ທ່ຽວຟາມພູຕາເວັນເບິ່ງເຫັນຄວາມງົດງາມຂອງຊີວິດນານາພັນ

ໂດຍ: ຄຳພຸດ ເທບພະນົມ
ຖ້າເອີ່ຍເຖິງສະຖານທີ່ ທ່ອງທ່ຽວອັນເຕັມໄປດ້ວຍພຶກສາຊາດຊີວະນານາພັນ, ສະຖານທີ່ສ້າງສັນບັນຍາ ກາດກໍຄົງພາດບໍ່ໄດ້ກັບ ແຫລ່ງທ່ອງທ່ຽວຟາມພູເວັນ ເພາະສະຖານທີ່ດັ່ງກ່າວນີ້ ຫ່າງຈາກນະຄອນຫລວງວຽງຈັນ ໄປຕາມເສັ້ນທາງ 13 ໃຕ້ໄລຍະທາງພຽງ 60 ກິໂລແມັດຢູ່ລະຫວ່າງກາງ ເມືອງທ່າພະບາດແຂວງ ບໍລິໄຊ ກັບເມືອງປາກງຶ່ມນະ ຄອນຫລວງວຽງຈັນ ເຊິ່ງເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈໃນມື້ພັກວຽກງານ.
ເມື່ອບໍ່ດົນມານີ້ ຜູ້ຂຽນ ເຄີຍໄດ້ໄປທ່ຽວຊົມ ແລະ ສຳ ຜັດກັບບັນຍາກາດຕົວຈິງ ພາຍໃນຟາມຕອນນັ້ນມີ ຄວາມຮູ້ສຶກເຂົ້າໄປຢູ່ໃນອຸທິ ຍານແຫ່ງຈິນຕະນາການ, ພ້ອມທັງ ຕື່ນເຕັ້ນໄປກັບ ດອກໄມ້ນານາຊະນິດ, ມີ ຄວາມຫລາກຫລາຍສີສັນ ແລະບັນດາແມງກະເບື້ອທີ່ ບິນເວີ່ນ ຕອມເກສອນດອກ ໄມ້ນັ້ນ. ນອກຈາກນີ້ແລ້ວ ຍັງ ມີສວນພືດຜັກ, ໝາກໄມ້ ແລະ ສັດນານາຊະນິດທີ່ຫາເບິ່ງ ໄດ້ຍາກອີກ ເຊິ່ງເຮັດໃຫ້ຜູ້ ເຂົ້າຊົມຫລົງໃຫລໄປກັບບັນ ຍາກາດນັ້ນຢ່າງແນ່ນອນ.
ທ່ານນາງ ດາລຸນີ ເຈົ້າຂອງຟາມໄດ້ເວົ້າສູ່ຟັງວ່າ: ຟາມຂອງພວກເຮົາເລີ່ມເປີດໃຫ້ນັກທ່ອງທ່ຽວເຂົ້າຊົມ ຕັ້ງແຕ່ຕົ້ນປີ 2017 ເປັນຕົ້ນມາ, ໃນເບື້ອງຕົ້ນໄດ້ຮັບຄວາມນິຍົມຈາກມວນຊົນ ເປັນຈຳນວນຫລວງຫລາຍ ຈົນຮູ້ສຶກວ່າສະຖານທີ່ມັນ ແຄບລົງ, ແຕ່ປັດຈຸບັນນີ້ໄດ້ມີການປັບປຸງຂະຫຍາຍໃຫ້ ກວ້າງຂວາງຂຶ້ນ, ເຊິ່ງສາມາດ ຮອງຮັບນັກທ່ອງທ່ຽວ ໄດ້ຫລາຍຂຶ້ນ, ມີສວນດອກໄມ້, ມີບ່ອນນັ່ງຫລິ້ນເພີ່ມຂຶ້ນ ອີກ ແລະໃນລະຫວ່າງ ວັນທີ 7-10 ມີນານີ້ຈະມີເທສະການໂຄມໄຟນານາຊາດຄັ້ງທຳອິດຂຶ້ນ ຜູ້ເຂົ້າຮ່ວມຈະໄດ້ພົບກັບໂຄມໄຟທີ່ເປັນ ເອກະລັກຂອງແຕ່ລະປະເທດ ເຊັ່ນ: ຈີນ, ຫວຽດນາມ, ສິງກະໂປ, ລາວ ແລະ ງານຄອນເສີດຫລາກຫລາຍສິລະປິນ ເຂົ້າຮ່ວມອີກເພື່ອເຮັດໃຫ້ ປີທ່ອງ ທ່ຽວລາວ-ຈີນ 2019 ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ./.