ມາ​ຮູ້ຈັກ​ເຜົ່າ​ໄປຣ່

ມາ​ຮູ້ຈັກ​ເຜົ່າ​ໄປຣ່ - advert banner 728 90 728x90 - ມາ​ຮູ້ຈັກ​ເຜົ່າ​ໄປຣ່

ໂດຍ: ​ເດຊາ ກັນລະຍາ

ມາ​ຮູ້ຈັກ​ເຜົ່າ​ໄປຣ່ - new3 - ມາ​ຮູ້ຈັກ​ເຜົ່າ​ໄປຣ່

–   ເຜົ່າໄປຣ່ ແມ່ນຊົນ ເຜົ່າໜຶ່ງທີ່ມາຈາກພາກໃຕ້ ຂອງລາວເຊິງໄດ້ເຂົ້າຮ່ວມ ຂະບວນການຕໍ່ສູ້ກູ້ຊາດໃນສະໄໝເຈົ້າໄຊເສດຖາທິລາດ, ຫຼັງການຕໍ່ສູ້ຂອງ ພວກສັກດີນາໄດ້ສະຫົງບລົງ ເຈົ້າໄຊເສດຖາທິລາດໄດ້ຮັບປະກັນໃນການຕັ້ງທ່າບໍ່ໃຫ້ ພວກສັກດີນາເຂົ້າມາຮຸກຮານ ແລະ ຈຶ່ງໄດ້ນຳເອົາເຜົ່າໄປຣ່ ຈຳນວນໜຶງເຂົ້າມາຕິດຕາມ ເຊິ່ງໃນນັ້ນມີ 5 ຄອບຄົວມາ ຕັ້ງເຮຶອນຢູ່ບ້ານສະຖານ   ແລະ ບ້ານສະແມດໃຫຍ່ ເຊິ່ງເປັນຈຸດໃຈກາງຂອງປະເທດລາວ ໃນສະໄໝເຈົ້າໄຊເສດ ຖາທິລາດປົກຄອງ, ປັດຈຸບັນ ມີຫລາຍແມ່ນຢູ່ເມືອງໄຊສະຖານ ແຂວງໄຊຍະບູລີ ໃນເມື່ອ ກ່ອນການຕັ້ງເຮືອນຢູ່ຂອງ ເຜົ່າໄປຣ່ແມ່ນປຸກແບບກະ ແຈ່ກກະຈາຍຍາຍໄປຕາມສັນພູ; ຕົກມາໄລຍະໜຶ່ງກໍ ມີການຕັ້ງເຮຶອນຢູ່ເປັນຫຼັງດຽວຕິດກັນຍາວຕໍ່ໆກັນໄປ ເປັນຈຸມເຈື້ອເຊື້ອສາຍໂຄດວົງຕະກຸນຢູ່ເຮືອນຫຼັງດຽວກັນ ເຊິ່ງເອີ້ນວ່າ: (ເຮຶອນຍາວ), ໂດຍສະເລ່ຍແລ້ວ ເຮືອນຫຼັງໜຶ່ງຈະມີປະມານ 20-30 ຄອບຄົວຂຶ້ນໄປ,  ໂດຍມີສະມາຊິກປະມານ 100-150 ຄົນ,ຖ້າເປັນເຮືອນ ຫລັງໃຫ່ຍກໍອາດຈະມີຄອບ ຄົວເຖິງ 60-70 ຄອບຄົວ ຂຶ້ນໄປໂດຍຈະມີສະມາຊີກ ຄອບຄົວປະມານ 150-200 ຄົນຂຶ້ນໄປ,ຈຸດພີເສດເຮືອນ ຍາວຂອງເຜົ່າໄປຣ່ແມ່ນເປັນ ເຮືອນຍົກພື້ນ, ເສົາໄມ້ຟັງດິນຂຶ້ນສູງປະມານ 150 cm. ສ່ວນກ້ອງຕະລ່າງແມ່ນ ຈະຮັກສາໄວ້ລ້ຽງສັດເຊັນ: ເປັດ, ໄກ່ ແລະ ໝູສ່ວນຟ່າເຮືອນແມ່ນອ້ອມດ້ວຍໄມ້ຝາ (ໄມ້ເຮັ້ຍ) ມຸງດ້ວຍຫຍ້າຄ່າ ຫລື ໃບຕອງຄໍ້, ດ້ານໃນ ແມ່ນ ເປັນຫ້ອງຄູ່ ມີປະຕູປິ່ນໜ້າໃສ່ ກັນເປັນແຖວຍາວຢຽດ  ໄປຕາມສັນພູ, ຈຸດເຄິ່ງກາງ ຈະເປັນທາງຍ່າງທີປູດ້ວຍໄມ້ແປ້ນກີບດຽວຕໍ່ໆກັນໄປຈົນ ສຸດເຮືອນ ແລະ ມີຫ້ອງນອນ ຢູ່ 2 ຝາກ, ແລະ ມີຫ້ອງຖົງ ຫລື ຫ້ອງຮັບແຂ່ກຢູ່ທາງ ດ້ານໜ້າເພື່ອຮັບແຂ່ກ ບໍ່ວ່າ ຍາດຕິພີ່ນ້ອງຂອງໃຜມາ ຢ້ຽມຢາມກໍ່ຕາມຕ້ອງໄດ້ ນອນ ຢູ່ຫ້ອງຮັບແຂ່ກຂອງ ເຮືອນດັ່ງກ່າວ ແລະ ກໍຈະມີ ເຕົາໄຟຢູ່ເຄິ່ງກາງເຊັ່ນກັນ, ສ່ວນທາງດ້ານໜ້າບ່ອນທາງເຂົ້າຈະມີຊານຍື່ນອອກມາ ເພື່ອເປັນບ່ອນຕາກເຄື່ອງ ຢູ່ ຈຸດທາງໜ້າ, ລັກສະນະຂອງ ຂັ້ນໄດແມ່ນຈະມີແຕ່ 3 ຂັ້ນ ແລະ ຈະມີຫຼັກໄມ້ຟັງຢູ່ຕໍ່ໜ້າຫ່າງຈາກຂັ້ນໄດປະມານ150 cm, ຈະມີລາຍຕາແຫຼວ ຕິດໃສ່ ເຊິ່ງຫຼັກດັ່ງກ່າວ ເພີ່ນເອີ້ນວ່າ: ຫຼັກຄ່ຳ-ຫຼັກຄູນ ແລະ ເວົ້າອີກຢ່າງໜຶ່ງວ່າ: ເປັນຫຼັກເພື່ອກັນຜີສາງ, ນາງຮັາຍ ແລະ ຈະພົບເຫັນ ຫລາກຫລາຍໃນເວລາທີ່ມີ ພິທີບູຊາຮີດຕ່າງໆເປັນຕົ້ນ ຮີດຂຶ້ນເຮືອນໃໝ່, ຄຳບ້ານ ແລະ ຮີດໄຮ່, ສະເພາະຫ້ອງ ນອນແຕ່ລະຫ້ອງຈະບັນຈຸໄດ້ 1 ຄອບຄົວ, ທຸກໆຫ້ອງ ຕ້ອງມີເຕົາໄຝຢູ່ເຄິ່ງກາງ ຂອງຫ້ອງ ແລະ ບ່ອນແຕ່ງ ກິນແມ່ນຢູ່ໃນຫ້ອງນອນຫັ້ນ ເລີຍ, ທຸກໆຫ້ອງແມ່ນມີລັກ ສະນະຄືກັນໝົດ.

