມລາງວັນ: ເຮັດຫຼາຍໄດ້ຫຼາຍ, ເຮັດໜ້ອຍໄດ້ໜ້ອຍ, ບໍ່ເຮັດບໍ່ໄດ້. ຍ້ອນແນວນັ້ນ ລະບົບມອບເໝົາແຮງງານຈຶ່ງມີຈຸດເດັ່ນກວ່າລະບົບເກື້ອກູນ, ມັນສາມາດກະຕຸກຊຸກຍູ້ກໍາລັງໃຈເຮັດວຽກຢ່າງມີປະສິດທິພາບປະສິດທິຜົນ ແລະ ມີຄວາມຮັບຜິດຊອບສູງຂອງຜູ້ອອກແຮງງານ, ກຳລັງແຮງງານສົມຄູ່ກັບຄ່າຈ້າງລາງວັນ, ເຮັດບໍ່ດີບໍ່ມີງານທຳ. ຍ້ອນແນວນັ້ນຈຶ່ງມີກຳລັງພັກດັນຈິດໃຈໃຫ້ເຮັດວຽກຢ່າງຕັ້ງໜ້າ ແລະ ແຂ່ງຂັນ, ພັດທະນາຕົນເອງຂຶ້ນເລື້ອຍໆຂອງຜູ້ອອກແຮງງານ, ຜົນໄດ້ຮັບຂອງວຽກງານມີປະສິດທິຜົນສູງ.
ພວກເຮົາຈະເຫັນຢູ່ໃນບັນດາປະເທດນາຍທຶນ ຫຼື ທຶນນິຍົມ, ນອກຈາກຢູ່ຕາມໂຮງຈັກໂຮງງານແລ້ວ, ໂມງລັດຖະການເກືອບວ່າຈະບໍ່ມີໂມງເຂົ້າການ ແລະ ໂມງເລີກການ. ບໍ່ຈໍາເປັນວ່າເມື່ອຮອດໂມງເຂົ້າການ ແລະ ເລີກການແລ້ວທຸກຄົນຕ້ອງມີໜ້າ ຫຼື ທຸກຄົນຕ້ອງອອກເມືອດັ່ງພວກເຮົາປະຕິບັດກັນຢູ່ທຸກວັນ ນີ້. ຕາມຫຼັກການມອບເໝົາວຽກ, ຜູ້ໃດຫາກເຮັດວຽກຢູ່ໃນຄວາມຮັບຜິດຊອບຂອງຕົນທີ່ຖືກມອບໝາຍສຳເລັດແລ້ວຢາກເລີກຍາມໃດກໍເລີກບໍ່ຈຳເປັນລໍຖ້າໃຫ້ໝົດໂມງທາງລັດຖະການກຳນົດ, ຢາກໄປໃສກໍໄປ. ຖ້າບໍ່ສຳເລັດໜ້າທີ່ຄວາມຮັບຜິດຊອບທີ່ຖືກມອບໝາຍໃຫ້ແມ່ນແຕ່ກາງຄໍ່າກາງຄືນກໍຕ້ອງໄດ້ເຮັດໃຫ້ ສຳເລັດ, ຜູ້ໃດຫາກເຮັດວຽກດີມີຜົນງານກໍຈະໄດ້ເງິນໂບນັດ ຫຼື ໄດ້ເງິນຫ້າວຫັນຕື່ມອີກ. ກົງກັນຂ້າມກັບລະບົບເກື້ອກູນ, ເມື່ອເຖິງໂມງເຂົ້າການທຸກຄົນຕ້ອງມີໜ້າ, ເຖິງໂມງເລີກການທຸກຄົນຕ້ອງອອກເມືອ, ສ່ວນປະສິດທິພາບປະສິດທິຜົນ ຂອງວຽກງານແມ່ນບໍ່ທັນເວົ້າເຖິງ. ຖ້າຜູ້ໃດເຮັດລ່ວງເກີນເວລາກໍບໍ່ໄດ້ຄ່າຈ້າງລາງວັນ ຫຍັງ, ຄ່າຈ້າງລາງວັນກໍຄືເງິນ ເດືອນນັ້ນເອງ. ເຮັດຫຼາຍ ຫຼື ເຮັດໜ້ອຍກໍໄດ້ພຽງແຕ່ເງິນເດືອນເທົ່ານັ້ນ. ອັນນີ້ແມ່ນ ຂອດອ່ອນຂອງລະບົບເກື້ອກູນ ຊຶ່ງລະບົບແບບນີ້ ປັດຈຸບັນລັດຖະບານກໍໄດ້ຄ່ອຍໆຫັນປ່ຽນ ໄປສູ່ລະບົບເຮັດວຽກໃຫ້ມີຄຸນນະພາບຫຼາຍຂຶ້ນເຊັ່ນ: ຫລຸດຈຳນວນລັດຖະກອນລົງ ເພີ່ມໜ້າ ວຽກຄວາມຮັບຜິດຊອບໃຫ້ຫຼາຍຂຶ້ນ ຫຼື ແຕ່ລະປີລັດຖະບານກໍຈະມີການປະເມີນລັດ ຖະກອນຄືນໃໝ່ເພື່ອຄັດຈ້ອນເອົາລັດຖະກອນທີ່ມີຄຸນນະພາບ, ມີຄວາມຮູ້ຄວາມສາ ມາດແທ້ໆດັ່ງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສະເໜີກ່ຽວກັບການປັບປຸງກົງ ຈັກການຈັດຕັ້ງບໍລິຫານລັດ ເນື່ອງໃນໂອກາດເຂົ້າຮ່ວມ ກອງປະຊຸມບຸກຄະລາກອນ ຂອງກະຊວງພາຍໃນວ່າ: ‘‘ເຂັ້ມແຂງມີປະສິດທິຜົນໂປ່ງໃສຮັບໃຊ້ປະຊາຊົນຢ່າງແທ້ ຈິງ’’. ມີມາດຕະການສົ່ງເສີມ ຜູ້ທີ່ເຮັດວຽກດີຫ້າວຫັນດ້ວຍການຂຶ້ນຂັ້ນຊັ້ນເງິນເດືອນກ່ອນກຳນົດ, ມອບໜ້າທີ່ຄວາມຮັບຜິດຊອບທີ່ສຳຄັນຕື່ມອີກ ຫຼື ປະຕິບັດນະໂຍບາຍຕໍ່ຜູ້ກ່ຽວໃຫ້ໄປຍົກລະດັບຮຽນຕໍ່…. ສ່ວນຜູ້ທີ່ເຮັດບໍ່ໄດ້ກໍຈະຄ່ອຍໆລັບຊ້ອນອອກໄປ. ຕໍ່ບັນຫານີ້, ຢູ່ປະເທດຫວຽດ ນາມແຕ່ລະປິເພີ່ນໄດ້ມີການ ປະເມີນພະນັກງານຄືນໃໝ່ຕາມມາດຖານເງື່ອນໄຂວາງ ໄວ້, ຖ້າບໍ່ໄດ້ກໍຈະໄດ້ຮັບບໍາເນັດໃຫ້ອອກພັກຜ່ອນ. ຍ້ອນ ເຫດຜົນດັ່ງກ່າວນີ້, ບຸກຄະລາ ກອນຂອງຫວຽດນາມຈຶ່ງມີການພັດທະນາກ້າວໜ້າໄວ ຮັບປະກັນທັງປະສິດທິພາບ ແລະ ປະສິດທິຜົນ, ມີຄວາມບຸກບືນພັດທະນາຕົນເອງຢ່າງບໍ່ຢຸດຢັ້ງທຽບທັນກັບລະດັບສາກົນ. ເຮັດໄດ້ແນວນີ້ການພັດທະນາປະເທດຊາດ ຈຶ່ງຈະກ້າວໄວພ້ອມດຽວກັນນັ້ນກໍໄດ້ເພີ່ມເງິນເດືອນຂອງພະນັກງານຂຶ້ນເພື່ອໃຫ້ເຂົາເຈົ້າກຸ້ມ ຢູ່ກຸ້ມກິນ, ໃຫ້ເຂົາເຈົ້າມີຄວາມອຸ່ນອ່ຽນທຸ່ນທ່ຽງ ເພື່ອທຸ່ມເທ ເຫື່ອແຮງສະຕິປັນຍາເຂົ້າໃສ່ວຽກງານລວມຂອງພັກລັດຢ່າງເຕັມທີ່. ມີແຕ່ເຮັດແນວນີ້ວຽກງານຂອງພັກຂອງລັດ ຈຶ່ງຈະມີຄຸນນະພາບໄດ້.
ເຖິງເວລາແລ້ວທີ່ພວກເຮົາຈະຕ້ອງມີການຫັນປ່ຽນໃໝ່ໃນການໃຊ້ລະບົບນະໂຍບາຍທີ່ເກື້ອກູນໄປສູ່ລະບົບທີ່ທັນສະໄໝກວ່າກ້າວໜ້າກວ່າ ມີປະສິດທິພາບປະສິດທິຜົນກວ່າມີຄວາມທ່ຽງທຳກວ່າ: ເຮັດຫຼາຍໄດ້ຫຼາຍ, ເຮັດໜ້ອຍໄດ້ໜ້ອຍ, ບໍ່ເຮັດບໍ່ໄດ້. ລຶບລ້າງລະບົບສະເລ່ຍສະເໝີພາບແບບ ‘‘ຕົກນໍ້າຫົວພຽງກັນ’’.