ສາລະວັນ ເຜີຍແຜ່ຜົນກອງປະຊຸມສຸດຍອດເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 10
ໃນວັນທີ 27 ກຸມພານີ້, ກະຊວງການຕ່າງປະເທດຮ່ວມກັບອຳນາດການປົກຄອງ ແຂວງສາລະວັນ, ໄດ້ຈັດເຜີຍແຜ່ຜົນກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາກຳປູເຈຍ-ລາວ- ຫວຽດນາມ (CLV) ຄັ້ງທີ 10 ແລະ ກະກຽມແຜນວຽກ ທີ່ສໍາຄັນ ສໍາລັບສົກປີ 2019 – 2020, ພາຍໃຕ້ການ ເປັນປະທານຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ພູທົງ ຄຳມະນີວົງ, ຮອງເຈົ້າ ແຂວງ ສາລະວັນ, ໂດຍມີຜູ້ເຂົ້າຮ່ວມຈາກບັນດາຂະແໜງການ ທີ່ກ່ຽວຂ້ອງ ຂອງ 4 ແຂວງ ພາກໃຕ້ ຄື: ແຂວງສາລະວັນ, ແຂວງຈໍາປາສັກ, ແຂວງ ເຊກອງ ແລະ ແຂວງອັດຕະປື ຈໍານວນ 100 ກວ່າ ທ່ານ.
ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເຜີຍແຜ່, ປຶກສາຫາລື ແລະ ແລກປ່ຽນ ຄວາມຄິດຄວາມເຫັນກ່ຽວ ກັບການຜັນຂະຫຍາຍຜົນ ຂອງກອງປະຊຸມສຸດຍອດ ດັ່ງກ່າວໂດຍສະເພາະບັນດາ ເອກະສານທີ່ຖືກຮັບຮອງ ເອົາແລ້ວ ເປັນຕົ້ນ: ຖະແຫຼງການຮ່ວມຂອງກອງປະຊຸມ ສຸດຍອດ ກຳປູເຈຍ-ລາວ- ຫວຽດນາມ CLV ຄັ້ງທີ 10 ແລະ ແຜນປະຕິບັດງານ ວ່າ ດ້ວຍການເຊື່ອມຈອດເສດ ຖະກິດ CLV ເຖິງປີ 2030 ລວມທັງສັນຍາວ່າ ດ້ວຍການ ສົ່ງເສີມ ແລະ ອໍານວຍຄວາມສະດວກທາງດ້ານການຄ້າຢູ່ເຂດສາມຫຼ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ(CLV DTA) ທີ່ໄດ້ຮັບການລົງນາມລະຫວ່າງລັດຖະບານຂອງ 3 ປະເທດ ໃນໂອກາດຂອງກອງປະຊຸມສຸດຍອດ CLV ຄັ້ງທີ 9 ໃນເດືອນພະຈິກ 2016 ທີ່ ສຽມລຽບທັງນີ້ກໍ່ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເຮົາ ກໍຄືບັນດາແຂວງຢູ່ໃນເຂດສາມຫຼ່ຽມພັດທະນາ ລວມທັງຊຸກ ຍູ້ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາ ກົນຂຶ້ນເທື່ອລະກ້າວ. ນອກຈາກນີ້, ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນກ່ຽວກັບການກະກຽມ ຄວາມພ້ອມໃນດ້ານຕ່າງໆ ຂອງ ສປປ ລາວ ເຮົາທີ່ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດ ເຂດສາມຫຼ່ຽມ ພັດທະນາ ກໍາປູເຈຍ-ລາວ- ຫວຽດນາມ ຄັ້ງທີ 11 ໃນປີ 2020 ແລະ ແຜນວຽກ ທີ່ສໍາຄັນຕ່າງໆ ແຕ່ປີ 2019- 2020. ພ້ອມດຽວກັນນີ້, ບັນດາຜູ້ເຂົ້າຮ່ວມໄດ້ຮັບ ຟັງການລາຍງານຄວາມ ຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານໃນກົນໄກ ການຮ່ວມມື CLV ຈາກ 4 ແຂວງພາກໃຕ້ ໃນໄລຍະ ຜ່ານມາ ລວມມີຜົນໄດ້ຮັບ, ຂໍ້ຄົງຄ້າງ, ຂໍ້ສະເໜີ ແລະ ທິດທາງແກ້ໄຂວຽກງານ ໃນຕໍ່ໜ້າ./.