ມາ​ຮູ້ຈັກ​ເຜົ່າ​ໄປຣ່ - 33697447 - ມາ​ຮູ້ຈັກ​ເຜົ່າ​ໄປຣ່

ການຈັດຫ້ອງແມ່ນນັບ ແຕ່ຫ້ອງຮັບແຂກລົງໄປ,ໃນ ເວລາທີ່ກ້າວຍາງເຂົ້າໄປ, ດ້ານຊ້າຍມືຈະແມ່ນຫ້ອງຮີດ ຫລື ຫ້ອງເຈົ້າກົກ- ເຈົ້າ ເລົ່າ, ທັດໄປຈະເປັນຫ້ອງ ຂອງລູກເຂີຍຜູ້ທີ 1 ຕໍ່ໄປກໍ ຈະເປັນຫ້ອງຂອງລູກເຂີຍຜູ້ທີ 2 ທີ 3 ແລະ ທີ 4 ຕໍ່ໆໄປ ຈົນສຸດເຮືອນສ່ວນໃນເຮືອນຫລັງນັ້ນຈະມີຫ້ອງຮີດໃຫຍ່ ຢູ່ດ້ານຫຼັງສະເໝີ,ໃນກໍ່ລະນີມີການຕໍ່ຫ້ອງໃນຄະນະທີ່ ໄດ້ລູກເຂີຍໃໝ່ກໍຈະມີການຕໍ່ ຫ້ອງທາງດ້ານຊ້າຍມື – ຂວ່າມື ເປັນຄູ່ອອກໄປພ້ອມໆກັນ, ແຕ່ລະຫ້ອງຂອງເຮືອນ ຍາວຈະມີຫີ້ງຢູ່ 2 ຫີ້ງເຊັ່ນ: ຫີ້ງທໍາອິດຈະເປັນຫີ້ງເຮັດ ພິທີໃນກໍລະນີຄຳຮີດ, ເວລາກິນດອງ, ຂຶ້ນເຮືອນໃໝ່, ຄຳ ບ້ານ ແລະ ອືນໆ ຫີ້ງທີ 2 ແມ່ນໃຊ້ໄວ້ຢ້າງເຄຶ່ອງເຊັ່ນ: ຊີ້ນແຫງ, ປາຕາຍ, ຂອງກິນ ທີ່ກິນບໍ່ໝົດ ແລະ ເຄຶ່ອງໃຊ້ຕ່າງໆເປັນຕົ້ນແມ່ນນໍ້າ  ເຕົ້າ ທີ່ໃຊັຕັກນໍ້າໃນເວລາ ທີ່ຕ້ອງການ, ອຸປະກອນແຕ່ງ ກິນຈະມີ ຄົກ-ສາກ,ຈອກນໍ້າ ທີ່ເຮັດດ້ວຍໄມ້, ບຸງນໍ້າໄມ້ ປ່ອງ, ບຸງເຄຶ່ອງໃຊ້ອື່ນໆ ສ່ວນສາກ-ຄົກແມ່ນຕ້ອງເອົາ ຕັ້ງໄວ້ດ້ານເທິງຂອງເຕົາໄຟ, ເວລາແຕ່ງກິນ, ກິນເຂົ້າແມ່ນ ຈະກິນຢູ່ໃນຫ້ອງເລີຍ, ເວລານອນກໍ່ໍ່ຈະນອນຢູ່ 2 ຟາກ ໂດຍ ມີເຕົາ ໄຟຢູ່ເຄິງກາງ, ສ່ວນລູກແມ່ນນອນຢູ່ຂວາມືຂອງເຕົາໄຟ, ພໍ່ແມ່ແມ່ນນອນ ຢູ່ຊ້າຍມືຂອງເຕົາໄຟ, ສ່ວນທາງດ້ານຂ້າງຂອງ ເຮືອນຍາວກໍຈະມີຄົກມອງ (ຄົກຕຳເຂົ້າ) ແລະ ຈະມີຄົກມອງຕຳເຂົ້າອີກອັນໜຶ່ງ ຢູ່ຫ່າງໄປຈາກເຮຶອນປະມານ 6-7 m ຄົກມອງໂຕ ນີ້ແມ່ນເອົາໄວ້ຕໍາເຂົ້າໃນ ເວລາຄໍາບ້ານ, ເຮືອນຍາວ ແຕ່ລະຫລັງຈະມີຄົກມອງ ຕຳເຂົ້າ 2 ອັນ ຄືດັ່ງທີ່ກ່າວມານັ້ນ.

ມາ​ຮູ້ຈັກ​ເຜົ່າ​ໄປຣ່ - 5647 - ມາ​ຮູ້ຈັກ​ເຜົ່າ​ໄປຣ່

ຊົນເຜົ່າໄປຣ່ໃນ ເມື່ອກ່ອນໄດ້ລູກເຂີຍ ຫຼຶ ລູກໄພ ຕາມຮິດຄອງແມ່ນລູກຊາຍ ຕ້ອງໄດ້ໄປຢູ່ນໍາພໍ່ເຖົ້າ, ແມ່ເຖົ້າ ຫລື ລົງເຮຶອນຕົນໄປຢູ່ນຳເມຍ ແລະ ມີສາດສະ ໜາດຽວຄື: ສາດສະໜາຜີ.

