ທ່ານກຳລັງເປັນເລືອດຈາງຢູ່ຫລືບໍ່?
ເລືອດຈາງແມ່ນອາການທີ່ຮ່າງກາຍມີປະລິມານເມັດເລືອດແດງນ້ອຍກ່ວາປົກກະຕິ ໂດຍອາການຂອງພະຍາດເລືອດຈາງນັ້ນຈະສະແດງອອກມາໜ້ອຍທີ່ສຸດ ມັກບໍ່ມີອາການສະແດງອອກຈະແຈ້ງ ຄົນເຈັບອາດບໍ່ຮູ້ສຶກວ່າມີອາການຜິດປົກກະຕິໃດໆ. ແນວໃດກໍຕາມ, ຫາກຮ່າງກາຍມີອາການເລືອດຈາງຫລາຍ ຫລື ພະຍາດເລືອດຈາງກະທັນຫັນຈະມີການສະແດງອອກຂອງອາ ການຫລາຍກ່ວາ ຄື ມີອາການອ່ອນເພຍ, ເມື່ອຍງ່າຍ, ໜ້າມືດເປັນວິນ, ມຶນງົງ, ວິນຫົວ, ເບື່ອອາຫານ, ໃຈສັ່ນ, ຜູ້ທີ່ມີອາການພະຍາດເລືອດຈາງຈະແຈ້ງມັກພົບອາການໜ້າຕາເຫລືອງຈືດ, ຝາມືຈືດ, ເລັບຈືດ, ເນື້ອເຍື່ອເປືອກຕາ – ຮີມສົບ ແລະ ລີ້ນຈືດຂາວກ່ວາປົກກະຕິ. ດັ່ງນັ້ນ, ມື້ນີ້ຈຶ່ງມາແນະນຳວິທີການ ແລະ ສາເຫດຂອງການເກີດພະຍາດເລືອດຈາງ ເພື່ອສາມາດສັງເກດໂຕ ເອງເບື້ອງຕົ້ນນໄດ້ດັ່ງນີ້ :
– ສາເຫດຂອງການເກີດພະຍາດເລືອດຈາງ ເກີດຈາກ 6 ປັດໄຈຫລັກ ຄື :
1. ຂາດທາດເຫລັກ ເຊິ່ງເປັນອົງປະກອບສຳຄັນສຳລັບການສ້າງເມັດເລືອດແດງ ເປັນສາເຫດທີ່ພົບໄດ້ຫລາຍທີ່ສຸດ.
2. ຂາດອາຫານ ຫລື ໂປຣຕິນ.
3. ເລືອດຈາງຈາກອາການໄຂກະດູກເສື່ອມ ຫລື ມະເຮັງເມັດເລືອດຂາວ.
4. ໝາກໄຂ່ຫລັງວາຍຊຳ້ເຮື້ອມັກພົບຮ່ວມກັບພະຍາດເບົາຫວານ, ຄວາມດັນເລືອດສູງ ຫລື ພະຍາດໝາກໄຂ່ຫລັງ.
5. ພະຍາດເລືອດຈາງທາລັສຊີເມຍ ເປັນຄວາມຜິດປົກກະຕິທາງກຳມະພັນ ເຮັດໃຫ້ຮ່າງກາຍສ້າງເມັດເລືອດແດງທີ່ຜິດປົກກະຕິ, ແຕກສະຫລາຍງ່າຍ ສົ່ງຜົນໃຫ້ມີອາການເຫລືອງຈືດຊຳ້ເຮື້ອມາຕັ້ງແຕ່ນ້ອຍ, ກະດູກໃບໜ້າຜິດປົກກະຕິ, ມ້າມໃຫຍ່.
6. ທາລັສຊີເມຍຊະນິດຮຸນແຮງ ເດັກອາດເສຍຊີວິດໃນທ້ອງ ຫລື ຫລັງເກີດອອກມາໄດ້ບໍ່ດົນ.
ທາລັສຊີເມຍ ເປັນພະຍາດເລືອດຈາງທາງກຳມະພັນທີ່ພົບໄດ້ຫລາຍທີ່ສຸດໃນໂລກ ໃນປະເທດລາວເຮົາກໍພົບຄືກັນ ມີເດັກນ້ອຍ ເກີດໃໝ່ເປັນພະຍາດນີ້ອ່າວສູງຂຶ້ນ ແລະ ມີຜູ້ທີ່ເປັນພາຫະຂອງພະຍາດເລືອດຈາງທາລັສຊີເມຍເພີ່ມຂຶ້ນທຸກປີ ເຊິ່ງມີຈຸລັງແຝງຢູ່ໂດຍບໍ່ເປັນພະຍາດ, ແຕ່ສາມາດຖ່າຍທອດໄປສູ່ລູກຫລານໄດ້.
– ຈະຮູ້ໄດ້ແນວໃດວ່າເປັນພະຍາດເລືອດຈາງ ? ແພດຈະກວດບົ່ງມະຕິພະຍາດທາລັສຊີເມຍ ແລະ ການເປັນພາຫະຂອງພະຍາດໄດ້ຈາກປະຫວັດອາການ ແລະ ປະຫວັດຄົນໃນຄອບຄົວ, ການກວດຮ່າງກາຍ, ການກວດເລືອດ ເພື່ອເບິ່ງຄວາມຜິດປົກກະຕິຂອງເມັດເລືອດແດງ ແລະ ຊະນິດຂອງພະຍາດທາລັສຊີເມຍ.
ການປ້ອງກັນທາລັສຊີເມຍ ເນື່ອງຈາກພະຍາດເລືອດຈາງທາລັສຊີເມຍເປັນພະຍາດທີ່ຖ່າຍທອດທາງກຳມະພັນ ວິທີປ້ອງກັນທີ່ດີສຸດກໍແມ່ນປຶກສາແພດເມື່ອຢາກມີລູກເພື່ອກວດເບິ່ງວ່າຄູ່ຜົວເມຍມີພາຫະທາລັສຊີເມຍຫລືບໍ່, ຄົນປ່ວຍທາລັສຊີເມຍສາມາດຄວບຄຸມອາການຂອງພະຍາດບໍ່ໃຫ້ຮຸນແຮງ ແລະ ໃຊ້ຊີວິດໄດ້ຕາມປົກກະຕິ ໂດຍປະຕິບັດຕາມຄຳແນະນຳ ແລະ ແຜນການປິ່ນປົວຂອງແພດຢ່າງເຄັ່ງຄັດ ພຽງເທົ່ານີ້ ທ່ານກໍສາມາດສັງເກດອາການເບື້ອງຕົ້ນເພື່ອການປະຕິບັດໂຕທີ່ຖືກຕ້ອງ.