ມາ​ຮູ້ຈັກ​ເຜົ່າ​ໄປຣ່ - 2247 - ມາ​ຮູ້ຈັກ​ເຜົ່າ​ໄປຣ່

ມາ​ຮູ້ຈັກ​ເຜົ່າ​ໄປຣ່ - lattana 1 - ມາ​ຮູ້ຈັກ​ເຜົ່າ​ໄປຣ່

 ການແຕ່ງດອງຂອງ ເຜົ່າໄປຣ່ໃນເບຶ່ອງຕົ້ນຖ້າ ຫາກຄູ່ບ່າວສາວເກນອາຍຸຂອງຜູ້ຍິງໄດ້ປະມານ 15  ປີ, ຜູ້ຊາຍອາຍຸໄດ້ 20 ປີ ຖ້າມີການຮັກມັກກັນແບບ ຄູ່ບາວ-ສາວ ແລະ ຕົກລົງ ປອງດອງທີ່ຈະສ້າງຄອບ ຄົວເປັນຜົວເມຍກັນແລ້ວ ຜູ້ຍິງຕ້ອງໄປເຮັດວຽກນຳ ຝ່າຍຊາຍປະມານ 1 – 3 ປີ ເມື່ອຮອດກຳນົດເວລາ, ພໍ່ແມ່ຍາດຕິພີ່ນ້ອງຂອງ ຝ່າຍຍິງຕ້ອງໄດ້ໄປຂໍນຳພໍ່ ແມ່ຍາດຕິພີ່ນ້ອງຂອງເຖົ້າ ແກ່ລຸງຕາຂອງຝ່າຍຊາຍເພື່ອ ຕົກລົງ ແລະ ຮັບປະກັນການ ແຕ່ງດອງ, ຫຼັງຈາກນັ້ນເຖົ້າ ແກ່ລຸງຕາ ທັງ 2 ກຳ 2 ຝ່າຍ ຈຶ່ງຊອກຫາມື້ຫາຍາມເພື່ອ ກະກຽມການແຕ່ງດອງ, ແຕ່ ຖ້າຫາກຝ່າຍຊາຍ ຫລື ຜູ້ ບ່າວບໍ່ຕົກລົງເອົາຜູ້ຍິງມາ ເປັນເມຍ, ຝ່າຍຊາຍຕ້ອງ ໄດ້ສຳລະ ຫລື ເສຍຄ່າແຮງ ງານໃຫ້ຝ່າຍຍິງຈຳນວນ 15 ໝັນ (ສະເພາະຝ່າຍຊາຍ), ໃນກໍລະນີທີ່ບໍ່ມີບັນ ຫາຫຍັງເກີດຂຶ້ນ ແລະ ເຫັນ ດີເປັນເອກະພາບ, ຖືກຕ້ອງ ຕາມຮີດຄອງປະເພນີແລ້ວ, ກໍຈະມີການຈັດງານແຕ່ງດອງກັນຂຶ້ນ; ການແຕ່ງດອງຂອງຊົນເຜົ່າໄປຣ່ ແມ່ນຈະໄດ້ມີການແຮ່ເຈົ້າສາວໄປຂຶ້ນເຮືອນຂອງເຈົ້າບ່າວ ເຊຶ່ງຈະມີເຖົ້າແກ່ລຸງຕາໄປພ້ອມ, ທັງມີເຫລົ້າ 1 ແກ້ວ ແລະ ຜູ້ ເປັນໄພ້ຕ້ອງໄດ້ນອນຄືນໜຶ່ງ ເພື່ອປະຕິບັດຕາມຮີດຄອງ  ປະເພນີຂອງຝ່າຍຊາຍ, ແລ້ວ ຕ້ອງໄດ້ແກ່ເຈົ້າບ່າວ ແລະ ເຈົ້າສາວໄປເຮືອນຮີດຂອງ ເຈົ້າສາວ, ເມື່ອຮອດເຮືອນ ຮີດແລ້ວຕ້ອງໄດ້ມີການຕ້ອນຮັບເຖົ້າແກ່ລຸງຕາຂອງຝ່າຍ ຊາຍຄື: ເຫລົ້າໄຫ 1 ໄຫ, ຈາກ ນັ້ນກໍເຂົ້າພິທີແຕ່ງດອງ ສ່ວນຄ່າສີນສອດໃນການ ແຕ່ງດອງຂອງແຕ່ລະຝ່າຍ ກໍຈະມີຕາມທີ່ໄດ້ກຳນົດໄວ້ ໃນເບື້ອງຕົ້ນເຊັ່ນ: ຝ່າຍຍິງ ກໍຈະມີ ປາ 12 ຫລໍ່, ຊອງມັດ ຜົມ 1 ອັນ, ທີ່ຮ້ອຍດ້ວຍໝາກ ເດືອຍ 1 ໂຄ້ງ,  ຫວີງ 1 ດາງ, ແຜຂາວ 3 ຜືນ, ຜ້າຫົມ 1 ຜືນ, ສີ້ນ 1 ຜືນ, ເງິນສ່ຽນ 1 ໝັນ 2 ຈຸກ, ສ່ວນຝ່າຍຊາຍ ກໍຈະມີຄື: ໄກ່ 13 ໂຕ, ໝູ 1 ໂຕ, ເຫລົ້າໄຫ 1 ບັ້ງ, ພ້າ 2 ດວງ ; ຫລັງຈາກທີ່ເອົາເຄື່ອງ ສີນສອດທັງສອງຝ່າຍມາ ໂຮມກັນແລ້ວ, ເຄື່ອງຂອງ ຝ່າຍຍິງແມ່ນມອບໃຫ້ຝ່າຍຊາຍ, ເຄື່ອງຂອງຝ່າຍຊາຍ ແມ່ນມອບໃຫ້ຟ່າຍຍິງ; ສ່ວນ ໃນງານດອງນັ້ນ ຈະມີໄກ່ 1 ໂຕແມ່ນຈະມອບໃຫ້ຄູ່ສ້າງ ຄອບຄົວໃໝ່ໃຫ້ນຳເອົາໄປລ້ຽງບໍ່ໃຫ້ຂ້າ, ບໍ່ໃຫ້ຂາຍເອົາ ໄປລ້ຽງຈົນໝົດອາຍຸຂອງໄກ່ໂຕນັ້ນໝາຍຄວາມວ່າໄກ່ໂຕນັ້ນແມ່ນເປັນຄ່າສີນສອດໃຫ້ຄູ່ສ້າງຄອບຄົວໃໝ່.

ມາ​ຮູ້ຈັກ​ເຜົ່າ​ໄປຣ່ - 22237 - ມາ​ຮູ້ຈັກ​ເຜົ່າ​ໄປຣ່

ພາຍຫຼັງສໍາເລັດພິທີມອບຄ່າສີນສອດແລ້ວຈຶ່ງຈະເລີ່ມເຂົ້າສູ່ພິທີສົມມາເຖົ້າ ແກ່ລຸງຕາທັງສອງກໍາ, ສອງຝ່າຍຫລັງຈາກນັ້ນຈຶ່ງນຳ ເອົາຄ່າສີນສອດດັ່ງກ່າວໄປ ຂຶ້ນຫີ້ງ,ຂື້ນຮ້ານຢູ່ຫ້ອງຮີດ ໃຫຍ່ທາງດ້ານຫລັງຂອງ ເຮືອນຍາວຫລັງຈາກນັ້ນ ຈຶ່ງເຂົ້າສູ່ພາຂວັນຂອງເຈົ້າບ່າວ, ເຈົ້າສາວທີ່ສ້າງຄອບ ຄົວໃໝ່ ແລະ ກໍຈະພາກັນ ມ່ວນຊື່ນຕາມຮີດ, ຕາມຄອງ ແລະ ປະເພນີຈົນເຖິງ ເວລາອັນຄວນ.

ການເກີດລູກຂອງຊົນ ເຜົ່າໄປຣ່ແມ່ນເກີດຢູ່ເຮຶ່ອນ, ຫລັງຈາກເກີດລູກແລ້ວກໍ ໄດ້ຢູ່ກຳນັ່ງເຕົາໄຟກິນນ້ຳຮ້ອນ, ສ່ວນອາຫານການກິນ ແມ່ນຕ້ອງໄດ້ຄະລຳຫ້າມກິນປະເພດສັດ.

ມາ​ຮູ້ຈັກ​ເຜົ່າ​ໄປຣ່ - 223687877 - ມາ​ຮູ້ຈັກ​ເຜົ່າ​ໄປຣ່
error: Content is protected !!